![]() |
ການເຄື່ອນໄຫວຄັ້ງນີ້, ບັນດານັກຮຽນ ແລະ ຄູ-ອາຈານໄດ້ປະຕິບັດຕົວຈິງໃນການລົງເກັບກ່ຽວຜົນຜະລິດເຂົ້ານາປີ, ເກັບຜົນຜະລິດພືດຜັກຫຼາກຫຼາກຊະນິດທີ່ປອດສານເຄມີເປັນຕົ້ນຫາໜໍ່ໄມ້, ເກັບກູ້ໝາກອຶ, ໝາກຫຸ່ງ, ໝາກກ້ວຍຕັດໃບຕອງກ້ວຍ ແລະ ປູກພືດຜັກຢູ່ທີ່ສວນສຶກສາ, ທັງນີ້ເພື່ອເຮັດໃຫ້ນັກຮຽນໄດ້ສຳຜັດກັບການລົງພາກປະຕິບັດຕົວຈິງພາຍຫຼັງທີ່ໄດ້ຮຽນພາກທິດສະດີນໍາຄູ-ອາຈານຢູ່ໃນຫ້ອງຮຽນແລ້ວ ຊຶ່ງກິດຈະກໍາຄັ້ງນີ້ຈະເຮັດໃຫ້ນັກຮຽນໄດ້ຄວາມຮູ້ກ່ຽວກັບວຽກງານກະສິກຳກໍຄືການປູກຝັງ-ລ້ຽງສັດໄປພ້ອມໆກັນເພື່ອປູກຈິດສຳນຶກໃຫ້ນັກຮຽນເຫັນໄດ້ຄວາມສຳຄັນຂອງວຽກງານກະສິກຳໃນການຄໍ້າປະກັນສະບຽງອາຫານເພາະວ່າອາຫານເປັນປັດໄຈສຳຄັນຂອງຄົນເຮົາໃນການດຳລົງຊີວິດແຕ່ລະວັນ, ສິ່ງສຳຄັນຈະເປັນຄວາມຮູ້ພື້ນຖານການຜະລິດກະສິກຳໃຫ້ນັກຮຽນເພື່ອນໍາໄປຈັດຕັ້ງຜັນຂະຫຍາຍຢູ່ຄອບຄົວຂອງຕົນເອງໃນການປູກຝັງ-ລ້ຽງສັດ ເພື່ອຮັບໃຊ້ພາຍໃນຄອບຄົວແລະຖ້າຜະລິດໄດ້ຫຼາຍຈະກາຍເປັນສິນຄ້າສ້າງລາຍຮັບໃຫ້ຕົນເອງກໍຄືຄອບຄົວຕື່ມອີກ.
![]() |
ຂ່າວ: ສົມສະຫວັນ


ຄໍາເຫັນ