ຜ່ານການປຶກສາຫາລື, ກອງປະຊຸມສາມາດຮັບຮອງເອົາໂຄງການຮ່ວມມືໄດ້ທັງໝົດ 7 ໂຄງການ, ປະກອບດ້ວຍຂົງເຂດວັດທະນະທຳ 3 ໂຄງການ ແລະ ຂົງເຂດຖະແຫຼງຂ່າວ 4 ໂຄງການ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ ນັບແຕ່ເດືອນມັງກອນ ຈົນຮອດທ້າຍປີ 2027, ໂຄງການທັງໝົດນີ້ ແມ່ນເພື່ອຜັນຂະຫຍາຍແຜນຍຸດທະສາດວຽກງານວັດທະນະທຳ-ສິລະປະ ແລະ ວຽກງານຖະແຫຼງຂ່າວ-ສື່ມວນຊົນຂອງອາຊຽນ ໄລຍະປີ 2026–2035 ກໍຄືການຜັນຂະຫຍາຍແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໄລຍະປີ 2026–2030,ສຳລັບ 4 ໂຄງການໃນຂົງເຂດຖະແຫຼງຂ່າວ ປະກອບມີ: ໂຄງການຈັດກອງປະຊຸມອະນຸກຳມະການຖະແຫຼງຂ່າວອາຊຽນ (SCI) ໃນປີ 2027 ໂດຍມອບໃຫ້ປະເທດຕີມໍແລັດສະເຕ ໃນນາມສະມາຊິກໃໝ່ ເປັນເຈົ້າພາບ, ໂຄງການຝຶກອົບຮົມວຽກງານສື່ມວນຊົນດີຈີຕອນໃຫ້ແກ່ຊາວໜຸ່ມ ສະເໜີໂດຍປະເທດມຽນມາ, ໂຄງການເພີ່ມຄວາມຮັບຜິດຊອບຂອງນັກຂ່າວອາຊຽນ ແລະ ໂຄງການຂອງ ສປປ ລາວ ທີ່ໄດ້ຮັບການຮັບຮອງ ຄືໂຄງການເສີມສ້າງທັກສະໃຫ້ແກ່ຄົນຮຸ່ນໃໝ່ໃນວຽກງານດີຈີຕອນ ແລະ ປັນຍາປະດິດ (AI), ສ່ວນ 3 ໂຄງການໃນຂົງເຂດວັດທະນະທຳ ປະກອບມີ: ໂຄງການຈັດກອງປະຊຸມອະນຸກຳມະການວັດທະນະທຳອາຊຽນ (SCC) ໃນປີ 2027 ໂດຍມອບໃຫ້ປະເທດຕີມໍແລັດສະເຕ ເປັນເຈົ້າພາບ,ໂຄງການກ່ຽວກັບວັດທະນະທຳການດື່ມກາເຟຂອງອາຊຽນ ແລະ ໂຄງການປຶ້ມເອເລັກໂຕຣນິກ (E-book), ໃນຂະນະດຽວກັນ ບັນດາປະເທດສະມາຊິກອາຊຽນທັງໝົດ ຈະໄດ້ມີສ່ວນຮ່ວມໃນການຈັດຕັ້ງປະຕິິບັດທັງ 7 ໂຄງການດັ່ງກ່າວຮ່ວມກັນໃນປີ 2027.
(ຂ່າວ: ຍຸພິນທອງ; ພາບ: ສຳນານ)
ຄໍາເຫັນ