![]() |
ເມື່ອປະເຊີນໜ້າກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງບໍ່ແມ່ນແບບດັ້ງເດີມ ເຊັ່ນ: ການຄ້າຂາຍປາເສບຕິດ, ການລັກລອບເຂົ້າເມືອງ, ການຄ້າເຖື່ອນ, ການຫຼອກລວງທາງໂທລະຄົມ ແລະ ອື່ນໆ, 4 ປະເທດ ຄື: ຈີນ, ລາວ, ມຽນມາ ແລະ ໄທ ໄດ້ສ້າງເສັ້ນທາງຮ່ວມມືທີ່ມີຄວາມສະເໝີພາບດ້ານອະທິປະໄຕ ແລະ ການບໍລິຫານຮ່ວມກັນຜ່ານການປຶກສາຫາລື. ການປະຕິບັດລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງ ບໍ່ພຽງແຕ່ປົກປ້ອງຊີວິດການເປັນຢູ່ທີ່ດີຂອງປະຊາຊົນຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງເທົ່ານັ້ນ, ຍັງໄດ້ສະໜອງແຜນການທີ່ຕິດແທດຕົວຈິງທີ່ສາມາດຖອດຖອນບົດຮຽນໄດ້ໃຫ້ແກ່ການບໍລິຫານແມ່ນ້ຳຂ້າມຊາຍແດນ ແລະ ການຮ່ວມມືດ້ານຄວາມໝັ້ນຄົງຫຼາຍຝ່າຍທົ່ວໂລກອີກດ້ວຍ.
ບັນຫາຄວາມໝັ້ນຄົງຂ້າມຊາຍແດນມັກຈະຖືກອິດທິກຳລັງພາຍນອກເຂົ້າມາແຊກແຊງໄດ້ງ່າຍ ຈົນຕົກເຂົ້າສູ່ສະພາບຄວາມຫຍຸ້ງຍາກແຫ່ງການເປັນປໍລະປັກກັນລະຫວ່າງກຸ່ມກ້ອນ ແລະ ການແຊກແຊງຈາກມະຫາອຳນາດ. ກົນໄກລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງ ໄດ້ຢຶດໝັ້ນຄວາມເປັນເອກະລາດ ແລະ ອະທິປະໄຕຂອງບັນດາປະເທດຢ່າງສະເໝີຕົ້ນສະເໝີປາຍ, ເຄົາລົບລະບົບກົດໝາຍ ແລະ ສະພາບຕົວຈິງຂອງແຕ່ລະປະເທດທີ່ແຕກຕ່າງກັນ, ບໍ່ສ້າງວົງປິດທີ່ກີດກັນຜູ້ອື່ນ ແລະ ບໍ່ວາງເງື່ອນໄຂທາງການເມືອງ. 4 ປະເທດກຳນົດແຜນການປະຕິບັດງານໂດຍຜ່ານການປຶກສາຫາລືຢ່າງສະເໝີພາບ, ດຳເນີນການແລກປ່ຽນຂໍ້ມູນຂ່າວສານ, ການວິເຄາະຮ່ວມ ແລະ ປາບປາມຮ່ວມກັນ ເພື່ອຮັບມືກັບໄພຂົ່ມຂູ່ຮ່ວມພາຍໃຕ້ການເຄົາລົບສິດອຳນາດທາງຍຸຕິທຳຂອງແຕ່ລະປະເທດ. ນີ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ: ການຮັບມືກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງຂ້າມຊາຍແດນ ບໍ່ຈຳເປັນຕ້ອງອາໄສແຜນການທີ່ພາຍນອກບັງຄັບໃຫ້ໃຊ້, ບັນດາປະເທດໃນພາກພື້ນສາມາດສ້າງຂອບປະສານງານດ້ານຄວາມໝັ້ນຄົງຂອງຕົນ ໂດຍອາໄສການປຶກສາຫາລືກັນພາຍໃນພາກພື້ນ.
![]() |
ຄວາມໝັ້ນຄົງບໍ່ແມ່ນເປົ້າໝາຍທີ່ໂດດດ່ຽວ, ແຕ່ແມ່ນພື້ນຖານສຳຄັນຂອງການພັດທະນາ. ການລາດຕະເວນ ແລະ ບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳບໍ່ພຽງແຕ່ເນັ້ນການປາບປາມອາຊະຍາກຳຂ້າມຊາຍແດນປະເພດຕ່າງໆເທົ່ານັ້ນ, ຍັງລວມເອົາການຮັບປະກັນທາງເດີນເຮືອ, ການຊ່ວຍເຫຼືອສຸກເສີນ ແລະ ຄວາມປອດໄພການຂົນສົ່ງທາງນ້ຳເຂົ້າໃນຂອບການຮ່ວມມືອີກດ້ວຍ. ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງຈີນໄດ້ໃຊ້ເວລາຫຼາຍກວ່າ 10 ປີໃນການສຳຫຼວດພາກສະໜາມ, ຮຽບຮຽງເອກະສານກ່ຽວກັບການເດີນເຮືອ, ເຕີມເຕັມຊ່ອງຫວ່າງຂອງຂໍ້ມູນຂົນສົ່ງທາງນ້ຳ, ເຮັດໃຫ້ປະສົບການຂອງສ່ວນບຸກຄົນກາຍເປັນຜະລິດຕະພັນຄວາມໝັ້ນຄົງສາທາລະນະໃນ 4 ປະເທດຊົມໃຊ້ຮ່ວມກັນ. ການຊ່ວຍເຫຼືອເຮືອຂົນສົ່ງສິນຄ້າທີ່ເກີດອຸບັດເຫດຄັ້ງແລ້ວຄັ້ງອີກ ແລະ ການກວດກາໄພອັນຕະລາຍແຝງຊ້ອນຕາມທາງນ້ຳເທື່ອແລ້ວເທື່ອອີກ ໄດ້ຫຼຸດຜ່ອນຄວາມສ່ຽງຂອງການຂົນສົ່ງທາງນ້ຳຢ່າງແທ້ຈິງ, ຊ່ວຍໃຫ້ການຄ້າຂ້າມຊາຍແດນມີຄວາມສະດວກຫຼາຍຂຶ້ນ, ເຮັດໃຫ້ຜົນປະໂຫຍດຈາກການຮ່ວມມືດ້ານຄວາມໝັ້ນຄົງໄດ້ເຂົ້າເຖິງປະຊາຊົນ ແລະ ວິສາຫະກິດຢູ່ລຽບຕາມແມ່ນ້ຳຢ່າງແທ້ຈິງ.
ການຮ່ວມມືດ້ານຄວາມໝັ້ນຄົງສາກົນທີ່ມີປະສິດທິພາບ ບໍ່ສາມາດອາໄສພຽງແຕ່ລະບຽບການ ແລະ ການປະຕິບັດງານເທົ່ານັ້ນ, ຍັງຕ້ອງການຄວາມໄວ້ເນື້ອເຊື່ອໃຈລະຫວ່າງຄົນກັບຄົນອີກດ້ວຍ. ໃນໄລຍະ 15 ປີຜ່ານມາ, ໃນຂະນະທີ່ດຳເນີນການລາດຕະເວນຮ່ວມກັນ, 4 ປະເທດຍັງໄດ້ສ້າງເວທີແລກປ່ຽນວັດທະນະທຳ ແລະ ການຝຶກອົບຮົມວິຊາຊີບຢ່າງຕໍ່ເນື່ອງ. ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໄດ້ແຂ່ງຂັນ ແລະ ແລກປ່ຽນທັກສະ, ຖ່າຍທອດຄວາມຮູ້ໃຫ້ແກ່ກັນດ້ານຄວາມສາມາດຕົວຈິງໃນການນຳທາງເຮືອ, ການຄົ້ນຫາ ແລະ ການຊ່ວຍເຫຼືອ. ປະຊາຊົນລາວຢູ່ຝັ່ງແມ່ນ້ຳຂອງທີ່ຍົກປ້າຍຂຽນວ່າ “ອ້າຍນ້ອງ” ນັ້ນ ແມ່ນຫຼັກຖານທີ່ລຽບງ່າຍທີ່ສຸດຂອງຄວາມເຂົ້າໃຈກັນລະຫວ່າງປະຊາຊົນ.
ການຮ່ວມມືດ້ານການລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ບໍ່ແມ່ນບໍ່ມີການປ່ຽນແປງໂດຍຕະຫຼອດ, ແຕ່ແມ່ນໄດ້ຮັບການປັບປຸງໃຫ້ສົມບູນ ແລະ ຍົກລະດັບຢ່າງຕໍ່ເນື່ອງໃນການປະຕິບັດຕົວຈິງ. ຈາກການລາດຕະເວນທາງນ້ຳໃນເບື້ອງຕົ້ນ ຂະຫຍາຍໄປສູ່ການຝຶກຊ້ອມຮ່ວມ, ການສືບສວນຄະດີຮ່ວມກັນ ແລະ ການບຳລຸງສ້າງບຸກຄະລາກອນ; ຈາກການລາດຕະເວນຕາມປະສົບການຂອງນາຍເຮືອອາວຸໂສ ຮອດການນຳໃຊ້ເຕັກນິກດາວທຽມເປີຍໂຕວເຂົ້າໃນການບໍລິຫານທາງນ້ຳ ແລະ ສ້າງຫ້ອງປະຕິບັດງານມືອາຊີບເພື່ອສືບທອດປະສົບການຢ່າງເປັນລະບົບ. ກົນໄກດັ່ງກ່າວໄດ້ປັບຕົວເຂົ້າກັບສະພາບການໃໝ່ດ້ານຄວາມໝັ້ນຄົງຂອງເຂດລ້ອງແມ່ນ້ຳຢ່າງຕໍ່ເນື່ອງ ແລະ ຍົກລະດັບປະສິດທິພາບການບໍລິຫານຢ່າງບໍ່ຢຸດຢັ້ງ.
![]() |
ໃນໂລກປັດຈຸບັນ, ຄວາມສ່ຽງດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ ໄດ້ແຜ່ກະຈາຍຂ້າມຊາຍແດນ, ຫຼາຍປະເທດຕົກຢູ່ໃນສະພາບຄວາມລຳບາກດ້ານ ການບໍລິຫານຄວາມໝັ້ນຄົງ. ພຽງແຕ່ປະຖິ້ມຄວາມຄິດແບບຜົນລວມເປັນສູນ, ຢຶດໝັ້ນການປຶກສາຫາລືຢ່າງສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຈຶ່ງຈະສາມາດແກ້ໄຂບັນຫາຄວາມໝັ້ນຄົງຂ້າມຊາຍແດນໄດ້. ແຜນ ປະຕິບັດການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງດັ່ງກ່າວ ບໍ່ພຽງແຕ່ ສ້າງປະໂຫຍດແກ່ແຫຼມອິນໂດຈີນເທົ່ານັ້ນ, ຍັງໄດ້ມອບບົດຮຽນທີ່ເປັນ ປະໂຫຍດໃຫ້ແກ່ບັນດາປະເທດໃນເຂດໂລກໃຕ້ ໃນການດຳເນີນການຮ່ວມມື ດ້ານຄວາມໝັ້ນຄົງສາກົນອີກດ້ວຍ.
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)



ຄໍາເຫັນ