![]() |
ການມອບ-ໂອນວຽກງານດັ່ງກ່າວ ເພື່ອປະຕິບັດຕາມແຈ້ງການແນະນໍາ ຂອງກົມໃຫຍ່ການເມືອງກອງ ທັບ ວ່າດ້ວຍການມອບໂອນ ວຽກງານຍ້ອງຍໍ ທີ່ຂຶ້ນກັບ ພະແນກນະໂຍບາຍ ໄປຂຶ້ນກັບ ພະແນກໂຄສະນາອົບຮົມ ຊຶ່ງປະກອບມີ 1. ວຽກງານຍ້ອງຍໍສາຍລັດຖະບານ, 2. ວຽກງານຍ້ອງຍໍກະຊວງປ້ອງກັນປະເທດ, 3. ວຽກງານຍ້ອງຍໍໂຮງໝໍສູນກາງ 103 ກອງທັບ, 4. ວຽກງານຍ້ອງຍໍໃຫ້ພາກສ່ວນຊ່ຽວຊານ ສປ ຈີນ, 5. ວຽກງານຍ້ອງຍໍໃຫ້ພາກສ່ວນຊ່ຽວຊານ ສສ ຫວຽດນາມ. ນອກນີ້, ເພື່ອເປັນການຈັດສັນ ແລະ ແບ່ງຄວາມຮັບຜິດ ຊອບວຽກງານ ລະຫວ່າງ ແນກນະໂຍບາຍ ແລະ ພະແນກໂຄສະນາ-ອົບຮົມ ໃຫ້ມີຄວາມລະອຽດຈະແຈ້ງ, ເພື່ອເປັນການຍົກສູງປະສິດທິພາບ ເຮັດໃຫ້ການຕິດຕາມ, ປະສານງານ ແລະ ຈັດຕັ້ງປະຕິບັດວຽກງານຍ້ອງຍໍ ມີຄວາມວ່ອງໄວ, ຖືກຕ້ອງຕາມລະບຽບ ແລະ ບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
![]() |
ໂອກາດນີ້, ສະຫາຍ ພັນເອກ ດຣ ພູໂຂງ ແພງຄໍາກີບ ໄດ້ເນັ້ນໜັກໃຫ້ພະແນກໂຄສະນາ-ອົບຮົມ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ປະສານສົມທົບ ແລະ ແລກປ່ຽນຖອດຖອນບົດຮຽນ ກັບພະແນກນະໂຍ ບາຍຢ່າງໃກ້ຊິດ ເພື່ອນໍາມາໝູນໃຊ້ເຂົ້າໃນວຽກງານຕົວຈິງ, ສືບຕໍ່ດໍາເນີນວຽກງານຍ້ອງຍໍໃຫ້ຖືກຕ້ອງຕາມລະ ບຽບຫຼັກການ, ມີຄວາມວ່ອງໄວໃນການປະສານງານກັບຂັ້ນເທິງ ເພື່ອຮັບປະກັນໃຫ້ການປະຕິບັດວຽກງານມີປະສິດທິພາບ ແລະ ປະສິດທິຜົນສູງສຸດ.
ຂ່າວ: ໂຊກທະວີ ແກ້ວບຸດຕະລາດ


ຄໍາເຫັນ