ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ
ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ອາຊບຜະ​ລດກະສກຳ ຕອງ​ມ​ຄວາມ​ດ​ໝ​ນ ອດ​ທນພອມ​ຮຽນ​ຮ​ເຕກ​ນກ​ໃໝ​ຕະຫອດ - image 1
 

 

ທ້າວ ບຸນທະໜອມ ວັງມະນີ ອາໄສຢູ່ບ້ານຫາດແຮ່ ເມືອງຫີນບູນ ແຂວງຄຳມ່ວນ ປັດຈຸບັນປະກອບອາຊີບກະສິກຳເປັນຫຼັກ. ກ່ອນໜ້ານີ້ ລາວເຄີຍເຮັດວຽກປະຈຳ ແຕ່ພາຍຫຼັງແມ່ເຖົ້າເສຍຊີວິດ ຈຶ່ງເກີດຄວາມເປັນຫ່ວງພໍ່ເຖົ້າທີ່ບໍ່ມີຄົນຢູ່ດູແລໃກ້ຊິດ. ດ້ວຍເຫດນີ້ ລາວຈຶ່ງຕັດສິນໃຈອອກຈາກວຽກປະຈຳ ກັບມາຢູ່ກັບຄອບຄົວ ພ້ອມທັງສືບຕໍ່ອາຊີບກະສິກຳປູກຝັງທີ່ຄອບຄົວເຄີຍເຮັດມາ, ຈາກການປູກພືດເພື່ອລ້ຽງຊີບ ຄ່ອຍໆພັດທະນາວິທີການຜະລິດ ແລະ ວາງແຜນປູກພືດໄລຍະສັ້ນຫຼາຍຊະນິດ ເຊັ່ນ: ໝາກແຕງ, ໝາກຖົ່ວ, ສາລີ, ໝາກໂມ, ໝາກຟັກ ແລະ ໝາກຫຸ່ງ ເພື່ອໃຫ້ມີຜົນຜະລິດຈຳໜ່າຍຕາມລະດູການ. ສຳລັບລາວແລ້ວ ການເຮັດກະສິກຳບໍ່ແມ່ນພຽງແຕ່ການສ້າງລາຍຮັບ ແຕ່ຍັງເປັນວິທີໜຶ່ງທີ່ຊ່ວຍໃຫ້ໄດ້ຢູ່ໃກ້ຊິດກັບຄອບຄົວ ແລະ ມີເວລາດູແລພໍ່ແມ່. ນີ້ແມ່ນແຮງຈູງໃຈສຳຄັນທີ່ເຮັດໃຫ້ລາວມຸ່ງໝັ້ນສືບຕໍ່ອາຊີບນີ້ຢ່າງຈິງຈັງ.

ໃນບັນດາພືດທີ່ປູກ ໝາກແຕງແມ່ນພືດຫຼັກທີ່ທ້າວ ບຸນທະໜອມວັງມະນີ ໃຫ້ຄວາມສຳຄັນ, ການປູກໝາກແຕງໃຫ້ໄດ້ຜົນດີ ລາວເລີ່ມຈາກການກະກຽມດິນໃຫ້ເໝາະສົມ ໂດຍໄຖດິນປະມານ 2 ເທື່ອ ແລ້ວຕາກດິນໃຫ້ແຫ້ງ ເພື່ອຊ່ວຍຫຼຸດບັນຫາຈາກເຊື້ອໂລກ ແລະ ເຊື້ອລາໃນດິນ. ຫຼັງຈາກກະກຽມດິນແລ້ວ ຈະມີການໃສ່ປຸ໋ຍ ແລະ ປູຜ້າຢາງຄຸມໜ້າດິນ ເພື່ອຫຼຸດຜ່ອນການເກີດຫຍ້າ ແລະ ວັດສະພືດ ຊ່ວຍໃຫ້ການດູແລຮັກສາສະດວກຂຶ້ນ. ນອກນີ້ ຍັງນຳໃຊ້ລະບົບນ້ຳຢອດ ເພື່ອສົ່ງນ້ຳໄປຫາຮາກພືດໂດຍກົງ ຊ່ວຍຫຼຸດເວລາໃນການຫົດນ້ຳ ແລະ ສະດວກຕໍ່ການໃຫ້ປຸ໋ຍຜ່ານລະບົບນ້ຳ, ສຳລັບການປູກ ລາວຈະຢອດເມັດໝາກແຕງລົງດິນ ໂດຍທົ່ວໄປປະມານ 2-3 ມື້ ເມັດກໍຈະເລີ່ມງອກ. ຈາກນັ້ນ ຈຶ່ງໃຫ້ນ້ຳຕາມຄວາມຊຸ່ມຂອງດິນ ແລະ ຄວາມຕ້ອງການຂອງຕົ້ນພືດ ພ້ອມທັງໃຫ້ປຸ໋ຍອິນຊີປະສົມກັບປຸ໋ຍທົ່ວໄປຜ່ານລະບົບນ້ຳຢອດ ເພື່ອຊ່ວຍໃຫ້ພືດໄດ້ຮັບນ້ຳ ແລະ ສານອາຫານຢ່າງສະໝ່ຳສະເໝີ. ການນຳໃຊ້ເຕັກນິກ ແລະ ວິທີການຜະລິດແບບນີ້ ຊ່ວຍໃຫ້ການເຮັດສວນສະດວກຂຶ້ນ ແຕ່ການປູກພືດໃຫ້ໄດ້ຜົນດີຍັງຕ້ອງອາໄສການສັງເກດຕົ້ນພືດ, ການໃຫ້ນ້ຳ ແລະ ປຸ໋ຍຢ່າງເໝາະສົມ ລວມທັງການປ້ອງກັນແມງໄມ້ ແລະ ພະຍາດພືດ. ຈຸດເດັ່ນອີກຢ່າງໜຶ່ງຂອງການເຮັດກະສິກຳຄອບຄົວນີ້ ແມ່ນການວາງແຜນປູກພືດໄລຍະສັ້ນໝູນວຽນກັນ. ໝາກແຕງສາມາດປູກໄດ້ປະມານ 3-4 ຮອບຕໍ່ປີ ໂດຍສະຫຼັບກັບການປູກໝາກໂມ, ໝາກຖົ່ວ, ສາລີ ແລະ ໝາກຟັກ ຕາມຄວາມເໝາະສົມຂອງແຕ່ລະ ລະດູການ. ການປູກພືດຫຼາຍຊະນິດ ແລະ ໝູນວຽນຕາມແຜນ ຊ່ວຍໃຫ້ຄອບຄົວມີໂອກາດເກັບກ່ຽວ ແລະ ຈຳໜ່າຍຜົນຜະລິດໃນຫຼາຍຊ່ວງຂອງປີ ເປັນການສ້າງລາຍຮັບໃຫ້ມີຄວາມຕໍ່ເນື່ອງຕະຫຼອດປີ.

ຈາກການຜະລິດກະສິກຳຢ່າງຕໍ່ເນື່ອງ ສາມາດສ້າງລາຍຮັບໄດ້ປະມານ 200 ລ້ານ ຫາ 400 ລ້ານກີບຕໍ່ປີ. ສຳລັບການຈຳໜ່າຍຜົນຜະລິດ ແມ່ນຂາຍໃຫ້ພໍ່ຄ້າແມ່ຄ້າທົ່ວໄປ ຊາວບ້ານໃນຊຸມຊົນ ແລະ ພໍ່ຄ້າຈາກເມືອງທ່າແຂກ.

ອາຊບຜະ​ລດກະສກຳ ຕອງ​ມ​ຄວາມ​ດ​ໝ​ນ ອດ​ທນພອມ​ຮຽນ​ຮ​ເຕກ​ນກ​ໃໝ​ຕະຫອດ - image 2
 

ທ້າວ ບຸນທະໜອມ ວັງມະນີ ໃຫ້ຮູ້ຕື່ມວ່າ: ສໍາລັບສິ່ງທ້າທາຍໃນການປູກພືດກະສິກຳ ບັນຫາທຳອິດແມ່ນແມງໄມ້ ແລະ ສັດຕູພືດທີ່ອາດສ້າງຄວາມເສຍຫາຍໃຫ້ແກ່ຕົ້ນພືດ ສົ່ງຜົນຕໍ່ປະລິມານ ແລະ ຄຸນນະພາບຜົນຜະລິດ. ນອກນີ້ ລາຄາປຸ໋ຍ ແລະ ສະພາບອາກາດທີ່ປ່ຽນແປງ ກໍມີຜົນຕໍ່ຕົ້ນທຶນ ແລະ ການເຕີບໂຕຂອງພືດ, ອີກບັນຫາໜຶ່ງທີ່ຕ້ອງຮັບມືແມ່ນລາຄາຜົນຜະລິດທີ່ບໍ່ແນ່ນອນ. ບາງຊ່ວງລາຄາສູງ ແຕ່ບາງຊ່ວງລາຄາຕົກຕ່ຳ ຫຼື ມີຜົນຜະລິດອອກສູ່ຕະຫຼາດຫຼາຍຈົນລົ້ນຕະຫຼາດ. ສະພາບດັ່ງກ່າວອາດເຮັດໃຫ້ລາຍຮັບຂອງຊາວກະສິກອນຜັນຜວນ ເຖິງແມ່ນຈະຜະລິດໄດ້ຫຼາຍກໍຕາມ. ດັ່ງນັ້ນ ນອກຈາກການຜະລິດໃຫ້ໄດ້ຜົນດີແລ້ວ ການຕິດຕາມລາຄາຕະຫຼາດ ການວາງແຜນເວລາປູກ ແລະ ການຊອກຫາຊ່ອງທາງຈຳໜ່າຍທີ່ເໝາະສົມ ຈຶ່ງເປັນສິ່ງສຳຄັນທີ່ຊ່ວຍຫຼຸດຄວາມສ່ຽງໃນການປະກອບອາຊີບ.

ຈາກປະສົບການທີ່ຜ່ານມາ ທ້າວ ບຸນທະໜອມ ວັງມະນີ ເຫັນວ່າ ການເຮັດກະສິກຳໃຫ້ປະສົບຜົນສຳເລັດຕ້ອງມີຄວາມດຸໝັ່ນ ຂະຫຍັນພຽນ ແລະ ອົດທົນ ເພາະເປັນອາຊີບທີ່ຕ້ອງເຮັດວຽກກາງແຈ້ງ ປະເຊີນທັງແດດ, ຝົນ ແລະ ສະພາບອາກາດທີ່ປ່ຽນແປງ. ພ້ອມກັນນີ້ ຊາວກະສິກອນຕ້ອງຫັນມາໃສ່ໃຈການຮຽນຮູ້ເຕັກນິກໃໝ່ໆ ແລະ ປັບປຸງວິທີການຜະລິດຂອງຕົນຢູ່ສະເໝີ ເພື່ອຫຼຸດຕົ້ນທຶນ ເພີ່ມປະສິດທິພາບການຜະລິດ ແລະ ຫຼຸດຜົນເສຍຫາຍທີ່ອາດເກີດຂຶ້ນ. ສິ່ງສຳຄັນອີກປະການໜຶ່ງ ແມ່ນການວາງແຜນປູກພືດໝູນວຽນໃຫ້ເໝາະສົມກັບແຕ່ລະ ລະດູການ ແລະ ຄວາມຕ້ອງການຂອງຕະຫຼາດ ເພື່ອໃຫ້ມີຜົນຜະລິດອອກຈຳໜ່າຍຢ່າງຕໍ່ເນື່ອງ ບໍ່ໃຫ້ລາຍຮັບຂາດຊ່ວງ ແລະ ຊ່ວຍກະຈາຍຄວາມສ່ຽງຈາກການປູກພືດຊະນິດດຽວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ສະຫຼຸບ ກ​ານໂຄສະນາສຶກສາ ຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ ຜ່ານລາຍການວິທະຍຸ

ກອງປະຊຸມປະຈຳປີວຽກໂຄສະນາສຶກສາຄວາມສ່ຽງໄພຈາກລະເບີດບໍ່ທັນແຕກ (ລບຕ) ຜ່ານລາຍການ ວິທະຍຸກະຈາຍສຽງ ຈັດ​ຂຶ້ນ​ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ແຂວງ​ບໍ​ລິ​ຄຳ​ໄຊພາຍໃຕ້ການເປັນປະທານ ຮ່ວມລະຫວ່າງ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄັ້ງຢູ່ ສປປ ລາວ ແລະ ທ່ານ ກອງຄຳ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນ ກາງພັກ,ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

ໄຊບົວທອງ ເລັ່ງຟື້ນຟູຜົນ​ກະ​ທົບ​ຈາກໄພພິບັດ ປີ 2026

​ ສະພາບການຜະລິດກະສິກຳຢູ່ ເມືອງໄຊບົວທອງ ໃນປີ 2026 ນີ້ ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນ້ຳຖ້ວມ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ລະບົບຊົນລະປະທານ, ເນື້ອທີ່ນາ, ສັດລ້ຽງ ແລະໜອງປາຂອງປະຊາຊົນ ລວມມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ.
ເພີ່ມເຕີມ