![]() |
ການແຂ່ງຂັນໃນຄັ້ງນີ້, ມີທີມກິລາບານສົ່ງເຂົ້າຮ່ວມທັງໝົດ 14 ທີມ. ໃນນັ້ນ, ມາຈາກນະຄອນຫຼວງວຽງຈັນ 1 ທີມ, ແຂວງເຊກອງ 1 ທີມ ແລະ ຈາກສະໂມສອນພາຍໃນແຂວງຈຳປາສັກ 12 ທີມ. ຜົນການແຂ່ງຂັນປະເພດທີມຊາຍຊະນະເລີດ ທີ 1: ທີມບານສົ່ງ ຄຕ 7444 ໄດ້ຮັບຂັນລາງວັນ ພ້ອມເງິນລາງວັນ 5 ລ້ານກີບ, ທີ 2: ທີມບານສົ່ງເມືອງປະທຸມພອນ ໄດ້ຮັບລາງວັນເງິນສົດ 3 ລ້ານກີບ ແລະ ທີ 3: ທີມບານສົ່ງກອງພົນທະຫານຮາບທີ 5 ໄດ້ຮັບລາງວັນເງິນສົດ 2 ລ້ານກີບ.
![]() |
ນອກນີ້, ຍັງມີນັກແຂ່ງຂັນບານສົ່ງມິດຕະພາບຍິງ ລະຫວ່າງທີມບານສົ່ງສະຫະພັນກິລາບານສົ່ງແຂວງ ພົບກັບທີມບານສົ່ງເມືອງປະທຸມພອນ, ຜົນການແຂ່ງຂັນທີມບານສົ່ງສະຫະພັນກິລາບານສົ່ງແຂວງ ຊະນະເລີດ ໄດ້ຮັບເງິນລາງວັນ 2 ລ້ານກີບ, ທີມບານສົ່ງເມືອງປະທຸມພອນ ໄດ້ຮັບເງິນລາງວັນ 1 ລ້ານກີບ.
(ຂ່າວ: ທູນທອງໃຈ)


ຄໍາເຫັນ