![]() |
ນອກນີ້, ສະຫາຍ ນາງ ເຂັມມະນີ ພົນເສນາ ຍັງໄດ້ສະເໜີໃຫ້ ສອງຝ່າຍສ້າງກົນໄກການພົວພັນຮ່ວມມືໃນຕໍ່ໜ້າ ເຊັ່ນ: ຊຸກຍູ້ໃຫ້ປະຊາຊົນ, ນັກທຸລະກິດ, ບັນດາຂະແໜງ ການຕ່າງໆ ຂອງລາວ ແລະ ນະຄອນຊຽງໄຮ້ ສປ ຈີນ ໃນມີການຮ່ວມມື ແລະ ແລກປ່ຽນດ້ານການສຶກສາ, ສາທະລະນະສຸກ, ສິລະປະວັດທະນະທໍາ, ການທ່ອງທ່ຽວ, ການຄ້າການລົງທຶນ ແລະ ດ້ານອື່ນໆໃຫ້ມີການຮ່ວມມືຫຼາຍຂຶ້ນ, ພິເສດແມ່ນໃຫ້ປະຊາຊົນມີການໄປມາຫາສູ່ກັນ, ພົບປະປຶກສາຫາລືແລກປ່ຽນຢ້ຽມຢາມ, ຈັດກິດຈະກຳຮ່ວມກັນ ແລະ ໃຫ້ການສະໜັບສະໜູນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນວັນສໍາຄັນຕ່າງໆ ຂອງພັກ ຂອງຊາດ ຂອງລາວ ແລະ ຈີນ ເພື່ອປະກອບສ່ວນສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ.
ສະຫາຍ ນາງ Su Lin ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການຢ້ຽມຢາມ ໂດຍສະເພາະແມ່ນວຽກງານການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໃຫ້ຊາບ ແລະ ຢືນຢັນວ່າ ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືກັບສະມາຄົມມິດຕະພາບ ລາວ-ຈີນ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມື ຂອງບັນດາຂະແໜງການທີ່ສອງປະເທດເຄີຍປະຕິບັດຮ່ວມກັນ ແລະ ເຫັນດີເປັນເອກະພາບຕາມກົນໄກການຮ່ວມມືທີ່ ສະຫາຍ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງໄດ້ຍົກຂຶ້ນ.
(ຂ່າວ: ຄຕພ)

ຄໍາເຫັນ