![]() |
ທ່ານ ແກ້ວປະເສີດ ແກ້ວມະນີວົງ ກ່າວວ່າ: ການປະມູນຄັ້ງນີ້, ຈັດຂຶ້ນເປັນຄັ້ງທີ 1 ທີ່ມີການປະມູນແບບເປີດກວ້າງ ໂດຍມີປ້າຍທະບຽນເລກສີ່ຕົວຄືກັນ (ເລກເປົາ), ເລກລຽງສີ່ຕົວ ລວມມີ 10 ໝາຍເລກທະບຽນ ໂດຍເປີດໂອກາດໃຫ້ບຸກຄົນ, ນິຕິບຸກຄົນ ໄດ້ມີສິດໃນການເຂົ້າປະມູນ ເພື່ອໄດ້ນໍາໃຊ້ປ້າຍງາມ ທີ່ເປັນເລກມຸງຄຸນ ຊຶ່ງລາຍໄດ້ຈາກການປະມູນປ້າຍທະບຽນຍານພາຫະນະຄັ້ງນີ້, ຈະນໍາໄປປະກອບສ່ວນເຂົ້າໃນວຽກງານພັດທະນາພື້ນ ຖານໂຄງລ່າງ ເພື່ອຫຼຸດຜ່ອນອຸບັດເຫດທາງຖະໜົນ ໂດຍສະເພາະ ນໍາໃຊ້ເຂົ້າໃນກອງທຶນທາງ ໃນການບຳລຸງຮັກສາໂຄງລ່າງທາງຄົມມະນາຄົມ.
![]() |
ທ່ານ ສໍາລິດ ບຸນຍາສິດ ຫົວໜ້າກອງຄຸ້ມຄອງພາຫະນະ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ຍທຂ ວ່າດ້ວຍການປະມູນເລກປ້າຍທະບຽນຍານພາຫະນະທາງບົກ; ຈາກນັ້ນ, ກໍເປີດການປະມູນໃນ 10 ເລກທະບຽນປ້າຍ ຄື: ປ້າຍເອກະຊົນລາວ: ກຍ 2222, ຮຮ 8888, ຮຮ 9999, ກຂ 3456, ກຂ 6789, ປ້າຍເອກະຊົນຕ່າງດ້າວ: ກກ 3333, ກກ 6666 ແລະ ປ້າຍທຸລະກິດ 100%: ກກ 2222, ກກ 8888, ກຂ 6789 ລວມມູນຄ່າເລີ່ມຕົ້ນໃຫ້ປະມູນ ຈໍານວນ 630 ລ້ານກີບ ແລະ ພາຍຫຼັງປິດການການປະມູນແລ້ວ ລວມມູນຄ່າປະມູນໄດ້ທັງໝົດ 950 ລ້ານກີບ.
![]() |
ຂ່າວ: ພຸດທະສອນ



ຄໍາເຫັນ