ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ກອງປະຊຸມວິທະຍາສາດລະດັບຊາດ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ. ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ ໃນວັນທີ 4 ພະຈິກນີ້, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີນັກຄົ້ນ ຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ກອງປະຊມວທະຍາສາດລະດບຊາດ ສະຫອງວນສາງຕງ ມຊ ຄບຮອບ 30 ປ - image 1
 

ທ່ານ ຄໍາຫຼ້າ ອິນຄະວິໄລ ຮອງຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ໄດ້ສະຫຼຸບຜົນ ງານ 30 ປີ ກ່ຽວກັບການເຄື່ອນໄຫວວຽກງານການຄົ້ນຄວ້າວິທະຍາສາດ ໂດຍຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນໃນໄລຍະຜ່ານມາ ເປັນຕົ້ນ ດ້ານການສົ່ງເສີມທຶນ ແລະ ໂຄງການຄົ້ນຄວ້າ ໄດ້ພິຈາລະນາ ແລະ ອະນຸ ມັດໃຫ້ດຳເນີນໂຄງການຄົ້ນຄວ້າວິທະຍາສາດໃຫ້ນັກຄົ້ນຄວ້າພາຍໃນ ມຊ 690 ໂຄງການ ດ້ວຍງົບປະ ມານລວມ 29,601,127,687 ກີບ, ມີນັກຄົ້ນຄວ້າເຂົ້າຮ່ວມດຳເນີນວຽກງານຫຼາຍກວ່າ 3,000 ທ່ານ. ນອກຈາກນັ້ນ, ຍັງສາມາດລະດົມທຶນສະໜັບສະໜູນຈາກພາຍນອກ ໂດຍສະເພາະ ຈາກສູນຄົ້ນຄວ້າອາຊີ (KFAS) ຊຶ່ງມີມູນຄ່າຫຼາຍແສນໂດລາ; ດ້ານການຕີພິມ ແລະ ເຜີຍແຜ່ຜົນງານວິຊາການ ສາມາດສົ່ງ

ເສີມໃຫ້ມີການຕີພິມຜົນງານຄົ້ນຄວ້າລົງໃນວາລະສານວິທະຍາສາດຂອງ ມຊ ທີ່ມີເລກມາດຕະຖານສາ

ກົນ ISSN ຈຳນວນ 1,170 ບົດ. ຕີພິມຕ່າງປະເທດມີຫຼາຍກ່ວາ 235 ສະບັບ, ວາລະສານ ມຊ ຈັດພິມ 25 ສະບັບ ແລະ ມີ 50 ISSUES ນີ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການສ້າງຜົນງານວິຊາການ, ການແລກປ່ຽນອົງຄວາມຮູ້ ແລະ ການເຜີຍແຜ່ຜົນການຄົ້ນຄວ້າສູ່ສັງຄົມວິຊາການ; ດ້ານການຈັດກອງປະຊຸມວິທະຍາສາດໄລຍະ 30 ຜ່ານມາ, ມຊ ໄດ້ຈັດກອງປະຊຸມວິທະຍາສາດລະດັບຊາດ ແລະ ລະດັບສາກົນ 36 ຄັ້ງ. ການຈັດກອງປະຊຸມວິທະຍາສາດລະດັບຊາດ ແລະ ສາກົນຢ່າງສະເລ່ຍປີລະ 1 ຄັ້ງ ເພື່ອເປັນເວທີແລກປ່ຽນຄວາມຮູ້, ນຳສະເໜີຜົນງານ ແລະ ຂະຫຍາຍການຮ່ວມມືດ້ານວິຊາການ ລະຫວ່າງພາຍໃນ ແລະ ສາກົນ. ພ້ອມນັ້ນ, ໄດ້ຍົກໃຫ້ເຫັນສິ່ງທ້າທາຍ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ.

ກອງປະຊມວທະຍາສາດລະດບຊາດ ສະຫອງວນສາງຕງ ມຊ ຄບຮອບ 30 ປ - image 2
 

ທ່ານ ພູເພັດ ກ້ຽວພິລາວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ເປັນເຫດການສຳຄັນທາງວິຊາການທີ່ຈັດຂຶ້ນທ່າມກາງບັນຍາກາດ ແຫ່ງການສະເຫຼີມສະຫຼອງການສ້າງຕັ້ງ ມຊ ຄົບຮອບ 30 ປີ. ພ້ອມນີ້, ຍັງເປັນໂອກາດທີ່ ມຊ ໄດ້ທົບທວນຜົນງານ ແລະ ຜົນສຳເລັດຂອງວຽກງານການຄົ້ນຄວ້າວິທະຍາສາດ ຕະຫຼອດໄລຍະ 3 ທົດສະວັດທີ່ຜ່ານມາ ແລະ ຍັງເປັນເວທີສຳຄັນໃນການແລກປ່ຽນຄວາມຮູ້, ການນຳສະເໜີຜົນງານການຄົ້ນຄວ້າ, ການເຜີຍແຜ່ຜົນສຳເລັດທາງວິຊາການ ແລະ ທິດທາງການດຳເນີນການຄົ້ນຄວ້າວິທະຍາສາດ ພ້ອມທັງເປັນການສ້າງເຄືອຂ່າຍຮ່ວມມືດ້ານວິຊາການ ວິທະຍາສາດ ລະຫວ່າງບັນດາສະຖາບັນທັງພາຍໃນ ແລະ ຕ່າງປະເທດ.

ຕະຫຼອດໄລຍະ 30 ປີຜ່ານມາ, ມຊ ໄດ້ມີບົດບາດສຳຄັນໃນການພັດທະນາຊັບພະຍາກອນມະນຸດ, ສ້າງນັກວິຊາການ ແລະ ບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດໃຫ້ປະເທດຊາດ. ຄຽງຄູ່ກັບພາລະກິດດ້ານການຮຽນ-ການສອນ, ມະຫາວິທະຍາໄລ ຍັງໄດ້ສືບຕໍ່ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ ເພື່ອສ້າງອົງຄວາມຮູ້ໃໝ່, ຊອກຫາແນວທາງແກ້ໄຂບັນຫາ ແລະ ສະໜັບສະໜູນການພັດ ທະນາໃນດ້ານຕ່າງໆຂອງປະເທດ.

ກອງປະຊຸມໃນຄັ້ງນີ້, ມີບົດຄົ້ນຄວ້າວິທະຍາສາດ ຈຳນວນທັງໝົດ 89 ບົດ ທີ່ໄດ້ຮັບການຄັດເລືອກ ເພື່ອນຳສະເໜີໃນກອງປະຊຸມ. ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ, ຄວາມເອົາໃຈໃສ່ ແລະ ການທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງບັນດາພະນັກງານ, ຄູ-ອາຈານ ແລະ ນັກຄົ້ນຄວ້າ ແລະ ນັກວິຊາ ການ ທີ່ໄດ້ສ້າງສັນຜົນງານທາງວິຊາການ. ບົດຄົ້ນຄວ້າເຫຼົ່ານີ້ ຖືເປັນທຶນທາງປັນຍາທີ່ມີຄຸນຄ່າ ຊຶ່ງສາມາດຕໍ່ຍອດໄປສູ່ການພັດທະນາອົງຄວາມຮູ້, ການປັບປຸງວຽກງານວິຊາການ, ການສ້າງນະວັດຕະກຳ ແລະ ການແກ້ໄຂບັນຫາຕົວຈິງຂອງສັງຄົມ.

ກອງປະຊມວທະຍາສາດລະດບຊາດ ສະຫອງວນສາງຕງ ມຊ ຄບຮອບ 30 ປ - image 3
 

ກອງປະຊຸມໃນຄັ້ງນີ້, ເປັນການຮັບຟັງຄຳເຫັນ, ແລກປ່ຽນຄວາມຮູ້-ປະສົບການ ແລະ ເສີມຂະຫຍາຍຕໍ່ຍອດແນວຄິດທາງວິຊາການ ເພື່ອຍົກສູງຄຸນນະພາບຂອງຜົນງານໃຫ້ດີຍິ່ງຂຶ້ນ. ໃນສະພາບການພັດທະນາທີ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ມີບົດບາດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມະຫາວິທະຍາໄລຈຳເປັນຕ້ອງຍົກສູງຄຸນນະພາບການຄົ້ນຄວ້າໃຫ້ມີຄວາມທັນສະໄໝ, ຕອບສະໜອງຕໍ່ບັນຫາສຳຄັນຂອງປະເທດ ແລະ ສອດຄ່ອງກັບທິດທາງການພັດທະນາແບບສີຂຽວ ແລະ ຍືນຍົງ. ດັ່ງນັ້ນ, ຂໍສະເໜີບາງທິດທາງສຳຄັນ ທີ່ຄວນໄດ້ຮັບການເອົາໃຈໃສ່ດັ່ງນີ້: ສືບຕໍ່ຍົກສູງຄຸນນະພາບ ແລະ ມາດຕະຖານຂອງການຄົ້ນຄວ້າວິທະຍາສາດ ໂດຍເນັ້ນຄວາມຖືກຕ້ອງທາງວິຊາການ, ຈັນຍາບັນໃນການຄົ້ນຄວ້າ, ການໃຊ້ຫຼັກຖານເຊີງປະຈັກຕາ ແລະ ການເຜີຍແຜ່ຜົນງານຢ່າງມີຄຸນນະພາບ; ສົ່ງເສີມການຄົ້ນຄວ້າວິທະຍາສາດແບບສະຫະສາຂາວິຊາ ແລະ ການຮ່ວມມືລະຫວ່າງຄະນະວິຊາ, ສະຖາບັນ, ພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມມືສາກົນ ເພື່ອຂະ ຫຍາຍຂອບເຂດການຄົ້ນຄວ້າ ແລະ ເພີ່ມໂອກາດໃນການແລກປ່ຽນອົງຄວາມຮູ້; ສົ່ງເສີມການນຳຜົນການຄົ້ນຄວ້າໄປໝູນໃຊ້ໃນຕົວຈິງ ເພື່ອປັບປຸງການຜະລິດ, ພັດທະນາຜະລິດຕະພັນ, ສ້າງນະວັດຕະກຳ ແລະ ສະໜອງຂໍ້ມູນທາງວິຊາການໃຫ້ການວາງແຜນ ແລະ ກຳນົດນະໂຍບາຍຂອງພາກສ່ວນທີ່ກ່ຽວຂ້ອງ; ສືບຕໍ່ເອົາ ໃຈໃສ່ສ້າງ ແລະ ພັດທະນານັກຄົ້ນຄວ້າຮຸ່ນໃໝ່, ເພີ່ມໂອກາດໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ເຂົ້າຮ່ວມໃນກິດຈະກຳການຄົ້ນຄວ້າວິທະຍາສາດ, ພ້ອມທັງສ້າງກົນໄກສະໜັບສະໜູນດ້ານທຶນຄົ້ນຄວ້າວິທະຍາສາດ, ອຸ ປະກອນ, ຫ້ອງທົດລອງ ແລະ ຂໍ້ມູນວິຊາການທີ່ຈຳເປັນ ແລະ ເຊື່ອໝັ້ນວ່າ ຖ້າພວກເຮົາຮ່ວມມືກັນຢ່າງໃກ້ ຊິດ ແລະ ນຳເອົາຜົນງານຄົ້ນຄວ້າໄປຕໍ່ຍອດຢ່າງເປັນຮູບປະທຳ, ການຄົ້ນຄວ້າວິທະຍາສາດ ຈະກາຍເປັນພະລັງສຳຄັນໃນການຍົກສູງຄຸນນະພາບການສຶກສາ, ສ້າງມູນຄ່າເພີ່ມໃຫ້ເສດຖະກິດ ແລະ ສົ່ງເສີມການພັດ ທະນາປະເທດຊາດໃຫ້ມີຄວາມຍືນຍົງ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ທ່ານ ບຸນທ່ຽງ ລັດຕະນະວົງ ພູມໃຈໄດ້ນຳເອົາຄວາມຮູ້ຈາກ ມຊ ໄປໝູນໃຊ້ຢ່າງມີປະສິດທິຜົນ ກາຍເປັນຜູ້ປະກອບການ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 5 ພະຈິກນີ້, ທີ່ ມຊ. ທ່ານ ບຸນທ່ຽງ ລັດຕະນະວົງ ອະດີດນັກສຶກສາຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ ມຊ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ຕົນເອງ ເປັນຜູ້ໜຶ່ງທີ່ໄດ້ສຶກສາຮໍ່າຮຽນຢູ່ໃນຮົ້ວ ມຊ ແຫ່ງນີ້ ແລະ ຮູ້ສຶກດີໃຈ ແລະ ປະທັບໃຈທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ໄດ້ແບ່ງປັນບົດຮຽນຈາກການສຶກສາ ແລະ ປະສົບການສ້າງທຸລະກິດຂອງຕົນເອງ ໂດຍຊີ້ໃຫ້ເຫັນວ່າອົງຄວາມຮູ້ທີ່ໄດ້ຮັບຈາກການສຶກສາຮໍ່າຮຽນ ສາມາດນຳໄປໝູນໃຊ້, ປະຕິບັດຕົວຈິງຢ່າງມີປະສິດທິຜົນ ຈາກພະນັກງານກິນເງິນເດືອນ ກາຍມາເປັນຜູ້ປະກອບການສ້າງວຽກເຮັດງານທຳໃຫ້ແຮງງານລາວຫຼາຍຮ້ອຍຄົນ.
ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ພູຜາ ຄວ້າແຊັມເທັນນິດ ລາຍການ ຈູເນຍ ແຊັມປ້ຽນຊິບ 2026 ທີ່ປະເທດໄທ

ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກເທັນນິດດາວຮຸ່ງເຍົາວະຊົນລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດຊາດ ດ້ວຍການຄວ້າແຊັມໃນການແຂ່ງຂັນເທັນນິດເຍົາວະຊົນ ລາຍການ Junior Tennis Championship 2026 ຮຸ່ນອາຍຸບໍ່ເກີນ 14 ປີ (U-14) ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນລະຫວ່າງວັນທີ 31 ຕຸລາ ຫາ 1 ພະຈິກ ຜ່ານມາ.
ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ສຸພົນສາ ແລະ ເພັດນະຄອນ ສອງນັກແມ້ນປືນລາວ ຄວ້າແຊັມລາຍການ ໄອພີເອັດຊີ ຊີງແຊັມປະເທດລາວ ປະຈຳປີ 2026

ທ້າວ ສຸພົນສາ ນິຍົມ ແລະ ທ້າວ ເພັດນະຄອນ ພາມີສິດ ສອງໜຸ່ມນັກກິລາແມ້ນປືນໄອພີເອັດຊີ ທີມຊາດລາວ ນັກແມ້ນປືນລະດັບຕົ້ນຂອງປະເທດລາວ ຄວ້າແຊັມການແຂ່ງຂັນກິລາຍິງປືນ IPSC ຊີງແຊັມປະເທດລາວ ປະຈຳປີ 2026 ໄປຄອງ ຂະນະທີ່ ແຊັມປະເພດປືນໂປຣດັກຊັນຍິງເປັນຂອງນາງ ກົງຄຳ ບົວແສງພະຈັນ.
ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ປະກາດນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ຄັ້ງທີ V

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີປະກາດການນຳໃຊ້ແຜນດຳເນີນງານເພື່ອຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ 5 ປີ ຄັ້ງທີ V ໃນວັນທີ 3 ພະຈິກຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຊູຮຸນ ຄິມ ຜູ້ອຳນວຍການພາກພື້ນຂອງອົງການ UNESCO ບາງກອກ ແລະ ທ່ານ ນາງ ເບັນນິຕ້າ ຊຳເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈຳລາວ, ມີຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກບັນດາກົມ ແລະ ພະແນກການ, ຄູ່ຮ່ວມພັດທະນາ, ແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

U10 ເບ ສະຫວັນ ຄວ້າແຊັມບານເຕະ Singa Cup 2026

ຫຼານນ້ອຍສະໂມສອນບານເຕະ ເບ ສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ສ້າງຜົນງານຄ້ວາແຊັມບານເຕະນາໆຊາດ ລາຍການ Singa Cup 2026 ທີ່ປະເທດສິງກະໂປ ໄດ້ເດີນທາງຮອດບ້ານເກີດເມືອງນອນດ້ວຍຄວາມສະຫວັດດີພາບແລ້ວ ໃນຕອນແລງວັນທີ 3 ພະຈິກຜ່ານມາ, ນຳໂດຍທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັຟຊີ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ທັງເປັນປະ ທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.
ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ໂຮງຮຽນສິນໄຊນໍາພານັກຮຽນລົງພາກປະຕິບັດຕົວຈິງເກັບກູ້ຜົນຜະລິດກະສິກຳ

ວັນທີ 30 ຕຸລາຜ່ານມາ, ໂຮງຮຽນປະຖົມ ແລະ ມັດທະຍົມສຶກສາສົມບູນສິນໄຊ (ໂຮງຮຽນສິນໄຊ) ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳນໍາພານັກຮຽນຊັ້ນ ມ6 ຫຼາຍກວ່າ 50 ຄົນ ຍິງ 36 ຄົນ ພ້ອມດ້ວຍຄູນໍາພາ 5 ທ່ານ ນໍາໂດຍທ່ານນາງ ອາລີ ພົນເສນາ ຜູ້ອຳນວຍການໂຮງຮຽນສິນໄຊໄປທັດສະນະສຶກສາຢ້ຽມຢາມສວນສຶກສາກະສິກຳ ແລະ ສິ່ງແວດລ້ອມ ຂອງໂຮງຮຽນສິນໄຊຢູ່ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສຊປລ ເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານ ສນຊ ປີ 2026 ຢ່າງເປັນທາງການ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດການແຂ່ງຂັນກິລາບານເຕະ ຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ສນຊ) ປີ 2026 ພາຍໃຕ້ຫົວຂໍ້: ກ້ອນກໍາລັງມະຫາສາມັກຄີຂອງຊາວໜຸ່ມບັນດາເຜົ່າ ພ້ອມຂານອາສາຕະລຸມບອນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ຂຶ້ນຢ່າງເປັນທາງການ ໃນວັນທີ 2 ພະຈິກຜ່ານມານີ້, ທີ່ເດີ່ນກິລາບານເຕະລ້ານຊ້າງສະເຕດຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ນັກກິລາ, ຄູຝຶກ, ກຳມະການ ແລະ ຊາວໜຸ່ມ-ເຍົາວະຊົນ, ມວນຊົນ, ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

U10 ເບ ສະຫວັນ ຄອງແຊັມບານເຕະເຍົາວະຊົນນາໆຊາດ SingaCup 2026 ທີ່ສິງກະໂປ

ການແຂ່ງຂັນບານເຕະເຍົາວະຊົນນານາຊາດ SingaCup 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 7 ພະຈິກ 2026 ທີ່ປະເທດສິງກະໂປ ສະໂມສອນ ເບສະຫວັນ ເອັຟຊີ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ຈາກ ສປປ ລາວ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ຄອງແຊັມໄດ້ສຳເລັດຕາມເປົ້າໝາຍທີ່ວາງໄວ້ ພາຍຫຼັງນັດຊີງຊະນະເລີດເອົາຊະນະ ສະໂມສອນ BESM Woodleigh FC ຈາກສິງກະໂປ ເຈົ້າພາບ 7-1.
ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ສະຖາບັນຣັຕະນະບໍລິຫານທຸລະກິດ ສຳເລັດສົກສຶກສາ 2025-2026

ວັນທີ 31 ຕຸລາຜ່ານມາ, ທີ່ໂຮງແຮມດອນຈັນພາເລດ, ສະຖາບັນຣັຕະນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກສຶກສາ 2025-2026 ແລະ ທງວາງທິດທາງແຜນການສົກສຶກສາ 2026-2027 ພ້ອມທັງມອບປະກາສະນີຍະບັດໃຫ້ຜູ້ສຳເລັດການສຶກສາ ລະດັບປະລິນຍາຕີ ລະບົບ 4 ປີ ຮຸ່ນທີ IV (ສົກສຶກສາ 2022-2026) ຈຳນວນ 251 ຄົນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງ ສສກ ແລະ ທ່ານ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານສະຖາບັນຣັຕະນະບໍລິຫານທຸລະກິດ, ມີປະທານສະພາທີ່ປຶກສາສະຖາບັນຣັຕະນະບໍລິຫານທຸລະກິດ, ແຂກຖືກເຊີນ, ມີບັນດາຄະນະບໍລິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກສຶກສາ ເຂົ້າຮ່ວມ.
ເພີ່ມເຕີມ