ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ການເຄື່ອນທັບທາງໄກຂອງກອງທັບແດງຈີນ
ເພື່ອ​ຫວນ​ຄືນ​ມູນເຊື້ອ​ອັນ​ພິລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ຂອງ​ກອງທັບ​ແດງ​ວິລະ​ຊົນ ພາຍ​ໃຕ້​ການ​ນຳພາ​ໂດຍ​ກົງ ແລະ ເດັດຂາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຄື່ອນ​ທັບ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ແລະ ໃນ​ທີ່​ສຸດ​ກໍ​ສາມາດ​ໄປ​ເຖິງ​ຈຸດ​ທີ່​ໝັ້ນ​ຂອງ​ຕົນ​ໄດ້​ຢ່າງ​ມີ​ໄຊ.

ຕໍ່ເຫດການປະຫວັດສາດອັນຍິ່ງໃຫຍ່ໃນຄັ້ງນີ້, ຄົນຮຸ່ນໃໝ່ ຕ້ອງໄດ້ຮຽນຮູ້ ແລະ ເຂົ້າ ໃຈຢ່າງເລິກເຊິ່ງ ຕໍ່ນ້ຳໃຈເສຍ ສະຫຼະອັນສູງສົ່ງຂອງກອງທັບແດງຈີນ ເພື່ອໃຫ້ໄດ້ມາຊຶ່ງຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕຂອງປະຊົນຢ່າງແທ້ຈິງ.

ກອງທັບແດງ ໄດ້ເຄື່ອນທັບຈາກພາກໃຕ້ຂຶ້ນສູ່ພາກເໜືອຂອງຈີນ ດ້ວຍໄລຍະທາງ 12,500 ກິໂລແມັດ ໃຊ້ເວລາຫຼາຍປີ. ຕະຫຼອດໄລຍະຂອງການເດີນທາງ ແມ່ນລະອິດລະອ້ຽວຫຍຸ້ງຍາກລຳບາກຫຼາຍ. ຜ່ານທົ່ງພຽງ, ພູເຂົາ ແລະ ຫ້ວຍນ້ຳລຳເຊ ບໍ່ຈັກວ່າເທົ່າໃດ, ຊ້ຳຍັງຖືກກອງທະຫານຂອງຝ່າຍສັດຕູ ທີ່ມີກຳລັງອັນຫຼວງຫຼາຍ ໄລ່ຕິດຕາມຢ່າງຕໍ່ເນື່ອງ ຊຶ່ງໄດ້ມີການປະທະ ແລະ ຕໍ່ສູ້ກັນຕະຫຼອດໄລຍະຂອງການເດີນທາງ. ແຕ່ກອງທັບແດງ ກໍບໍ່ໄດ້ຫວັ່ນໄຫວຕໍ່ອຸປະສັກນາໆປະການ, ທັງເຄື່ອນທັບ ທັງຕໍ່ສູ້ກັບສັດຕູ ເພື່ອບັນລຸຈຸດໝາຍ ແລະ ອຸດົມການຂອງພັກ ທີ່ໄດ້ກຳນົດໄວ້.

ຍ້ອນການຊີ້ນຳ-ນຳພາ ອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກກອມມູນິດຈີນບວກກັບທາດແທ້ປະຕິວັດອັນອົງອາດກ້າຫານຂອງກອງທັບແດງ, ຈຶ່ງເຮັດໃຫ້ການເຄື່ອນທັບບັນລຸຈຸດໝາຍປາຍທາງ ຢ່າງເດັດຂາດມີໄຊ. ຈາກນັ້ນ, ພັກ ກໍໄດ້ສືບຕໍ່ນຳພາພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ການເຄອນທບທາງໄກຂອງກອງທບແດງຈນ - image 1
 

ປັດຈຸບັນນີ້, ປະເທດຈີນ ແມ່ນໄດ້ມີການພັດທະນາຢ່າງຮອບດ້ານ ແລະ ກ້າວກະ ໂດດ, ອັນໄດ້ເຮັດໃຫ້ ສປ ຈີນ ມີບົດບາດອັນສູງສົ່ງ ໃນເວທີພາກພື້ນ ແລະ ສາກົນ. ນັ້ນສະແດງໃຫ້ເຫັນເຖິງບົດບາດການນຳພາຂອງພັກ ບວກກັບກຳລັງແຮງແຫ່ງຄວາມມະຫາສາມັກຄີຂອງປວງຊົນທັງຊາດ, ໄດ້ພ້ອມກັນເປັນຈິດໜຶ່ງໃຈດຽວ ປະຕິບັດຕາມແນວທາງຂອງພັກ ໃນແຕ່ລະໄລຍະ ໃຫ້ປະກົດຜົນເປັນຈິງດັ່ງທຸກວັນນີ້. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນ ຢ່າງແຮງກ້າວ່າ: ສປ ຈີນ ຈະມີຄວາມເຕີບໃຫຍ່ຂະ ຫຍາຍຕົວ ແລະ ມີຄວາມເຂັ້ມ ແຂງຢ່າງຮອບດ້ານ ແລະ ກ້າວເດີນຕາມຈຸດໝາຍສັງຄົມນິຍົມ ຕາມວັດຖຸປະສົງຂອງພັກ ທີ່ໄດ້ກຳນົດໄວ້.

ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີງາມ ທີ່ມີມາແຕ່ດົນນານ ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ບໍ່ມີອຸປະສັກໃດໆ ຈະມາກີດຂວາງໄດ້ນັ້ນ ພວກເຮົາ ຈະໄດ້ມີການຮ່ວມມືກັນໃນຫຼາຍດ້ານ ເພື່ອພ້ອມກັນກ້າວເດີນໄປຂ້າງໜ້າ ຕາມທິດຂະຫຍາຍຕົວ ໂດຍສະເພາະ ດ້ານການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊຶ່ງບັນຫານີ້ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືເປັນບັນຫາສຳຄັນ ເປັນບຸລິມະສິດ ໂດຍໄດ້ຍົກຂຶ້ນເປັນວາລະແຫ່ງຊາດ ແນໃສ່ປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າໃຫ້ດີຂຶ້ນເປັນ ກ້າວໆ, ເຮັດໃຫ້ປະເທດລາວ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ.

ສະນັັ້ນ, ຜ່ານການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງພວກຂ້າພະເຈົ້າ ໃນຄັ້ງນີ້, ເຫັນໄດ້ຢ່ງຈະແຈ້ງວ່າ: ຍ້ອນມີການນຳພາທີ່ສະຫຼາດສ່ອງໃສຂອງພັກກອມມູນິດຈີນ, ປະເທດຈີນ ຈຶ່ງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີຄວາມຈະເລີນຮຸ່ງເຮືອງສີວິໄລ, ສັງຄົມມີຄວາມສະຫງົບ, ຍຸຕິທຳ, ປະຊາຊົນມີສິດເສລີພາບ ແລະ ມີເງື່ອນໄຂໃນການພັດ ທະນາຕົນເອງຢ່າງເຕັມສ່ວນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຈີນ ມີຄວາມອີ່ມໜຳສຳລານ.ຂ້າພະເຈົ້າ ຈະນຳເອົາບົດຮຽນອັນລ້ຳຄ່ານີ້ ແລະ ທີ່ຮັບຮູ້ໄດ້ໃນຄັ້ງນີ້, ປະກອບເຂົ້າໃນຫຼັກສູດການຮຽນ-ການສອນ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງພະບາງ.

ຕໍ່ໜ້າສະພາບການຂອງໂລກ ແລະ ພາກພື້ນ ທີ່ມີການຜັນແປຢ່າງສັບສົນ ແລະ ຄາດເດົາໄດ້ຍາກຄືຊູ່ມື້ນີ້, ພວກເຮົາ ຍິ່ງຈະຕ້ອງໄດ້ເພີ່ມທະວີສາຍພົວພັນຮ່ວມມືມິດຕະພາບ ແລະ ຄວາມສາມັກຄີໃຫ້ໜັກແໜ້ນກວ່າເວລາໃດໝົດ. ພ້ອມດຽວກັນນີ້, ຂ້າພະເຈົ້າ ກໍມີຄວາມເຊື່ອໝັ້ນວ່າ: ຈະໄດ້ຮັບການສະໜັບສະໜູນອຸ້ມຊູຊ່ວຍເຫຼືອຈາກພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ກັບວຽກງານດ້ານຕ່າງໆ ໃຫ້ ສປປ ລາວ ທີ່ເຫັນວ່າ: ຍັງມີຄວາມຫຍຸ້ງຍາກ ແລະເປັນອຸປະສັກ ໃນການສ້າງສາພັດທະນາປະເທດຊາດ.

ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພັກ ແລະ ລັດຖະບານ ແຫ່ງ ສປ ຈີນ ທີ່ໄດ້ໃຫ້ໂອກາດ, ອຳນວຍຄວາມສະດວກທຸກປະການ ໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ຊຶ່ງບັນດາຄວາມຮູ້ ແລະ ປະສົບການທີ່ໄດ້ຮັບ, ຂ້າພະເຈົ້າ ຈະເອົາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ.

ອວຍພອນສາຍພົວພັນມິດຕະພາບ ລາວ-ຈີນ ຈົ່ງສວຍສົດງົດງາມ ແລະ ຍືນຍົງຊົ່ວກາລະນານ.

ຄໍາເຫັນ

ຂ່າວການຮ່ວມມື

ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ປີນີ້ເປັນປີຄົບຮອບ 90 ປີແຫ່ງໄຊຊະນະຂອງການເດີນທັບທາງໄກຂອງກອງທັບແດງກໍາມະກອນຊາວນາຈີນ. ໃນຖານະທີ່ເປັນມະຫາກາບແຫ່ງການເອົາຊະນະຄວາມຫຍຸ້ງຍາກທີ່ສັ່ນສະເທືອນໂລກໃນປະຫວັດສາດມະນຸດສະໄໝໃໝ່,ການເດີນທັບທາງໄກໄດ້ກ້າວຂ້າມຂອບເຂດຂອງປະເທດດຽວ ແລະ ສ້າງແກ່ນສານຈິດໃຈແຫ່ງຄວາມເປັນເອກະລາດ,​ ເປັນເຈົ້າຕົນເອງ, ປະຕິບັດຕົວຈິງ, ການຝັງຮາກເລິກໃນປະຊາຊົນ ແລະ ການບຸກບືນຢ່າງໜຽວແໜ້ນ, ກາຍເປັນຊັບສົມບັດທາງຈິດໃຈຮ່ວມຂອງມວນມະນຸດ.
ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ພິທີມອບ-ຮັບກ່ອງຮັບສັນຍານໂທລະພາບດີຈີຕອນຈໍານວນ 630 ຊຸດໃນໂຄງການໂທລະພາບດີຈີຕອນລາວເຂົ້າເຖິງໝູ່ບ້ານໃຫ້ບ້ານທົ່ງມັ່ງ ແລະ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ, ໃຫ້ກຽດມອບໂດຍທ່ານນາງ ຢາງເຊິ່ງ ຜູ້ກວດກາຂັ້ນສອງຂອງສະມາຄົມມິດຕະພາບປະຊາຊົນແຂວງຢຸນນານ ກັບຕ່າງປະເທດ ແລະ ຮັບໂດຍນາຍບ້ານທົ່ງມັ່ງ ແລະ ນາຍບ້ານນາແຄ ໂດຍມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ວັນທີ 20 ຕຸລານີ້, ຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ນຳພາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ພົບປະເຮັດວຽກສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ ສສ ຫວຽດນາມ, ໂດຍມີສະຫາຍ ບຸ່ຍ ກວາງ ຮຸ່ຍ ກຳມະການສູນກາງພັກ ກອມມູນິດຫວຽດນາມ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເລຂາທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນສົມທົບກັບສະມາຄົມແລກປ່ຽນ ອຸດສາຫະກຳ ແລະ ວັດທະນະທຳເກົາຫຼີ - ລາວ (KLICEA), ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ແລະ ສະຖາບັນພັດທະນາວິສາຫະກິດເອເນີຈີວັລເລ (EVEDI) ໄດ້ຈັດກອງປະຊຸມສົ່ງ ເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2 ຂຶ້ນໃນວັນທີ 21 ຕຸລານີ້ ທີ່ໂຮງແຮມຮໍລິ ເດອິນແອນສະວີດ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນລັດ ແລະ ພາກທຸລະກິດຂອງສອງປະເທດ ເຂົ້າຮ່ວມ.
ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນປະທານ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານຈາກບັນດາກະຊວງ, ອຳ ນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ແຂກຖືກເຊີນເຂົ້າຮ່ວມ.
ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຫັນດີອະນຸມັດໃຫ້ພະ ນັກງານໄປຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2026 ລະຫວ່າງວັນທີ 18/10-12/12/ 2026 ຈຳນວນ 20 ທ່ານ ຍິງ 6 ທ່ານ. ພິທີເປີດຊຸດຝຶກອົບຮົມຢ່າງເປັນທາງການຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ, ທີ່ສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ ໃຫ້ກຽດເປັນປະທານກ່າວເປີດໂດຍທ່ານ ຟ້າມ ມີງເຊີນ ຫົວໜ້າສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ, ມີທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໃນນາມຫົວໜ້າຄະນະ, ທ່ານ ວັນເພັງ ໄຟຍະມາດ ເລຂາເອກສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄູ-ອາ ຈານ ແລະ ສໍາມະນາກອນເຂົ້າຮ່ວມ.
CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 17 ຕຸລາ ຜ່ານມານີ້, ສູນອາຊີ-ອາຟຣິກາ ແລະ ສະຖານີຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ - ລາວ - ມຽນມາ - ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ແຂວງຢຸນນານ ຈີນ. ເຈົ້າໜ້າທີ່ປະຕິບັດກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ ຮູບເງົາເລື່ອງນີ້ນໍາ ສະເໜີໄດ້ສ້າງຄວາມຮູ້ສຶກຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 109,000 ໂດລາ ເພື່ອປະຕິບັດ “ໂຄງ ການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້​ໂຄງ​ການຊ່ວຍເຫຼືອ​ຂັ້ນ​ຮາກ​ຖານ(GGP); ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

30 ປີ ແຫ່ງການສະຖາປະນາ ວັນເອກະພາບປະຊາຊົນຣັດເຊຍ ແລະ ເບລາຣຸສ

ເນື່ອງໃນໂອກາດ ຄົບຮອບ 30 ປີ ແຫ່ງການສະຖາປະນາວັນເອກະພາບຂອງປະຊາຊົນຣັດເຊຍ ແລະ ເບລາຣຸສ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ປະຈຳນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ສປປ ລາວ, ທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ທ່ານ ຄິຣິວ ຄາມີເຊຟ ອັກຄະລັດຖະທູດທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສາທາລະນະລັດເບລາຣຸສ ປະຈຳ ສສ ຫວຽດນາມ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ