![]() |
ທ່ານ ບຸນປອນ ອ່ອນໄຊວຽງ ໄດ້ລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳ ພາ-ຄຸ້ມຄອງ ໄລຍະປີ 2021-2025 ພ້ອມທັງສະເໜີແຜນກຳນົດພະນັກງານໄລຍະປີ 2026-2030 ໂດຍມີເປົ້າໝາຍກຳນົດພະນັກງານໃໝ່ໃນແຕ່ລະຕຳແໜ່ງ ລວມທັງໝົດ 30 ທ່ານ, ໃນນັ້ນ, ມີເພດຍິງ 10 ທ່ານ ປະກອບມີ: ຕຳແໜ່ງຫົວໜ້າພະແນກ 2 ທ່ານ, ຮອງຫົວໜ້າພະແນກ 3 ທ່ານ ຍິງ 1 ທ່ານ, ຫົວໜ້າຂະແໜງ 8 ທ່ານ ຍິງ 2 ທ່ານ, ຫົວໜ້າກອງວິຊາການ 2 ທ່ານ ຍິງ 1 ທ່ານ, ຮອງຫົວໜ້າຂະແໜງ 12 ທ່ານ ຍິງ 4 ທ່ານ ແລະ ຮອງຫົວໜ້າກອງວິຊາການ 3 ທ່ານ ຍິງ 2 ທ່ານ.
ສຳລັບຂັ້ນຕອນການສ້າງຖັນແຖວພະນັກງານ ຄະນະຮັບຜິດຊອບໄດ້ດຳເນີນການທາບທາມຄວາມເຫັນຈາກຄະນະນຳ ແລະ ພະນັກງານຕາມລະບຽບການ ຜ່ານ 3 ຮອບ ເພື່ອລວບລວມຂໍ້ມູນປະກອບການພິຈາລະ ນາ, ກຳນົດ ແລະ ຄັດເລືອກບຸກຄະລາກອນທີ່ມີຄຸນສົມບັດ, ຄວາມຮູ້-ຄວາມສາມາດ ແລະ ມີຄວາມເໝາະສົມກັບແຕ່ລະຕຳແໜ່ງ.
![]() |
ທ່ານ ຄອນສະຫງ່າ ພິມມະສອນ ໄດ້ເນັ້ນໜັກວ່າ: ວຽກງານສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງ ແມ່ນວຽກງານຍຸດທະສາດທີ່ສຳຄັນຂອງພັກ ແລະ ລັດ ຊຶ່ງຕ້ອງມີການວາງແຜນຢ່າງຮອບຄອບ, ເປັນລະບົບ ແລະ ຖືກຕ້ອງຕາມຫຼັກການ ແລະ ລະບຽບການທີ່ກຳນົດໄວ້. ພ້ອມນີ້, ໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳຂອງພະແນກ ເອົາໃຈໃສ່ການຄັດເລືອກ ແລະ ທາບທາມພະນັກງານຢ່າງຮອບຄອບ, ຮັບປະກັນຄວາມເປັນປະຊາທິ ປະໄຕ, ໂປ່ງໃສ ແລະ ຍຸຕິທຳ ໂດຍຖືເອົາຜົນງານ, ຄວາມສາມາດ, ຄຸນສົມບັດດ້ານການເມືອງ, ແນວຄິດ ແລະ ຈັນຍາບັນເປັນພື້ນຖານ ເພື່ອໃຫ້ໄດ້ຖັນແຖວພະນັກງານທີ່ມີຄຸນນະພາບ, ມີຄວາມພ້ອມ ແລະ ສາມາດສືບທອດວຽກງານນຳພາ-ຄຸ້ມຄອງໄດ້ຢ່າງມີປະສິດທິຜົນ. ຂ່າວ: ໄພບູນ


ຄໍາເຫັນ