![]() |
ທ່ານ ສຸລິຍາ ປ່າໄຊ ກ່າວວ່າ: ຈຸດປະສົງ ແລະ ຂັ້ນຕອນການພັດທະນາວິທະຍາໄລດັ່ງກ່າວ ຊຶ່ງວິທະຍາໄລເຕັກນິກລາວ-ເຢຍລະມັນມີ 2 ວິທະຍາເຂດຄື: ສໍາໜັກງານໃຫຍ່ ຕັ້ງຢູ່ບ້ານວັດນາກ ເມືອງສີສັດຕະນາກ ນວ ມີເນື້ອທີ່ 26,180 ຕາແມັດ ແລະ ວິທະຍາເຂດທີ 2 ຕັ້ງຢູ່ບ້ານຊຽງດາ ເມືອງໄຊເຊດຖາ ນວ ຖືກສ້າງຕັ້ງຂຶ້ນໃນປີ 2015 ມີເນື້ອທີ່ 20,000 ຕາແມັດ, ວິທະຍາເຂດແຫ່ງນີ້ ໄດ້ຮັບການສະໜັບສະໜູນຈາກ ທະນະຄານພັດທະນາເຢຍລະມັນ (KFW) ຈໍານວນເງິນ 1,100,000 ເອີໂຣ ແລະ ທຶນຂອງລັດຖະບານ ສປປ ລາວ ຈໍານວນ 15 ຕື້ກີບ ເປົ້າໝາຍສ້າງຕັ້ງຂຶ້ນເພື່ອຮອງຮັບສາຂາ ພາກວິຊາກົນຈັກໜັກ ແລະ ກົນຈັກກະສິກຳ ພື້ນຖານໂຄງລ່າງ ປະກອບດ້ວຍໂຮງຊ່າງກົນຈັກໜັກ 1 ຫຼັງ, ໂຮງຊ່າງກົນຈັກກະສິກຳ 1 ຫຼັງ, ອາຄານທິດສະດີ 2 ຊັ້ນ 1 ຫຼັງ, ໂຮງຊ່າງສໍາລັບການຮ່ວມມືກັບພາກເອກະຊົນ 1 ຫຼັງ ແລະ ຫໍພັກຍິງ 1 ຫຼັງ, ຫໍພັກຊາຍ 1 ຫຼັງ (ທັງ 2 ຫຼັງຮັບຮອງນັກຮຽນ-ນັກສຶກສາໄດ້ 300 ຄົນຕໍ່ປີ. ປັດຈຸບັນ ວິທະຍາໄລແຫ່ງນີ້ ມີພະນັກງານຄູ-ອາຈານທັງໝົດ 73 ຄົນ ຍິງ 28 ຄົນ, ພະນັກງານບໍລິຫານ 9 ຄົນ ຍິງ 8 ຄົນ, ຄູສອນ 64 ຄົນ ຍິງ 20 ຄົນ, ມີນັກຮຽນທັງໝົດ 1,687 ຄົນ ຍິງ 69 ຄົນ, ນັກຮຽນປີທີ 1 ມີ 986 ຄົນ ຍິງ 32 ຄົນ (ໄລຍະຍາວ 908 ຄົນ ຍິງ 32 ຄົນ, ນັກຮຽນໄລຍະສັ້ນ 78 ຄົນ). ໃນປີນີ້ ພາກວິຊາກົນຈັກໜັກ-ກົນຈັກກະສິກຳ ມີພະນັກງານ 6 ທ່ານ, ມີນັກຮຽນ-ນັກສຶກສາທັງໝົດ 234 ຄົນ ຍິງ 1 ຄົນ, ປີທີ 1 ມີນັກຮຽນ 130 ຄົນ. ພາຍຫຼັງວິທະຍາເຂດແຫ່ງນີ້ສ້າງສໍາເລັດ ກໍໄດ້ຍ້າຍພາກວິຊາກົນຈັກໜັກ-ກົນຈັກກະສິກຳ ມາຈັດຕັ້ງການຮຽນ-ການສອນຢູ່ທີ່ນີ້ ນັບຈາກນັ້ນມາ ແຕ່ຍ້ອນຂາດດ້ານງົບປະມານແດ່ ເຮັດໃຫ້ແກ່ຍາວ ແລະ ມາຮອດປີນີ້ ຄະນະອໍານວຍການ ຈຶ່ງຕັດສິນໃຈຂຶ້ນງົບປະມານເພື່ອເຮັດປ້າຍ ແລະ ໄດ້ເຮັດສໍາເລັດແລ້ວ.
![]() |
ໃນພິທີໄດ້ມີການຕັດແຖບຜ້າເປີດປ້າຍ, ລັ່ນຄ້ອງໄຊ 9 ບາດ ເພື່ອເປັນສິລິມຸງຄຸນ, ເປີດຮັບໂຊກລາບ, ຄວາມສາມັກຄີ, ສື່ສຽງອັນດີງາມ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມໝັ້ນຄົງຖາວອນຂອງວິທະຍາໄລເຕັກນິກລາວ-ເຢຍລະມັນອີກດ້ວຍ.
![]() |
ຂ່າວ: ລູກນ້ຳເຊ ອິນທະດາລິນ



ຄໍາເຫັນ