![]() |
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງອົງການນິຕິບັນຍັດຈີນ ຊຶ່ງມີຂຶ້ນໃນທ່າມກາງບັນຍາກາດທີ່ທັງສອງປະເທດພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ (25/4/1961-25/4/2026) ແລະ ປີມິດຕະພາບ ລາວ-ຈີນ ຢ່າງເປັນຂະບວນຟົດຟື້ນ ອັນເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອຕາມທິດ “4 ດີ” (ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ) ແລະ ການສ້າງຄູ່ຮ່ວມຊາຕາກຳ ໃຫ້ນັບມື້ນັບແຕກດອກອອກຜົນ; ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ ທີ່ພັກກອມມູນິດຈີນ ກໍຄືປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ໂດຍສະເພາະຜົນສຳເລັດອັນໂດດເດັ່ນໃນພາລະກິດສ້າງສາພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສ, ເດັດດ່ຽວໜຽວແໜ້ນ ໂດຍມີສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ເປັນແກນກາງ. ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນຕໍ່ຜົນການພົບປະເຮັດວຽກລະຫວ່າງສະຫາຍ ນາງ ເທຍ ນິງ ກັບສະຫາຍ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດທັງເປັນປະທານຄະນະມິດຕະພາບລັດຖະສະພາລາວ-ຈີນ ຊຶ່ງໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນຢ່າງເລິກເຊິ່ງ. ພ້ອມດຽວກັນນີ້, ສະຫາຍປະທານສະພາແຫ່ງຊາດຢືນຢັນຄືນອີກເທື່ອໜຶ່ງວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
![]() |
ໃນວັນດຽວກັນ, ໄດ້ມີການພົບປະສອງຝ່າຍລະຫວ່າງສະຫາຍ ວິໄລວົງ ບຸດດາຄຳ ກັບສະຫາຍ ນາງ ເທຍ ນິງ ຊຶ່ງສອງຝ່າຍໄດ້ຮ່ວມກັນຕີລາຄາຄືນໝາກຜົນການຮ່ວມມືລະຫວ່າງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງໃນຕໍ່ໜ້າໂດຍສະເພາະການປັບປຸງຂໍ້ຕົກລົງຮ່ວມມື ສະບັບວັນທີ 4 ກັນຍາ 2023 ໃຫ້ເປັນສະບັບໃໝ່ເພື່ອກະກຽມລົງນາມໃນໂອກາດທີ່ປະທານສະພາແຫ່ງຊາດລາວໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການໃນປີ 2027 ຫຼື ໂອກາດທີ່ເໝາະສົມ,ພ້ອມທັງແລກປ່ຽນບົດຮຽນດ້ານນິຕິບັນຍັດ, ການຕິດຕາມກວດກາ, ການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ທັດສະນະຕໍ່ບັນຫາພາກພື້ນ-ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ນັບແຕ່ໄດ້ມີການລົງນາມຂໍ້ຕົກລົງຮ່ວມມື ໃນປີ 2023 ລະຫວ່າງສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ, ສອງຝ່າຍໄດ້ຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຢ່າງຕັ້ງໜ້າ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຈົນເຖິງຂັ້ນທ້ອງຖິ່ນຢ່າງຕໍ່ເນື່ອງ, ມີການແລກປ່ຽນບົດຮຽນ, ຈັດສຳມະນາດ້ານວິຊາການ ຊຶ່ງຝ່າຍຈີນໃຫ້ທຶນຝຶກອົບຮົມ ແລະ ທັດສະນະສຶກສາ; ນອກນັ້ນ, ຝ່າຍຈີນຍັງໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ ແລະ ອຸປະກອນຮັບໃຊ້ຫ້ອງການແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຂອງລາວ. ສອງຝ່າຍຍັງໄດ້ສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ: AIPA, IPU, ASEP, APPF ແລະ ພິເສດໃນເດືອນກັນຍາ 2026 ໄດ້ຮ່ວມກັນຈັດກິດຈະກຳແລ່ນມິນິມາຣາທອນມິດຕະພາບລາວ-ຈີນ ຢ່າງຟົດຟື້ນຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງສາຍພົວພັນການທູດ ລາວ-ຈີນ ແລະ ວັນລັດຖະທຳມະນູນແຫ່ງຊາດລາວ ຄົບຮອບ 35 ປີ (15/8/1991-15/8/2026).
![]() |
ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງລະຫວ່າງສອງອົງການນິຕິບັນຍັດ ລາວ-ຈີນ ກໍຄືການແລກປ່ຽນຄະນະຜູ້ແທນນຳກັນໃນລະດັບຂັ້ນສູງຈົນຮອດຂັ້ນວິຊາການ, ຊຸກຍູ້ສົ່ງເສີມໃຫ້ມີການຢ້ຽມຢາມແລກປ່ຽນບົດຮຽນທຸກຂົງເຂດຢ່າງເປັນປະຈຳ ແລະ ຕໍ່ເນື່ອງ;ປະຕິບັດພາລະບົດບາດຂອງສະມາຊິກສະພາແຫ່ງຊາດໜຸ່ມ, ສະມາຊິກສະພາແຫ່ງຊາດເພດຍິງ ແລະ ຄະນະມິດຕະພາບລັດຖະສະພາ ລາວ-ຈີນ ໃຫ້ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ; ຊຸກຍູ້ການປະຕິບັດສັນຍາ, ຂໍ້ຕົກລົງ ແລະ ໂຄງການ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ; ຮ່ວມມື, ສະໜັບສະໜູນ, ປະສານສົມທົບ ເຊິ່ງກັນແລະກັນໃນການເຄື່ອນໄຫວວຽກງານຕ່າງໆໃນເວທີພາກພື້ນແລະສາກົນ. ພ້ອມນັ້ນ, ຝ່າຍລາວຍັງສະເໜີຝ່າຍຈີນໃຫ້ບົດຮຽນໃນການນຳໃຊ້ເຕັກໂນໂລຊີທັນສະໄໝ ເຊັ່ນ:ປັນຍາປະດິດເຂົ້າໃນການປັບປຸງ ແລະ ສ້າງກົດໝາຍ; ຝຶກອົບຮົມ ແລະ ຖ່າຍທອດວິທີການຫັນວຽກງານຂອງສະພາແຫ່ງຊາດ ໄປເປັນທັນສະໄໝ ແລະ ອັດສະລິຍະ, ມີລະບົບຖານຂໍ້ມູນທີ່ເປັນສູນຂອງສະພາແຫ່ງຊາດ ແລະ ສະພາທ້ອງຖິິ່ນ, ແລະ ບົດຮຽນອື່ນໆທີ່ມີຄວາມເໝາະສົມ; ສືບຕໍ່ສະໜັບສະໜູນຂະຫຍາຍເສັ້ນທາງລົດໄຟ ລາວ-ຈີນ ໄປເຖິງພາກໃຕ້ຂອງ ສປປລາວ ເພື່ອສາມາດເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ ແລະ ກາຍເປັນກະດູກສັນຫຼັງຂອງພາກພື້ນ.
ຫຼັງຈາກສຳເລັດການເຮັດວຽກຢູ່ສະພາແຫ່ງຊາດ, ສະຫາຍ ນາງ ເທຍ ນິງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ວັນທີ 26ພະຈິກ, ຄະນະຜູ້ແທນສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ຍັງໄດ້ຢ້ຽມຊົມສະຖານທີ່ສຳຄັນທາງວັດທະນະທຳ ແລະ ປະຫວັດສາດຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ ອີກດ້ວຍ.
(ຂ່າວ: ນ. ປາກາລັກ ພົມມີໄຊສພຊ)



ຄໍາເຫັນ