![]() |
ຈຸດປະສົງຂອງການບັນຍາຍເອກະສານເພື່ອຍົກລະດັບວຽກງານການເປັນຜູ້ນໍາພາ-ຊີ້ນໍາ ໂດຍສະເພາະແບບແຜນວິທີນໍາພາ ແລະ ວິທີເຮັດວຽກທີ່ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ-ລັດ.
ໃນພິທີດັ່ງກ່າວ, ທ່ານ ຄໍາກອງ ທໍາມະເທວາ ໄດ້ບັນຍາຍ 3 ເອກະສານ ຄື: ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງພະນັກງານ-ສະມາຊິກພັກ; ພະນັກງານນໍາພາຄຸ້ມຄອງ ຕ້ອງກໍາແໜ້ນແບບແຜນນໍາພາ ແລະ ວິທີເຮັດວຽກທີ່ຖືກກັບແນວທາງຂອງພັກ ແລະ ກົດໝາຍຂອງລັດ; ສັງຄົມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
![]() |
ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງພະນັກງານທະນາຄານການຄ້າຕ່າງປະເທດລາວມະຫາຊົນໄດ້ຮັບຮູ້, ເຂົ້າໃຈ ກ່ຽວກັບແບບແຜນການນໍາພາ ແລະ ວິທີເຮັດວຽກທີ່ຖືກຕ້ອງກັບແນວທາງຂອງພັກ ແລະ ນໍາເອົາບົດຮຽນດັ່ງກ່າວ ໄປປັບປຸງ ແລະ ເພີ່ມທະວີບົດບາດການນໍາພາ-ຊີ້ນໍາວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນ, ຈົງຮັກພັກດີຕໍ່ອຸດົມການສັງຄົມນິຍົມ, ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງບໍລິສຸດສັດຊື່, ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.
![]() |
(ຂ່າວ- ພາບ: ວັນນະທອນ)



ຄໍາເຫັນ