![]() |
ໃນພິທີ, ສະຫາຍ ພັນຕີ ເຕ້ຍ ໂນລາ ໄດ້ຜ່ານບົດສະຫຼຸບຜົນການອົບຮົມ-ຫັດແອບປະຈໍາປີ 2026ວ່າ: ການອົບຮົມຄັ້ງນີ້ໄດ້ດຳເນີນເປັນເວລາ 149 ວັນ, ມີຈໍານວນພົນເຂົ້າຮ່ວມທັງໝົດ 131 ສະຫາຍ, ໃນນັ້ນເຂົ້າຮ່ວມອົບຮົມຕົວຈິງ 100 ສະຫາຍຍິງ 6 ສະຫາຍ, ເນື້ອໃນການອົບຮົມປະກອບມີ ສິນລະປະຍຸດ, ຍຸດທະວິທີ, ການນໍາໃຊ້ອາວຸດ-ລູກກະສູນ ພ້ອມທັງດ້ານການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກ ເພື່ອຍົກສູງຄວາມຮູ້, ຄວາມສາມາດ, ຄວາມຊຳນິຊຳນານໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ຕາມຂອບເຂດຄວາມຮັບຜິດຊອບ.
![]() |
ຜ່ານການອົບຮົມ-ຫັດແອບ ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ໂດຍສະເລ່ຍແຕ່ລະດ້ານປະກອບມີ: ດ້ານການເມືອງ 83%, ຂໍ້ກຳນົດກົດລະບຽບຮູບແຖວ 75%, ການຝຶກຜົນກຳລັງແຮງກາຍ 70%, ສິນລະປະຍຸດ 73%, ຍຸດທະວິທີ 74%, ພະລາທິການ78%, ເຕັກນິກ 76%, ພ້ອມນີ້ຍັງໄດ້ຫັດແອບພາກຍິງລູກປືນແທ້ ການປະເມີນສະເລ່ຍໄດ້ 82%, ມີປະເພດເກັ່ງ 34 ສະຫາຍ,ກາງ 38 ສະຫາຍຄາດໝາຍ 20 ສະຫາຍ ແລະ ຫຼຸດຄາດໝາຍ 8 ສະຫາຍ, ຜົນໄດ້ຮັບເຫັນວ່າສາມາດປະຕິບັດໄດ້ຕາມຄາດໝາຍ.
![]() |
ໂອກາດນີ້, ສະຫາຍ ສຸພິດ ອິນທະໂພທອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທີ່ໄດ້ມີຄວາມມຸ່ງໜັ້ນ,ອົດທົນພະຍາຍາມຜ່ານຜ່າອຸປະສັກຕ່າງໆ ຈົນເຮັດໃຫ້ການອົບຮົມ-ຫັດແອບຄັ້ງນີ້ສຳເລັດລຸລ່ວງໄປດ້ວຍດີ ແລະ ສາມາດຮັກສາຄວາມປອດໄພ100%, ພ້ອມທັງເນັ້ນໃຫ້ພະນັກງານ-ນັກຮົບທຸກສະຫາຍ ນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບຈາກການອົບຮົມໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງລະບຽບວິໄນ, ຄວາມຮັບຜິດຊອບ ເພື່ອປະກອບສ່ວນຮັກສາຄວາມສະຫງົບໃນທ້ອງຖິ່ນໃຫ້ມີຄວາມໜັ້ນຄົງຍິ່ງໆຂຶ້ນ.
ຂ່າວ: ນາງ ພອນຄໍາ ວົງຈັນຫອມ, ພາບ: ຄໍາສອນ ໄຊຍະສິດ



ຄໍາເຫັນ