![]() |
ໃນໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ກ່າວເນັ້ນເຖິງຄວາມສໍາຄັນ ແລະ ການລົງທຶນໃນໄວໜຸ່ມ ບໍ່ແມ່ນພຽງແຕ່ການຊ່ວຍເຫຼືອຄົນຮຸ່ນໜຸ່ມ ແຕ່ແມ່ນການລົງທຶນໃນອະນາຄົດຂອງປະເທດຊາດ ເພາະຄຸນນະພາບຂອງໄວໜຸ່ມໃນມື້ນີ້ ຈະເປັນປັດໄຈກຳນົດຄຸນນະພາບຂອງກຳລັງແຮງງານ, ຄວາມສາມາດໃນການແຂ່ງຂັນ ແລະ ຄວາມເຂັ້ມແຂງຂອງປະເທດໃນອະນາຄົດ; ພ້ອມດຽວກັນຍັງ ໄດ້ເນັ້ນ 3 ບຸລິມະສິດສໍາຄັນໃນການພັດທະນາໄວໜຸ່ມໃນໄລໃໝ່ ຄື:
1. ລົງທຶນໃນຄວາມຮູ້ ແລະ ທັກສະ ໂດຍເນັ້ນການສຶກສາ, ທັກສະວິຊາຊີບ, ເຕັກໂນໂລຊີດີຈີຕອນ, ປັນຍາປະດິດ ແລະ ທັກສະທີ່ສອດຄ່ອງກັບຕະຫຼາດແຮງງານ;
2. ລົງທຶນໃນໂອກາດ ໂດຍເຊື່ອມໂຍງການຮຽນຮູ້ເຂົ້າກັບການມີວຽກເຮັດງານທຳ, ການສ້າງອາຊີບ, ການເປັນຜູ້ປະກອບການໜຸ່ມ ແລະ ການສ້າງນະວັດຕະກຳ.
3. ລົງທຶນໃນການມີສ່ວນຮ່ວມ ໂດຍສ້າງພື້ນທີ່ໃຫ້ໄວໜຸ່ມໄດ້ສະແດງຄວາມຄິດເຫັນ, ສະເໜີແນວຄິດ, ລິເລີ່ມໂຄງການ ແລະ ຮ່ວມແກ້ໄຂບັນຫາຂອງຊຸມຊົນ.
![]() |
ໃນຕອນທ້າຍ, ທ່ານ ທອງລີ ສີສຸລິດ ໄດ້ຝາກຂໍ້ຄິດເຖິງຊາວໜຸ່ມ-ໄວໜຸ່ມວ່າ: ໃຫ້ຊາວໜຸ່ມຈົ່ງເປັນຄົນດີ, ມີຄຸນສົມບັດ, ມີລະບຽບວິໄນ, ຮັກຊາດ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ; ຈົ່ງຮຽນຮູ້ຢ່າງບໍ່ຢຸດຢັ້ງ. ຢ່າຢຸດພັດທະນາຕົນເອງ ເພາະໂລກກຳລັງປ່ຽນແປງຢ່າງໄວວາ ແລະ ຄວາມຮູ້ໃໝ່ໆ ແມ່ນກະແຈສຳຄັນໃນການສ້າງອະນາຄົດ; ຈົ່ງກ້າຄິດ, ກ້າລິເລີ່ມ ແລະ ກ້າລົງມືເຮັດ. ຢ່າລໍຖ້າພຽງແຕ່ໂອກາດ, ແຕ່ຈົ່ງພະຍາຍາມສ້າງໂອກາດໃຫ້ແກ່ຕົນເອງ ແລະ ສັງຄົມ.
ຂ່າວ: ສື່ມວນຊົນຊາວໜຸ່ມລາວ


ຄໍາເຫັນ