![]() |
ທ່ານນາງ ນາລີ ເຕັ່ງ ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ທີ່ສູນການຄ້າ ລາວ-ໄອເຕັກ ວ່າ: ທີ່ມາຂອງການເຮັດ ຮ້ານ "ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ" ຍ້ອນວ່າ ຕັ້ງແຕ່ດັ້ງເດີມແມ່ນເຮັດຕາມປະເພນີ ທີ່ປູ່ຍ່າຕາຍາຍ ແລະ ພໍ່ແມ່ ພາເຮັດສືບໆກັນມາ, ທໍາອິດແມ່ນເຮັດໄວ້ໃຊ້ເອງ, ແຕ່ເມື່ອມີຄົນເຫັນ ແລ້ວເກີດຄວາມສົນໃຈຖາມຊື້, ຈາກນັ້ນ ຈຶ່ງມີແນວຄວາມຄິດ ວ່າ ເຮົາຈຶ່ງເລີ່ມເຮັດຂາຍຄືຈະເປັນຜົນທີ່ດີ, ຈາກຈຸດນ້ອຍໆ ກໍຂະຫຍາຍໂຕຂຶ້ນເລື້ອຍໆ, ຮ້ານເຮົາເກີດຈາກການຮ່ວມມືຂອງ 3 ເອື້ອຍນ້ອງ ທີ່ຮັກໃນວຽກງານຫັດຖະກໍານີ້.
![]() |
ຮ້ານສາມເອື້ອຍນ້ອງຄໍາວ່າ "ຂຽນທຽນ" ແມ່ນການໃຊ້ທຽນຂີ້ເຜິ້ງ ມາແຕ້ມເປັນລວດລາຍຕ່າງໆຕາມທີ່ຕ້ອງການຂອງເຈົ້າຂອງຮ້ານເອງ ຫຼື ຕາມທີ່ລູກຄ້າມັກ (ເຊັ່ນ: ລາຍກົ້ນຫອຍ ຫຼື ລາຍພື້ນເມືອງ) ລົງເທິງຜ້າ, ຫຼັງຈາກແຕ້ມແລ້ວ ກໍນໍາຜ້າໄປຍ້ອມ, ຈາກນັ້ນນໍາໄປຕົ້ມເພື່ອໃຫ້ທຽນລະລາຍອອກ ແລ້ວຈຶ່ງນໍາມາປັກ ຫຼື ແສ່ວຕື່ມ. ນອກຈາກນີ້ ເຮົາກໍຍັງໃຊ້ເສັ້ນໄຍຈາກເປືອກ "ມ່າງ" (ກັນຊົງ) ທີ່ນໍາມາຕໍາ, ຟອກ ແລະ ຕໍ່າເປັນຜ້າທໍາມະຊາດ.
ປັດຈຸບັນ, ຮ້ານມີຜະລິດຕະພັນຂອງເຮົາມີຫຼາກຫຼາຍ ເຊັ່ນ: ເສື້ອຜ້າຊຸດຊົນເຜົ່າ (ຍິງ-ຊາຍ), ກະໂປ່ງ, ກະເປົາ ແລະ ຜ້າເປັນມ້ວນ. ເຮົາໄດ້ຮັກສາລວດລາຍເດີມໄວ້ ແລະ ບາງສ່ວນກໍອອກແບບໃໝ່ໃຫ້ທັນກັບຍຸກສະໄໝ ເໝາະກັບການນໍາໃຊ້ໃນຊີວິດປະຈໍາວັນ.
![]() |
ງານຫັດຖະກໍານີ້ ສາມາດຊ່ວຍສ້າງລາຍຮັບ ແລະ ພັດທະນາຊຸມຊົນໄດ້ ຍ້ອນວ່າພວກເຮົາມີຖານການຜະລິດຢູ່ ແຂວງຫົວພັນ (ເມືອງຊໍາເໜືອ ບ້ານຫາດເມືອງ ແລະ ເມືອງຊົບເບົາ), ໃນແຕ່ລະເດືອນ ຜະລິດ ແລະ ສົ່ງອອກປະມານ 1,000 ກວ່າຜືນ ໂດຍມີຊາວບ້ານ ແລະ ແຮງງານໃນຊຸມຊົນປະມານ 30–40 ຄົນ ເຂົ້າມາມີສ່ວນຮ່ວມໃນຂັ້ນຕອນການແຕ້ມ, ຍ້ອມ ແລະ ປັກຜ້າ. ນີ້ຖືວ່າ ຫັດຖະກໍາແຕ້ມ, ຫຍິບ, ປັກ, ຖັກ, ແສ່ວ ກາຍເປັນການສ້າງອາຊີບ ແລະ ປັບປຸງຊີວິດຄວາມເປັນຢູ່ຂອງຊາວບ້ານໃຫ້ດີຂຶ້ນ.
ສິນຄ້າຂອງຮ້ານ ນອກຈາກຈໍາໜ່າຍພາຍໃນປະເທດແລ້ວ ຍັງສົ່ງອອກໄປປະເທດໄທ ແລະ ອາເມຣິກາ, ລາຄາຜະລິດຕະພັນແມ່ນເລີ່ມຕົ້ນທີ່ 130,000 – 150,000 ກີບ ສໍາລັບກະເປົາ ແລະ ຜ້າເປັນມ້ວນ (5-6 ແມັດ ຫາ 10ແມັດ ແລ້ວແຕ່ລູກຄ້າສັ່ງຈ່ອງ) ຜ້າທີ່ມີລາຍຍາວດັ່ງກ່າວ ເໝາະສົມກັບການວາງໂຊ ຕາມໂຮງແຮມ, ເຮືອນພັກ ຫຼື ຮ້ານອາຫານ, ລາຄາຈະຢູ່ທີ່ 800,000 ກີບ ຫາ 1,000,000 ກວ່າກີບ ຂຶ້ນກັບຄວາມຍາກ-ງ່າຍຂອງລາຍ, ລາຍຮັບປີໜຶ່ງໆ ແມ່ນຕື້ກວ່າກີບ, ເງິນທີ່ໄດ້ຈາກວຽກງານດັ່ງກ່າວຕໍ່າສຸດປະມານ 6 ລ້ານກີບ ຫາ 8 ລ້ານກີບ, ຖ້າຫາກວ່າ ທ່ານໃດສົນໃຈ ໂທ: 28613428 ຫຼື ເຂົ້າໄປຢ້ຽມຊົມໄດ້ທີ່ ໜ້າຮ້ານ ບ້ານຕານມີໄຊ ເມືອງໄຊທານີນະຄອນຫຼວງວຽງຈັນ.



ຄໍາເຫັນ