![]() |
ໂຄງການຊ່ວຍເຫຼືອ ແລະ ກິດຈະກຳຄວາມຮ່ວມມືດ້ານມະນຸດສະທຳຢູ່ບໍລິເວນຊາຍແດນ ລາວ-ຫວຽດ ນາມຄັ້ງນີ້ປະກອບມີ: ໂຄງການກໍ່ສ້າງເຮືອນຄົວກິນ ໂຮງຮຽນກິນນອນຊົນເຜົ່າຈຳນວນ 1 ຫຼັງ ຂະໜາດ 4×9 ແມັດ ມູນຄ່າ 350 ລ້ານດົງ; ໂຄງການສ້າງເຮືອນສາຍໃຈ ຫຼື ເຮືອນມິດຕະພາບ 2 ຫຼັງ ມອບໃຫ້ຄອບຄົວປະ ຊາຊົນຜູ້ທຸກຍາກ ແລະ ຂາດທີ່ຢູ່ອາໄສ ຢູ່ບໍລິເວນຊາຍແດນ ໂດຍຫຼັງທຳອິດປຸກສ້າງໃຫ້ນາງ ເຊີ ຂະໜາດ 7×9 ແມັດ ມູນຄ່າ 350 ລ້ານດົງ ແລະ ຫຼັງທີສອງປຸກສ້າງໃຫ້ນາງ ປົງ ຂະໜາດ 6×8 ແມັດ ມູນຄ່າ 350 ລ້ານດົງ.
ສຳລັບເຮືອນຄົວ ແລະ ເຮືອນສາຍໃຈດັ່ງກ່າວ ໄດ້ຖືກອອກແບບເປັນເຮືອນວິລາຊັ້ນດຽວ ມຸງດ້ວຍກະ ເບື້ອງ, ຝາກໍ່ດ້ວຍດິນຈີ່ ແລະ ພື້ນປູດ້ວຍກະໂລ ໂດຍໄດ້ລົງມືກໍ່ສ້າງມາຕັ້ງແຕ່ເດືອນມິຖຸນາ ຈົນເຖິງເດືອນຕຸລາ 2026 ປັດຈຸບັນໄດ້ສໍາເລັດ 100%.
![]() |
ນອກຈາກນີ້, ຍັງມີໂຄງການຕິດຕັ້ງໄຟເຍືອງທາງ ໄລຍະທາງປະມານ 1,500 ແມັດ ຕິດຕັ້ງຈຳນວນ 63 ຫຼັກ ມູນຄ່າ 176 ລ້ານກວ່າກີບ, ພ້ອມທັງມອບປຶ້ມຂຽນ 500 ຫົວ, ໂຕະ, ຕັ່ງໄວ້ນັ່ງກິນເຂົ້າ 2 ຊຸດ ແລະ ເຄື່ອງຊ່ວຍເຫຼືອອື່ນໆ ໃຫ້ນັກຮຽນຕື່ມອີກ. ແຫຼ່ງຂ່າວ: ປກສ


ຄໍາເຫັນ