![]() |
ພິທີມອບ-ຮັບມີຂຶ້ນໃນວັນທີ 26 ພະຈິກນີ້ ທີ່ ເມືອງໝື່ນກ່າວມອບໂດຍທ່ານ ແສງສຸລິນ ອຸໄທ ຮອງຫົວໜ້າພະແນກ ການເງິນແຂວງວຽງຈັນ, ຜູ້ຊີ້ນຳວຽກງານໂຄງການແຜນງານ 338, ກ່າວຮັບໂດຍ ທ່ານ ສຸພິດ ອີນທະໂພທອງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງໝື່ນ.
ທ່ານ ສຸພິດ ອີນທະໂພທອງ ໄດ້ສະແດງຄວາມຂອບໃຈມາຍັງແຜນງານພັດທະນາທ້ອງຖີ່ນລາວທີ່ໄດ້ໃຫ້ການສະໜັບສະໜູນອຸປະກອນຮັບໃຊ້ໃນຄັ້ງນີ້ ແລະ ຈະນໍາເອົາອຸປະກອນຈໍານວນດັ່ງກ່າວ ມອບຕໍ່ໃຫ້ຕາມບ້ານເປົ້າໝາຍ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ, ຮັບໃຊ້ວຽກງານແຜນງານ338ໃຫ້ມີປະສິດທິຜົນ, ພ້ອມທັງເນັ້ນໃຫ້ບັນດາບ້ານ ແລະ ໂຮງຮຽນ ຈົ່ງນໍາໃຊ້ອຸປະກອນດັ່ງກ່າວເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ, ເອົາໃຈໃສ່ໃນການປົກປັກຮັກສາ ນໍາໃຊ້ເຂົ້າວຽກງານໃຫ້ຖຶກເປົ້າໝາຍ ເພື່ອໃຫ້ມີອາຍຸການນໍາໃຊ້ທີ່ຍາວນານ ຮັບໃຊ້ສັງຄົມ ແລະ ພັດທະນາທ້ອງຖິ່ນໃຫ້ມີຄວາມຈະເລີນກ້າວໜ້າ.
ພາບ-ຂ່າວ ນາງ ວັນນາ

ຄໍາເຫັນ