![]() |
ທ່ານ ຄໍາພັນ ພົມມະທັດ ກ່າວວ່າ: ວຽກງານຈັດຕັ້ງ ແລະ ກວດກາ ເປັນວຽກງານທີ່ມີຄວາມສໍາຄັນ ປຽບດັ່ງ "ກະດູກສັນຫຼັງ" ໃນການປັບປຸງກົນໄກການບໍລິຫານ, ປັບປຸງພະນັກງານ-ລັດຖະກອນ, ການຮັກສາລະບຽບວິໄນ, ກົດໝາຍ ແລະ ຄວາມໂປ່ງໄສ ພາຍໃນຂະແໜງການຍຸຕິທໍາ. ກອງປະຊຸມໃນຄັ້ງນີ້, ມີຈຸດປະສົງ ແລະ ຄວາມໝາຍຄວາມສໍາຄັນ ຄື: 1. ທົບທວນ ແລະ ຕີລາຄາ: ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ແລະ ກວດກາ ຂອງກະຊວງຍຸຕິທຳໃນໄລຍະ 5 ປີຜ່ານມາ (2021-2025); 2. ກໍານົດທິດທາງ: ວາງແຜນການ 5 ປີຕໍ່ໜ້າ (2026-2030) ໃຫ້ມີຄວາມຮັດກຸມ, ຈະແຈ້ງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຍຸຕິທໍາໃນໄລຍະໃໝ່; 3. ເຜີຍແຜ່-ເຊື່ອມຊຶມ: ນໍາເອົາເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງ ແລະ ວຽກງານກວດກາທົ່ວປະເທດ ເຂົ້າສູ່ລວງເລິກ, ຮັບປະກັນໃຫ້ພະນັກງານ-ຫຼັກແຫຼ່ງເຂົ້າໃຈຢ່າງຖ່ອງແທ້ ແລະ ນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດ ຢູ່ພາກສ່ວນຂອງຕົນໃຫ້ເກີດຜົນເປັນຮູບປະທຳ.
ທ່ານ ຄຳເສີດ ວິລະພັນ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ແລະ ກວດກາ ຂອງກະຊວງຍຸຕິທຳໃນໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ຊຶ່ງທ່ານໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ໄດ້ຕັ້ງໜ້າສຸມໃສ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກົດລະບຽບພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ, ບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາຂອງສູນກາງພັກ ແລະ ລະບຽບກົດໝາຍຢ່າງເປັນຂະບວນຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ. ການສ້າງພັກທາງດ້ານການເມືອງ-ແນວຄິດ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດຢ່າງຕັ້ງໜ້າ ໄດ້ເຮັດໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະ ກອນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນ ແລະ ເປັນເອກະພາບສູງຕໍ່ການນໍາພາ-ຊີ້ນໍາຂອງພັກ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ພາຍໃນມີຄວາມສະຫງົບ, ມີຄວາມສາມັກຄີ, ມີຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ, ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ແລະ ສ້າງ ຄວາມເຊື່ອໝັ້ນຂອງສັງຄົມຕໍ່ວຽກງານຍຸຕິທໍາ ນັບມື້ນັບຫຼາຍຂຶ້ນ.
![]() |
ວຽກງານພະນັກງານ ໄດ້ນໍາພາ-ຊີ້ນໍາ ການຂຶ້ນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງຄືນໃໝ່ ຕາມທິດຫັນເປັນໜຸ່ມ ບົນພື້ນຖານຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນສະເພາະໜ້າ ແລະ ຍາວນານ ແລະ ຊີ້ນໍາການຕີລາຄາປະເມີນຜົນແຜນກຳນົດພະນັກງານໃຫ້ປົກກະຕິ ແລະ ຖືກຕາມລະບຽບການທີ່ໄດ້ກຳນົດໄວ້, ເອົາໃສ່ຊີ້ນໍາຄົ້ນຄວ້າຈັດວາງສັບຊ້ອນ ແລະ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງຂັ້ນຕ່າງໆ ເຊັ່ນ: ຄົ້ນຄວ້າສະເໜີຂັ້ນເທິງພິຈາລະນາແຕ່ງຕັ້ງຂັ້ນຮອງລັດຖະມົນຕີ 3 ສະຫາຍ, ຂັ້ນຫົວໜ້າກົມ 6 ສະຫາຍ, ຮອງຫົວໜ້າກົມ 16 ສະຫາຍ, ຫົວໜ້າພະແນກ ແລະ ທຽບເທົ່າ 21 ສະຫາຍ, ຮອງຫົວໜ້າພະແນກ 37 ສະຫາຍ, ໄດ້ຈັດຕັ້ງສອບເສັງຄັດເລຶອກຮັບລັດຖະກອນໃໝ່ ໃນຂະແໜງຍຸຕິທໍາທົ່ວປະເທດ ຈໍານວນ 49 ຄົນ, ສໍາລັບປີ 2026 ນີ້, ຂະແໜງຍຸຕິທຳໄດ້ຮັບການແບ່ງປັນໂກຕ້າລັດຖະກອນໃໝ່ຈໍານວນ 47 ຕົວເລກ, ໃນນັ້ນໄດ້ແບ່ງໄວ້ກະຊວງ 5 ຕົວເລກ, ຫ້ອງປະຕິບັດຄໍາຕັດສິນຂອງສານ 4 ຕົວເລກ, ພະແນກຍຸຕິທຳແຂວງ, ນະຄອນຫຼວງ 18 ຕົວເລກ ແລະ ຫ້ອງການຍຸຕິທໍາເມືອງ 20 ຕົວເລກ. ປັດຈຸບັນທົ່ວຂະແໜງການຍຸຕິທຳ ມີພະນັກງານທັງໝົດ 2,337 ທ່ານ ຍິງ 881 ທ່ານ, ຂັ້ນກະຊວງ 475 ທ່ານ ຍິງ 189 ທ່ານ, ເປັນພະນັກງານບໍລິຫານ 365 ທ່ານ ຍິງ 153 ທ່ານ, ພະນັກງານ-ລັດຖະກອນຄູ 110 ທ່ານ ຍິງ 36 ທ່ານ, ຂັ້ນແຂວງ 697 ທ່ານ ຍິງ 292 ທ່ານ ແລະ ຂັ້ນເມືອງ 1,165 ທ່ານ ຍິງ 400 ທ່ານ, ມີພະນັກງານຮຸ່ນໜຸ່ມເປັນ ສ່ວນຫຼາຍ ແລະ ຮຽນຈົບວິຊາສະເພາະ ທາງດ້ານກົດໝາຍຊັ້ນປະລິນຍາຕີຂຶ້ນໄປ, ເອົາໃຈໃສ່ໃນການບຳລຸງກໍ່ສ້າງພະນັກງານດ້ວຍຮູບການຕ່າງໆ ທັງກໍ່ສ້າງກັບທີ່ ທັງສົ່ງໄປສ້າງຢູ່ສະຖາບັນການສຶກສາຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ສຳລັບການປັບປຸງກົງຈັກການຈັດຕັ້ງ ໄດ້ເອົາໃຈໃສ່ຊີ້ນໍາການຄົ້ນຄວ້າ, ປັບປຸງພາລະບົດບາດ, ກົງຈັກການຈັດຕັ້ງຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ເຄື່ອນໄຫວມີປະສິດທິຜົນ ເປັນຕົ້ນ ໄດ້ປັບປຸງພາລະບົດບາດ. ປັດຈຸບັນກະຊວງຍຸຕິທຳມີ 11 ຫົວໜ່ວຍຂຶ້ນກັບ ຊຶ່ງປະກອບດ້ວຍ 8 ກົມ (ຈາກ 9 ກົມໃນເມື່ອກ່ອນ), 1 ຫ້ອງການ, 1 ສູນ, 1 ສະຖາບັນຍຸຕິທໍາແຫ່ງຊາດ (ກົງຈັກຊ່ວຍວຽກຫຼຸດຈາກ 65 ພະແນກເຫຼືອ 59 ພະແນກ) ແລະ ມີຫົວໜ່ວຍວິຊາການລະດັບ 2 ຂຶ້ນກັບສະຖາບັນຍຸຕິທຳແຫ່ງຊາດ 3 ສາຂາ, ຂະແໜງທີ່ຂຶ້ນກັບສະຖາບັນຫຼຸດຈາກ 30 ຂະແໜງເຫຼືອ 24 ຂະແໜງ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງອົງການປະ ຕິບັດຄໍາຕັດສິນຂອງສານໃຫ້ເຂັ້ມແຂງ ແລະ ສອດຄ່ອງຕາມກົດໝາຍ. ໃນນັ້ນ ໄດ້ສໍາເລັດການສ້າງຕັ້ງ 7 ກອງ ແລະ 11 ຫ້ອງປະຕິບັດຄໍາຕັດສິນຂອງສານຢູ່ 4 ແຂວງ, ນະຄອນຫຼວງໃຫ້ຂຶ້ນກັບກະຊວງຍຸຕິທຳ.
ຂ່າວ-ພາບ: ບຸນຕອມ


ຄໍາເຫັນ