![]() |
ທ່ານ ສຸລິເດດ ແກ້ວບົວລະເພັດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ອັນເປັນມູນເຊື້ອລະຫວ່າງສອງປະເທດ ລາວ-ຈີນ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ຕາມທິດ 4 ດີ ແລະການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນທັງໄດ້ລາຍງານສະພາບລວມຂອງວຽກງານການສຶກສາ ຊຶ່ງໄລຍະຜ່ານມາ, ແຂວງຫຼວງພະບາງ ໄດ້ຮັບການຊ່ວຍເຫຼືອດ້ານທຶນການສຶກສາ ຈາກຫຼາຍສະຖາບັນການສຶກສາຂອງ ສປ ຈີນ ເຊັ່ນ: ແຂວງຢຸນນານ, ແຂວງຟູຈ້ຽນ, ແຂວງເສສວນ ແລະແຂວງກວາງຊີ ເຮັດໃຫ້ນັກຮຽນແຂວງຫຼວງພະບາງ ໄດ້ຮັບໂອກາດໄປສຶກສາຕໍ່ລະດັບຊັ້ນກາງ ຈົນຮອດປະລິນຍາຕີປະມານ 90 ກວ່າຄົນຕໍ່ສົກຮຽນ.ໃນຕໍ່ໜ້າຈະສືບຕໍ່ຮ່ວມມືກັບບັນດາສະຖາບັນການສຶກສາຂອງສປຈີນຕື່ມອີກ ເພື່ອເຮັດໃຫ້ນັກສຶກສາແຂວງຫຼວງພະບາງ ໄດ້ຮັບການຍົກລະດັບວິຊາຊີບຢູ່ ສປ ຈີນ ນັບມື້ຫຼາຍຂຶ້ນ.
![]() |
ຈາກນັ້ນ, ທັງສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄຳເຫັນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການຍົກລະດັບຄຸນນະພາບຄູສອນ, ການຄົ້ນຄວ້າວິທະຍາສາດການສຶກສາ ແລະການສ້າງໂອກາດ ໃຫ້ນັກຮຽນມັດທະຍົມຕອນປາຍແຂວງຫຼວງພະບາງ ໄດ້ໄປສຶກສາຕໍ່ຢູ່ ສປ ຈີນ ຫຼາຍຂຶ້ນ.
![]() |
ຂ່າວ: ສອນອາຄົມ ແກ້ວຄໍາເພັດ, ພາບ: ສອນລາວັນ ຈັນມານິດ



ຄໍາເຫັນ