![]() |
ຂອບການຮ່ວມມືສະບັບໃໝ່ດັ່ງກ່າວ ໄດ້ຮັບການລົງນາມໂດຍ ທ່ານ ທອງສະຫວັນ ພົມວິຫານ ໃນນາມຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ ໃນນາມຕາງໜ້າໃຫ້ແກ່ ອົງການ ສປຊ ແລະ ຄູ່ຮ່ວມພັດທະນາ.ຊຶ່ງຂອບການຮ່ວມມືດັ່ງກ່າວໄດ້ກຳນົດທິດທາງສໍາຄັນສຳລັບການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ໃນໄລຍະ 5 ປີຕໍ່ໜ້າ, ໂດຍໄດ້ກໍານົດເອົາ 3 ເປົ້າ ໝາຍຫຼັກຄື: ການເປັນຢູ່ທີ່ດີຂອງປະຊາຊົນ; ການປົກຄອງລັດ ແລະ ບັນດາສະຖາບັນຕ່າງໆ ແລະ ດ້ານສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ; ແລະ ພ້ອມດ້ວຍ 10 ແຜນວຽກຈຸດສຸມ ຊຶ່ງສອດຄ່ອງກັບແນວທາງການພັດທະນາແຫ່ງຊາດ ແລະ ວິໄສທັດໄລຍະຍາວຂອງ ສປປ ລາວ.
![]() |
ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ກ່າວບາງຄໍາເຫັນສຳຄັນວ່າ: “ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການເປັນຄູ່ຮ່ວມມືກັບ ອົງການ ສປຊ ມາແຕ່ຍາວນານ. ເປັນເວລາຫຼາຍທົດສະວັດແລ້ວ ທີ່ອົງການ ສປຊ ໄດ້ກາຍເປັນຄູ່ຮ່ວມພັດທະນາທີ່ມີຄຸນຄ່າ ແລະ ເຊື່ອຖືໄດ້, ປະກອບສ່ວນຢ່າງສຳຄັນເຂົ້າໃນຄວາມພະຍາຍາມການພັດທະນາ ສປປ ລາວ ແລະ ຍົກລະດັບຊີວິດການເປັນຢູ່ທີ່ດີຂອງປະຊາຊົນ. ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການຮ່ວມມື ແລະ ການສະໜັບສະໜູນຢ່າງຕໍ່ເນື່ອງ. ລັດຖະບານ ສປປ ລາວ ຢືນຢັນຄວາມໝາຍໝັ້ນໃນການຮ່ວມມືກັບ ອົງການ ສປຊ ປະຈຳ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ເພື່ອຮັບປະກັນການຈັດຕັ້ງປະຕິບັດຂອບຮ່ວມມືສະບັບໃໝ່ນີ້ໃຫ້ມີປະສິດທິພາບ ແລະ ມີການປະສານງານກັນເປັນຢ່າງດີໂດຍມີເປົ້າໝາຍເພື່ອບັນລຸການພັດທະນາແບບຍືນຍົງທີ່ມີຜົນຈັບຕ້ອງໄດ້ ແລະ ຍາວນານພາຍໃນປະເທດ.” ໃນຂະນະດຽວກັນ, ທ່ານ ບາໂຄເດຍ ເບີຄານ໊ອບ ກໍໄດ້ມີຄໍາເຫັນບາງຕອນວ່າ: “ຂອບຮ່ວມມືດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອົງການ ສປຊ ຕໍ່ລັດຖະບານ ແຫ່ງ ສປປ ລາວ ໃນການສະໜັບສະໜູນບຸລິມະສິດການພັດທະນາແຫ່ງຊາດ, ລວມທັງວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສອດຄ່ອງກັບວິໄສທັດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10, ບຸລິມະສິດເຫຼົ່ານີ້ ຈະເປັນແນວທາງໃນການວາງແຜນ, ຈັດລຳດັບຄວາມສຳຄັນ ແລະ ຈັດຕັ້ງປະຕິບັດ ໃນງົບປະມານຈຳນວນປະມານ 510 ລ້ານໂດລາ ຈາກ 24 ອົງການ, ກອງທຶນ ແລະ ໂຄງການຂອງ ສປຊ ໃນໄລຍະ 5 ປີຂ້າງໜ້າ.”
![]() |
ຫຼັງຈາກພິທີດັ່ງກ່າວ, ກໍໄດ້ມີການຈັດກອງປະຊຸມລະດັບສູງ ຂອງຄະນະກຳມະການຊີ້ນໍາຮ່ວມ ຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສຳລັບປີ 2022 - 2026 ຊຶ່ງເປັນກອງປະຊຸມຄັ້ງສຸດທ້າຍຂອງຂອບການຮ່ວມມືສະບັບປັດຈຸບັນ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ, ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ໃນທີ່ປະຊຸມ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລື ແລະ ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນຕໍ່ກັບຜົນສຳເລັດຂອງຂອບການຮ່ວມມືສະບັບປັດຈຸບັນ, ບັນດາບຸລິມະສິດສຳລັບປີ 2027 ແລະ ວາລະອື່ນໆທີ່ສໍາຄັນ ຊຶ່ງປະທານຮ່ວມກອງປະຊຸມກໍໄດ້ຢໍ້າຄືນເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມຄະນະກໍາມະການຊີ້ນໍາຮ່ວມຂອບການຮ່ວມມື ຊຶ່ງເປັນທັງເວທີປຶກສາຫາລື ແລະ ກົນໄກສໍາຄັນໃນການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານ/ໂຄງການຮ່ວມມືຕ່າງໆ ລະຫວ່າງລັດຖະບານ ແລະ ອົງການເຄືອຂ່າຍ ສປຊ.
(ຂ່າວ: ກຕທ)



ຄໍາເຫັນ