![]() |
ນອກຈາກນີ້, ທ່ານທູດໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນສາຍພົວພັນ ລາວ-ອົສຕຣາລີ ແລະ ການຮ່ວມມືສອງຝ່າຍຢ່າງສ້າງສັນໃນວຽກງານບຸລິມະສິດຕ່າງໆຂອງສອງປະເທດ.
ສອງຝ່າຍໄດ້ທົບທວນຄືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສາຍພົວພັນສອງປະເທດ ຊຶ່ງໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນປີ 2024 ແລະ ການຮ່ວມມືທີ່ເພີ່ມຂຶ້ນລະຫວ່າງ ອົສຕຣາລີ ແລະ ພັກປະຊາຊົນ ປະຕິວັດລາວ ນັບຕັ້ງແຕ່ການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອົສຕຣາລີ ເປັນຕົ້ນມາ; ການປຶກສາຫາລືໄດ້ກວມເອົາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ, ໂດຍສຸມໃສ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ, ການສົ່ງເສີມການຜະລິດກະສິກຳ ແລະ ການເຕີບໂຕທາງເສດຖະກິດແບບມີສ່ວນຮ່ວມ. ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຜົນປະໂຫຍດຈາກການພັດທະນາໄປເຖິງຊຸມຊົນຕ່າງໆໃນຂອບເຂດທົ່ວປະເທດໂດຍສະເພາະເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ. ສອງຝ່າຍເຫັນດີກ່ຽວກັບຄວາມສຳຄັນຂອງການດຶງດູູດການລົງທຶນໃຫ້ເພີ່ມຂຶ້ນ ແລະ ຍິນດີຕ້ອນຮັບການລົງທຶນຈາກພາກທຸລະກິດຂອງອົສຕຣາລີ, ໂດຍສະເພາະການລົງທຶນໃນເຂດຊົນນະບົດ.
ທ່ານທູດ ຈອນສ ແລະ ທ່ານ ເພັດ ພົມພິພັກ ໄດ້ປຶກສາຫາລືກ່ຽວກັບໂອກາດຕ່າງໆໃນການສົ່ງເສີມການຮ່ວມມື ເພື່ອສະໜັບສະໜູນເປົ້າໝາຍການພັດທະນາໄລຍະຍາວຂອງ ສປປ ລາວ. ທ່ານ ເພັດ ພົມພິພັກ ກ່າວໂດຍຫຍໍ້ວ່າ ສປປ ລາວ ຕ້ອງການຂະຫຍາຍການຮ່ວມມືກັບອົສຕຣາລີ ໃນດ້ານການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການສຶກສາ ແລະ ການສ້າງຂີດຄວາມສາມາດດ້ານເຕັກໂນໂລຊີ, ໂດຍສະເພາະແມ່ນໃຫ້ແກ່ເຂດຊົນນະບົດຂອງ ສປປ ລາວ. ທ່ານ ເພັດ ພົມພິພັກ ໄດ້ເນັ້ນໜັກວ່າ ສິ່ງເຫຼົ່ານີ້ຖືເປັນພື້ນຖານສຳຄັນສຳລັບການພັດທະນາແບບຍືນຍົງຂອງ ສປປ ລາວ.
ທ່ານທູດ ຈອນສ ໄດ້ເນັ້ນໜັກເຖິງການສະໜັບສະໜູນຂອງອົສຕຣາລີ ຜ່ານບັນດາໂຄງການດ້ານການບໍລິຫານເສດຖະກິດ, ການຮ່ວມມືດ້ານການສຶກສາ ແລະ ສາທາລະນະສຸກ, ການຮ່ວມມືດ້ານການຄົ້ນຄວ້າກະສິກຳ ແລະ ການພັດທະນາພາວະຄວາມເປັນຜູ້ນຳ. ທ່ານທູດຍັງໄດ້ຢໍ້າຄືນເຖິງຄວາມມຸ່ງໝັ້ນຂອງອົສຕຣາລີ ໃນການພັດທະນາຜູ້ນຳຮຸ່ນໃໝ່ຂອງ ສປປ ລາວ ໂດຍຜ່ານການໃຫ້ທຶນການສຶກສາ, ການຍົກລະດັບວິຊາການ, ການຝຶກອົບຮົມພາສາອັງກິດ ແລະ ການຮ່ວມມືລະຫວ່າງສະຖາບັນຕ່າງໆ.
ທ່ານ ຈອນສ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ ຈະສືບຕໍ່ກ້າວສູ່ລວງເລິກພາຍໃຕ້ການນຳພາຂອງທ່ານທູດອົສຕຣາລີຜູ້ໃໝ່. ທ່ານ ເພັດ ພົມພິພັກ ໄດ້ຂອບໃຈທ່ານ ຈອນສ ທີ່ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມສາຍພົວພັນລະຫວ່າງ ອົສຕຣາລີ ແລະ ສປປ ລາວ, ພ້ອມທັງຍິນດີຕໍ່ໂອກາດຕ່າງໆເພື່ອຮັດແໜ້ນສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.
(ແຫຼ່ງຂ່າວ: ສະຖານທູດອົສຕຣາລີ)

ຄໍາເຫັນ