ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026
ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ນວ ມຄວາມພອມຮອບດານ ຈດງານບນອອກພນສາປະວຣະນາ ແລະ ບນຊວງເຮອ ທທາວດຈນ ເມອງຈນທະບລ ປະຈາປ 2026 - image 1
 

ທ່ານ ແສງອາທິດ ພິມເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ປະທານ ຄະນະກຳມະການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ຕໍ່ສື່ມວນຊົນໃນວັນທີ 14 ຕຸລາຜ່ານມາ ທີ່ ນວ ວ່າ: ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ຊຶ່ງເປັນງານບຸນປະຈໍາຊາດ ທີ່ສືບທອດປະຕິບັດກັນມາໃນທຸກໆປີ. ການຈັດງານບຸນດັ່ງກ່າວກໍເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ເປັນການປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ເຂົ້າມາທ່ຽວ ນວ, ເປັນການຊຸກຍູ້ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ເພື່ອທົນແທນການນໍາເຂົ້າ ແລະ ເປັນການສົ່ງເສີມການຄ້າ-ຂາຍ ເຮັດໃຫ້ເສດຖະກິດດີຂຶ້ນ.

ງານບຸນໃນປີນີ້ປະກອບມີກິດຈະກຳຕ່າງໆດັ່ງນີ້: ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ: ໃນເຊົ້າວັນທີ 20/10/2026 ເວລາ 7:00 ໂມງເຊົ້າ ມີການຄອບໄຂວ່ສະຖານທີ່ສັກສິດ. ເລີ່ມເວລາ 3:00 ໂມງເຊົ້າ ຂອງວັນທີ 26/10/2026 ເປັນຕົ້ນໄປຈະໄດ້ມີພິທີຄື: ເຂດວັດວາອາຣາມ: ເວລາ 3:00 - 4:00 ໂມງເຊົ້າ ພະອາຈານ ມີພິທີສູດອອກພັນສາປະວໍຣະນາ, ເວລາ 7:00 ໂມງເຊົ້າ ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ, ເວລາ 19:00 - 19:40 ໂມງແລງ ມີພິທີວຽນທຽນ, ໄຫຼເຮືອໄຟນໍ້າ; ເຂດສວນເຈົ້າອານຸວົງ ແລະ ຜາມໄຊ (ທ່າວັດຈັນ): ເວລາ 20:00 ໂມງເປັນຕົ້ນໄປມີການຄົບງັນ, ຈຸດບັ້ງໄຟພຸ-ໄຟດອກ ແລະ ບັ້ງໄຟຕະໄລ, ມີການສະແດງສິລະປະວັນນະຄະດີ; ເຂດແຄມຂອງທ່າວັດຈັນ: ມີການໄຫຼເຮືອໄຟ, ລອຍກະໂທງ ແລະ ບໍ່ອະນຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.

ກິດຈະກຳການຊ່ວງເຮືອ: ໃນວັນທີ 27/10/2026 ເວລາ 8:30 ໂມງເຊົ້າເປັນຕົ້ນໄປເລີ່ມຈັດການແຂ່ງຂັນຊ່ວງເຮືອ 30 ສີພາຍ (ຊາຍ) ແລະ ເຮືອ 12 ສີພາຍ (ຍິງ-ຊາຍ) ລະຫວ່າງອົງ ການປົກຄອງເມືອງ ແລະ ບັນດາ 3 ຕາແສງ, ເວລາ 16:00 ໂມງມອບລາງວັນເຮືອຊ່ວງ. ສໍາລັບກິດຈະກຳວາງສະແດງ ແລະ ຊື້-ຂາຍສິນຄ້າ: ກຳນົດແຕ່ວັນທີ 23 - 27/10/2026 (ກໍານົດເວລາ 5 ວັນ): ມີການວາງສະແດງ ແລະ ຂາຍສິນຄ້າຢູ່ໃນຂອບເຂດສວນເຈົ້າອານຸວົງ, ຢູ່ຕາມຂອບເສັ້ນທາງເຈົ້າຟ້າງຸ່ມ ແຕ່ສາມແຍກປາກປ່າສັກ ລົງຮອດສາມແຍກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ກຳນົດໃຫ້ມີການຊື້-ຂາຍເຂົ້າຫຼາມ, ປີ້ງໄກ່, ທາງຄົນຍ່າງເບື້ອງເສັ້ນທາງແຕ່ວົງວຽນເສັ້ນແຄມຂອງລົງມາຮອດໜ້າຫໍປະດິດສະຖານຮູບປັ້ນເຈົ້າອານຸວົງ, ສີ່ແຍກໄຟແດງວັດອິນແປງເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງວັດສີສະເກດ ກຳນົດເປັນບ່ອນຝາກລົດຈັກ ແລະ ລົດໃຫຍ່ ບາງຈຸດທີ່ສາມາດນໍາໃຊ້ໄດ້. ສະເພາະເສັ້ນທາງເບື້ອງບ້ານວັດຈັນ, ມີໄຊ, ຊຽງຍືນ ແລະ ບ້ານສີຫອມ ແມ່ນກໍານົດໃຫ້ຂາຍເຂົ້າຫຼາມ, ປີ້ງໄກ່, ມີການຕັ້ງຮ້ານຂາຍເຄື່ອງ, ຂາຍສິນຄ້າ ແລະ ຜະລິດຕະພັນ. ສໍາລັບການຕັ້ງຮ້ານຂາຍເຄື່ອງຕ່າງໆທັງເສັ້ນທາງເບື້ອງນອກ ແລະ ໃນຂອບເຂດສວນເຈົ້າອານຸວົງແມ່ນໃຫ້ຕັ້ງຮ້ານຢ່າງມີຄວາມເປັນລະບຽບສວຍງາມ; ກິດຈະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ພວກເຮົາໄດ້ຖືສໍາຄັນ ຕໍ່ກັບວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ໂດຍໃຫ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ໂດຍນຳໃຊ້ກຳລັງຂອງເມືອງຈັນທະບູລີ ເປັນຕົ້ນຕໍຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ຊຶ່ງກຳນົດຈຸດປ້ອງກັນ 18 ຈຸດ. ໃນນີ້, ຈຸດປ້ອງກັນວົງໃນ 3 ຈຸດ ແລະ ວົງນອກ 15 ຈຸດ ແລະ ປ້ອມແຈ້ງເຫດ (1191) 3 ຈຸດ, ມີສູນກ້ອງວົງຈອນ ເພື່ອຕິດຕາມຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກຳມະການ, ມີກຳລັງປ້ອງກັນທັງໝົດມີ 1,002 ຄົນ. ໃນນີ້, ກໍາລັງຊາວໜຸ່ມ 289 ຄົນ ລວມມີກຳລັງ ປກສ-ປກຊ ນະ ຄອນຫຼວງ, ປກສ-ກປຊ ເມືອງຈັນທະບູລີ, ກຳລັງ ປກສ ບ້ານ 30 ບ້ານ ແລະ ກຳລັງຊາວໜຸ່ມຂອງເມືອງ ເພື່ອເຂົ້າຮ່ວມໃນການປະຕິບັດໜ້າທີ່ກວດກາ, ປ້ອງກັນເວນຍາມຕາມທາງຮ່ອມທາງຊອຍ ແລະ ຕາມຈຸດຕ່າງໆ ທີ່ໄດ້ກຳນົດໄວ້. ພ້ອມນັ້ນ, ກິດຈະກໍາວຽກງານການອະນາໄມທໍາຄວາມສະອາດ; ວຽກງານຮັກສາສຸຂະພາບ; ວຽກງານປະຊາສໍາພັນ ກໍມີຄວາມພ້ອມຮອບ ດ້ານ.

ນວ ມຄວາມພອມຮອບດານ ຈດງານບນອອກພນສາປະວຣະນາ ແລະ ບນຊວງເຮອ ທທາວດຈນ ເມອງຈນທະບລ ປະຈາປ 2026 - image 2
 

ສໍາລັບບັນດາຂໍ້ຫ້າມມີດັ່ງນີ້: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ; ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຕູນ, ສະໜັບມື, ໂຄມໄຟລອຍ ແລະ ປະເພດສິ່ງຂອງມີຄົມຕ່າງໆ ເຂົ້າໄປໃນງານໂດຍເດັດຂາດ ເວັ້ນເສຍແຕ່ ເຈົ້າໜ້າທີ່ ທີ່ໄດ້ຮັບອານຸຍາດ; ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງຈິດປະ ສາດທຸກຊະນິດ, ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ, ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍພາຍໃນງານຢ່າງເດັດຂາດ; ຫ້າມນໍາເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວນໍາເອົາມາຂາຍ-ຈໍາໜ່າຍ ພາຍໃນງານເດັດຂາດ; ຫ້າມວາງ ແລະ ຂາຍສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ຄະນະກຳມະການຈັດງານ ໄດ້ກຳນົດໃຫ້; ຫ້າມນໍາໃຊ້ເຄື່ອງຂະຫຍາຍສຽງໂຄສະນາສິນຄ້າພາຍໃນງານບຸນ, ນອກຈາກໄດ້ຮັບອະນຸຍາດຈາກຄະນະຮັບຜິດຊອບຈັດງານບຸນ; ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທໍາລາມົກ, ຮູບພາບລາມົກຕ່າງໆເຂົ້າມາວາງຂາຍຢູ່ໃນງານຢ່າງເດັດ ຂາດ; ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນ ຢ່າງເດັດຂາດ; ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອານຸຍາດ ຈາກຄະນະກຳມະການຈັດງານ; ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ, ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນໍາຕົວໄປພັກຜ່ອນໄວ້ກ່ອນ; ຫ້າມບຸກຄົນ, ນິຕິບຸກຄົນ, ສຳນັກງານອົງການປົກຄອງບ້ານກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານ; ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນທີ່ຢ່າງເດັດຂາດ; ຫ້າມແຈກຢາຍ ແຜ່ນພັບ ຫຼື ແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆ ຢູ່ພາຍໃນງານບຸນ; ຫ້າມຜູ້ສໍາປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ແກ່ຜູ້ສຳປະທານອື່ນຈັບຈອງຕໍ່ເດັດຂາດ; ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ. ພ້ອມນີ້, ພວກເຮົາໄດ້ແຕ່ງຕັ້ງຈຸປະຈຳການໃນແຕ່ລະວັນ ໂດຍເລີ່ມແຕ່ວັນທີ 25-27/10/2026 ປະຈໍາຢູ່ຜາມກໍາມະການ ເພື່ອບັນຊາ, ຕິດຕາມ, ກວດກາເລີ່ມແຕ່ເວລາ 8:30 ໂມງ ແລະ ມີການຮັບສ່ອງແສງລາຍງານປະຈໍນທຸກໆວັນ ຊຶ່ງກໍານົດເອົາເວລາ 21:30 ໂມງ ຢູ່ຜາມກໍາມະການ.

ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ ຍັງຮຽກຮ້ອງມາຍັງບັນດາທ່ານທຸກພາກ ສ່ວນສັງຄົມ, ຕະຫຼອດຮອດພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ທົ່ວ ນວ ຈົ່ງໄດ້ພ້ອມກັນຮ່ວມແຮງຮ່ວມໃຈເປັນເຈົ້າການ ປະກອບສ່ວນ ແລະ ເຂົ້າຮ່ວມງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈຳປີ 2026 ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາອະນາໄມຄວາມສະອາດຊ່ວຍກັນໃນງານບຸນ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະບໍລິຈາກເລືອດ ຊ່ວຍເຫຼືອສັງຄົມຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສຳນັກງານໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການ ອົງກອນ, ສັງຄົມ ແລະ ຄວາມຍືນຍົງ ເລຂາພັກຮາກຖານ ບໍລິສັດເບຍ ລາວ ຈຳກັດ, ທ່ານ ຄຳຈັນ ຈັນມະນີວົງ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ, ທ່ານ ນາງ ວັນດາລີ ສຸວັນນະສຸກ ອຳນວຍການຝ່າຍກົດໝາຍ ແລະ ພົວພັນລັດຖະບານ ບໍລິສັດເບຍລາວ ຈຳກັດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ,ກຳມະກອນ ພາຍໃນບໍລິສັດ ເຂົ້າຮ່ວມ.
ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ,ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ ແນໃສ່ຫຼຸດຜ່ອນຄວາມແອອັດ ແລະ ຍົກລະດັບການບໍລິການໃຫ້ຕອບສະໜອງຄວາມຕ້ອງການຂອງປະຊາຊົນ.
ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ໃນວັນທີ 12 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງ ທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັັັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາທ່ານຫົວໜ້າ - ຮອງຫົວໜ້າກົມ ແລະ ວິທະຍາກອນຈາກພາກສ່ວນກ່ຽວຂ້ອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ພະແນກ ແລະ ວິຊາການຈາກຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງເຂົ້າຮ່ວມຢ່າງພ້ອມພຽງ.
ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ສະ​ຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດ ລາວ-ຍີ່ປຸ່ນ (ສລຍ) ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ​ລາງວັນ​ຮອນ​ດາ ​ສຳລັບ​ນັກ​ວິທະຍາ​ສາດ ​ແລະ ວິສະວະກອນໜຸ່ມ (Honda Y-E-S Award) ປະຈຳປີ 2026 ຂຶ້ນໃນວັນ​ທີ 11 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ Dr ນາງ Nobuko Kayashima ຜູ້ອໍານວຍການບໍ ລິຫານມູນນິທິຮອນດາ ປະເທດຍີ່ປຸ່ນ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ JICA ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ວັນທີ 11 ພະຈິກຜ່ານມາ, ທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ໄດ້ຈັດພິທີປະກາດບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ ໂດຍການເປັນປະທານຂອງທ່ານ ພູຊະນະ ໄຊໂກສີ ເລຂາຄະນະພັກຮາກຖານ, ຫົວໜ້າດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ, ມີທ່ານ ນິກອນ ພົມວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 30 ປີ (11/11/1996-11/11/2026) ຂຶ້ນໃນວັນທີ 11 ພະຈິກຜ່ານມາ ທີ່ໂຮງແຮມແລນມາກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

ໃນວັນທີ10 ພະຈິກ ຜ່ານມາ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ສະບັບເລກທີ 76/ກມສພ, ລົງວັນທີ 30 ຕຸລາ 2026, ເພື່ອຮັບປະກັນໃຫ້ສື່ມວນຊົນລາວ ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ທັນການ ຊຶ່ງໃຫ້ກຽດເຜີຍແຜ່ ໂດຍທ່ານນາງ ຟອງສະໝຸດ ອັນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນໍາ, ພະນັກງານ-ລັດຖະກອນ.
ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.
ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ຢູ່ເມືອງ ປາກຊັນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2026ທີ່ ຫ້ອງການບ້ານ ປາກປຶງ ຕາແສງໄຊຈະເລີນ ເມືອງ ປາກຊັນ ແຂວງ ບໍລີຄຳໄຊ ການ​ເຂົ້າ​ຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ປາກຊັນ, ທ່ານ ວຽງແກ້ວ ໄຊພັກດີ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ,ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ