![]() |
ທ່ານ ພັນເອກ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກ່າວວ່າ: ຜົນສໍາເລັດຂອງໂຄງການກໍ່ສ້າງຈຸດກວດກາຢາເສບຕິດ ທີ່ບ້ານໂພນຈັນ ເມືອງຫົງສາ ແຂວງໄຊຍະບູລີ. ໂຄງ ການດັ່ງກ່າວແມ່ນພາຍໃຕ້ສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ-ອົສຕຣາລີ ໂດຍໄດ້ຮັບການອະນຸມັດເຫັນດີໃຫ້ກໍ່ສ້າງຈຸດກວດກາດັ່ງກ່າວຈາກທ່ານ ລັດຖະມົນຕີກະຊວງ ປກສ ຕາມໜັງສືສະເໜີໃນປີ 2024; ຊຶ່ງໄດ້ຮັບການມອບໝາຍຈາກກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ສົມທົບກັບຄະນະຮັບຜິດຊອບ, ກອງບັນຊາການ ປກສ ແຂວງໄຊຍະບູລີ, ກອງບັນຊາການ ປກສ ເມືອງຫົງສາ, ອໍານາດການປົກຄອງທ້ອງຖິ່ນ ເປັນຜູ້ຕິດຕາມການຈັດຕັ້ງປະຕິບັດໂຄງການກໍ່ສ້າງຮ່ວມກັບບໍລິສັດຮັບເໝົາກໍ່ສ້າງແຕ່ມີການເລີ່ມຕົ້ນກໍ່ສ້າງຈົນສໍາເລັດ.
![]() |
ຈຸດກວດກາຢາເສບຕິດ ເມືອງຫົງສາ ເປັນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດ້ານງົບ ປະມານຈາກກອງທຶນຊັບສິນ ທີ່ຖືກຮິບຂອງລັດຖະບານອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດອົສຕຣາລີ ເພື່ອນຳມາກໍ່ສ້າງ ຊຶ່ງການກໍ່ສ້າງດັ່ງກ່າວ ໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ໄດ້ບຸກເບີກດິນ, ຖາກພູເພື່ອໃຫ້ມີເນື້ອທີດິນປຸກສ້າງ, ໄດ້ປຸກສ້າງອາຄານ 2 ຫຼັງ ຄື: ອາຄານຫ້ອງການ ແລະ ອາຄານເຮືອນນອນ ໂດຍແມ່ນ ບໍລິສັດ ໂມເດີນດີຊາຍ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນຕຸລາ 2024, ສໍາເລັດ 100% ໃນເດືອນທັນວາ 2025; ໄລຍະທີ 2 ເປັນການກໍ່ສ້າງຕໍ່ເຕີມເຮືອນຄົວ, ປຸກປ້ອມຍາມ, ບ່ອນຈອດລົດ, ເທຄອນກີດທາງເຂົ້າອອກ, ຫ້ອງນໍ້ານອກ, ປັບໜ້າດິນ, ເຮັດກັນເຈື່ອນ, ເຮັດຮ່ອງລະບາຍນໍ້າອ້ອມເນື້ອທີ່ດິນ, ເຮັດຫ້ອງນໍ້ານອກ, ຕິດຕັ້ງແອ, ພັດລົມ, ໄຟຟ້າ, ນໍ້າປະປາເຂົ້າອາຄານ ປະກອບເຄື່ອງເຟີນີເຈີໂຕະຕັ່ງຫ້ອງປະຊຸມ ແລະ ຫ້ອງເຮັດວຽກ, ຕຽງນອນ, ອຸປະກອນຮັບໃຊ້ວຽກງານວິຊາສະເພາະເຊັ່ນ: ຄອມພີວເຕີ້, ກັບມື, ເຄື່ອງກວດນໍ້າປັດສະວະຫາສານເສບຕິດ, ໂດຣນ, ກ້ອງວົງຈອນປິດ ແລະ ເຄື່ອງຮັບໃຊ້ຫ້ອງການ, ເຮືອນຄົວ ແລະ ອື່ນໆ ລວມມູນຄ່າທັງໝົດ 280,000 ໂດລາ ໂດຍແມ່ນບໍລິສັດ ແສງມະນີ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາ ແລະ ເລີ່ມຈັດຕັ້ງປະຕິບັດໃນເດືອນພຶດສະພາ 2026 ແລະ ສໍາເລັດ 100%.
![]() |
ໂອກາດດັ່ງກ່າວ, ທ່ານ ພົນຈັດຕະວາ ສາລີ ພຸດທະວົງ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ໄດ້ໃຫ້ການສະໜັບສະໜູນງົບປະມານໃນການກໍ່ສ້າງຈຸດກວດກາຢາເສບຕິດ ແລະ ຊ່ວຍເຫຼືອທາງດ້ານອຸປະກອນຮັບໃຊ້ວຽກງານວິຊາສະເພາະໃຫ້
ສປປ ລາວ ໃນຄັ້ງນີ້. ຜົນສໍາເລັດໃນການກໍ່ສ້າງຈຸດກວດກາຢາເສບຕິດດັ່ງກ່າວ ຈະເປັນເງຶ່ອນໄຂໃນການປະກອບສ່ວນເຂົ້າໃນວຽກງານກວດກາ, ຄວບຄຸມ, ຕ້ານ ແລະ ສະກັດກັ້ນຢາເສບຕິດ ຂອງແຂວງໄຊຍະບູລີ ໃນສະເພາະໜ້າ ແລະ ຍາວນານ. ຂໍຢືນຢັນວ່າ ຈະພ້ອມກັນຄຸ້ມຄອງ ແລະ ນໍາໃຊ້ຈຸດກວດກາຢາເສບຕິດແຫ່ງນີ້ ໃຫ້ເກີດປະໂຫຍດ ແລະ ມີປະສິດທິຜົນສູງ ເພື່ອຍົກລະດັບສະມັດຖະພາບວຽກງານສະກັດກັ້ນ ໂດຍສະເພາະ ແມ່ນການກວດກາ, ການສັນຈອນຂອງລົດ ທີ່ເປັນເປົ້າໝາຍລໍາລຽງຂົນສົ່ງຄ້າຂາຍຢາເສບຕິດ ໃຫ້ມີປະສິດທິຜົນສູງຂຶ້ນຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ວາງໄວ້. ເຮັດໃຫ້ການລັກລອບລໍາລຽງຂົນສົ່ງຢາເສບຕິດຫຼຸດລົງເທື່ອລະກ້າວ.
ໃນພິທີ, ບັນດາແຂກທີ່ເຂົ້າຮ່ວມໄດ້ຕັດແຖບຜ້າ ແລະ ມອບ-ຮັບ ໂຄງການຢ່າງເປັນທາງການ ແລະ ໃນຕອນທ້າຍພິທີ, ຕຳຫຼວດແຫ່ງຊາດອົສຕຣາລີ ຍັງໄດ້ມອບອຸປະກອນວິຊາສະເພາະອີກຈໍານວນໜຶ່ງໃຫ້ດ່ານກວດກາເມືອງຫົງສາ, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກົມຕຳຫຼວດນິຕິວິທະຍາ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ເພື່ອໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ມີຜົນສໍາເລັດສູງຂຶ້ນກວ່າເກົ່າ. ພາບ-ຂ່າວ: ຄໍາໂຖ



ຄໍາເຫັນ