ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026
ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ວທະຍາໄລເຕກນກກະສກາດງຄຳຊາງ ແຂງຂນ AI+ກະສກຳ ປ 2026 - image 1
 

ທ່ານ ຕຽງຄຳ ໄຊຍະວົງ ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອສົ່ງເສີມ ແລະ ຍົກລະດັບທັກສະວິຊາຊີບຂອງນັກສຶກສາ, ພັດທະນາຄຸນນະພາບການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ພ້ອມທັງເປັນເວທີແລກປ່ຽນຄວາມຮູ້ ແລະ ສ້າງປະສົບການ ຈາກການປະຕິບັດຕົວຈິງ. ການແຂ່ງຂັນມີ 5 ລາຍການ ຄື: 1. ການສຽບຍອດແບບສຽບຂ້າງ, 2. ການຂະຫຍາຍພັນພືດແບບທາບກິ່ງ, 3. ການຄິດໄລ່ ແລະ ປະສົມອາຫານ, 4. ການຜະລິດຝຸ່ນບົ່ມ ແລະ 5. ການຢອດວັກຊິນໄກ່ນ້ອຍ ໂດຍມີນັກສຶກສາຈາກວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ແລະ ວິທະຍາໄລເຕັກນິກແຂວງວຽງຈັນເຂົ້າຮ່ວມແຂ່ງຂັນ.

ວທະຍາໄລເຕກນກກະສກາດງຄຳຊາງ ແຂງຂນ AI+ກະສກຳ ປ 2026 - image 2
 

ຜົນການແຂ່ງຂັນມີດັ່ງນີ້: ຢອດວັກຊິນໄກ່ນ້ອຍ ຊະນະເລີດນາງ ພິມພອນ ສະຫວັດ, ທີ 2 ທ້າວ ຄຳສາວ ຮອງວິໄລ, ທີ 3 ທ້າວ ສີສະຫວາດ ສີຫາວົງ ຄິດໄລ່ ແລະ ປະສົມອາຫານ ຊະນະເລີດ ທ້າວ ແສງພົມ ພົມມະວົງ, ທີ 2 ນາງ ພັດທະນາ ລາດປະເສີດ, ທີ 3 ນາງ ນ້ຳຝົນ ຈັນທະວົງ ຜະລິດຝຸ່ນບົ່ມ, ຊະນະເລີດ ທ້າວ ສີສຸພັນ ແກ້ວມະນີແສງ, 2 ທ້າວ ອ້າຍ ແກ້ວວົງສາ, ທີ 3 ທ້າວ ແກ້ວວຽງຄອນ ສີສຸລາດ ທາບກິ່ງ ຊະນະເລີດ ທ້າວ ພຸດທາ ສີເມືອງ, ທີ 2 ນາງ ນີ່ ຈັນທະວົງ, ທີ 3 ນາງ ວັນ ເພັນພາຈັກ ສຽບຍອດແບບສຽບຂ້າງ ຊະນະເລີດ ທ້າວ ຄຳຟອງ ດາລາວົງ, ທີ 2 ນາງ ນຸ່ນນະພາ ແສງມະນີ, ທີ 3 ທ້າວ ອ້າຍ ແກ້ວວົງສາ ຊຶ່ງທາງວິທະຍາໄລ ຈະນຳເອົາບົດຮຽນຈາກການຈັດງານ ໂດຍສະເພາະຂໍ້ຈຳກັດດ້ານເວລາ, ງົບປະມານ ແລະ ການກຽມຕົວ ໄປປັບປຸງການຈັດງານຄັ້ງຕໍ່ໄປ ພ້ອມວາງແຜນໄລຍະຍາວ, ເພີ່ມການມີສ່ວນຮ່ວມຂອງນັກສຶກສາ ແລະ ຂະ ຫຍາຍການຮ່ວມມືກັບພາກລັດ-ເອກະຊົນ ເພື່ອກຽມຄວາມພ້ອມໃຫ້ນັກສຶກສາກ້າວສູ່ຕະຫຼາດແຮງງານຢ່າງມືອາຊີບ.

ວທະຍາໄລເຕກນກກະສກາດງຄຳຊາງ ແຂງຂນ AI+ກະສກຳ ປ 2026 - image 3
 

ຂ່າວ-ພາບ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ

ຂ່າວສືກສາ-ກິລາ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ສາຂາບໍລິຫານທຸລະກິດ ຫຼັກສູດນານາຊາດ (IBM) ປີ 2 ຮຸ່ນທີ 5 ຈາກຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສ້າງຜົນງານເປັນປະຫວັດສາດສ້າງຊື່ສຽງ ແລະ ຄວາມພາກພູມໃຈໃຫ້ວົງການສຶກສາລາວ ສາມາດຍາດໄດ້ລາງວັນຊະນະເລີດ ອັນດັບທີ 1 ໃນການແຂ່ງຂັນນະວັດຕະກຳລະດັບສາກົນ ປີ 2026 (EDUtech ASIA University Grand Final) ທີ່ປະເທດສິງກະໂປ ຊຶ່ງໄດ້ເດີນທາງມາຮອດ ສປປ ລາວ ແລ້ວໃນຕອນຄໍ່າວັນທີ 8 ພະຈິກຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ນາງ ວາດສະໜາ ຈັນທະນາສິນ ຫົວໜ້າຄະນະວິຊາ ຄສບ ພ້ອມດ້ວຍຄະນະອາຈານ ແລະ ນັກສຶກສາໃຫ້ກຽດຕ້ອນຮັບ.
ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ຍົກສະຖານະວິທະຍາໄລຄູປາກເຊ ເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານຊຸດໃໝ່

ວັນທີ 5 ພະຈິກຜ່ານມາ,ທີ່ວິທະຍາໄລຄູປາກເຊ ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ວິທະຍາເຂດຈຳປາສັກ (ຊື່ເກົ່າ: ວິທະຍາໄລຄູປາກເຊ) ຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຫຼ້າວັນ ວົງຄໍາສານ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລສ້າງຄູແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກກົມສຶກສາຊັ້ນສູງ, ກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ (ສສກ), ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ແຂວງເຊກອງ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການກ່ຽວຂ້ອງ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ພະແນກ ວທ ແຂວງອັດຕະປື ຈັດກິດຈະກຳສົ່ງເສີມການອ່ານ ຢູ່ໂຮງຮຽນປະຖົມສົມບູນດອນໃຜ່

ກອງວັດທະນະທຳ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ແຂວງອັດຕະປື ໄດ້ລົງເຄື່ອນໄຫວຈັດກິດຈະກຳສົ່ງເສີມການອ່ານຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ໂຮງຮຽນປະຖົມສົມບູນບ້ານດອນໃຜ່ ເມືອງສະໜາມໄຊ, ໃຫ້ກຽດເຂົ້າຮ່ວມມີທ່ານ ອ໋ອງຄຳ ຄູນສະໄໝ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີທີມງານຈັດກິດຈະກຳຈາກກອງວັດທະນະທຳ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ເພີ່ມເຕີມ