![]() |
ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ກົງສູນໃຫຍ່ຫວຽດນາມ ທີ່ໄດ້ສະຫຼະເວລາ ນໍາເອົາຄໍາເວົ້າອັນຈົບງາມ ມາອວຍພອນຂ້າພະເຈົ້າ, ພ້ອມດ້ວຍການນໍາ ແລະ ປະຊາຊົນບັນດາເຜົ່າຊາວແຂວງຄໍາມ່ວນ ໃນໂອກາດວັນຊາດທີ 2 ທັນວາ ໃກ້ຈະມາເຖິງນີ້ ເຊິ່ງເປັນກຳລັງໃຈໃຫ້ພວກເຮົາໄດ້ສືບຕໍ່ເຮັດໜ້າທີ່ເຄື່ອນໄຫວນໍາພາວຽກງານ, ນັບແຕ່ມື້ທີ່ສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດພວກເຮົາ ໄດ້ມີການພົວພັນຮ່ວມມືກັນ. ພ້ອມຢືນຢັນວ່າ ສາຍພົວພັນການຮ່ວມມືລາວ-ຫວຽດນາມ ຕະຫຼອດໄລຍະຜ່ານມາ, ມີການພັດທະນາເລິກເຊິ່ງ ແລະ ເກີດຜົນປະໂຫຍດຮອບດ້ານ, ການຮ່ວມມືອັນດີງາມລະຫວ່າງສອງພັກ, ສອງລັດຈະໝັ້ນຄົງຍືນຍົງ ແລະ ຈະເລີນງອກງາມຕະຫຼອດໄປ.
ພ້ອມນີ້ ໄດ້ແຈ້ງກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຂວງໃນໄລຍະຜ່ານມາ, ໂດຍສະເພາະການຈັດເກັບລາຍຮັບງົບປະມານ, ການແກ້ໄຂຄວາມທຸກຍາກໃນ 3 ເມືອງ, ການຟື້ນຟູພື້ນຖານໂຄງລ່າງຫຼັງນໍ້າຖ້ວມ ແລະ ການຊຸກຍູ້ກໍ່ສ້າງທາງເລກ 12 ໃຫ້ສໍາເລັດໃນປີ 2027. ພ້ອມກັນນັ້ນ ແຂວງຄໍາມ່ວນຍັງໄດ້ສືບຕໍ່ຂະຫຍາຍການຮ່ວມມືກັບບັນດາແຂວງແຮກສ່ຽວຂອງຫວຽດນາມ, ທັງການແລກປ່ຽນບົດຮຽນ, ສົ່ງເສີມການລົງທຶນ ແລະ ຊຸກຍູ້ໂຄງການຊ່ວຍເຫຼືອ ໂດຍສະເພາະໂຄງການກໍ່ສ້າງໂຮງຮຽນມັດທະຍົມຈອມແຈ້ງ ແລະ ໂຮງຮຽນກິນນອນຢູ່ເມືອງມະຫາໄຊ.
ສະຫາຍ ຫງວ້ຽນ ວັນຢຸງ ໄດ້ສະແດງຄວາມຂອບໃຈຕໍ່ການນໍາແຂວງຄໍາມ່ວນ ທີ່ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນ ແລະ ນັກທຸລະກິດຫວຽດນາມ ທີ່ມາດໍາລົງຊີວິດ ແລະ ລົງທຶນໃນແຂວງ. ພ້ອມຢືນຢັນຈະສືບຕໍ່ເປັນຂົວຕໍ່ປະສານງານ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາແຂວງຂອງສອງປະເທດ ໃຫ້ຂະຫຍາຍຕົວຕໍ່ເນື່ອງ.
ຂ່າວ : ມະນີວັນ

ຄໍາເຫັນ