![]() |
ໂຄງການກໍ່ສ້າງພະລັງງານໝູນວຽນ ໂພນສະອາດ ມີກຳລັງຕິດຕັ້ງ 150 MW, ເນື້ອທີ່ທັງໝົດ 229.13 ເຮັກຕາ ແລະ ມູນຄ່າການລົງທຶນປະມານ 164.41 ລ້ານໂດລາ. ປັດຈຸບັນ ຄວາມຄືບໜ້າໂດຍລວມບັນລຸໄດ້ 89% ແລະ ພວມເລັ່ງປະຕິບັດວຽກທີ່ຍັງເຫຼືອໃຫ້ສຳເລັດຕາມແຜນ.
ອີງຕາມບົດລາຍງານຄວາມຄືບໜ້າປະຈຳເດືອນຕຸລາ 2026, ໂຄງການສາມາດຜະລິດໄຟຟ້າໄດ້ສະເລ່ຍ 301.56 GWh ຕໍ່ປີ ເພື່ອສົ່ງຜ່ານລະບົບສາຍສົ່ງ 230 kV ຄວາມຍາວ 25 ກິໂລແມັດ ເຊື່ອມຕໍ່ເຂົ້າສະຖານີບ້ານຫາດ ສົ່ງອອກໄປປະເທດກຳປູເຈຍ.
![]() |
ສຳລັບຄວາມຄືບໜ້າວຽກຫຼັກປະກອບມີ ຕິດຕັ້ງເສົາເຂັມປະຕິບັດໄດ້ 98% (ແຜນ 89,850 ຕົ້ນ), ຕິດຕັ້ງໂຄງເຫຼັກຮັບແຜງໂຊລ່າປະຕິບັດໄດ້ 95.4% (8,985 ໂຕະ), ຕິດຕັ້ງແຜງໂຊລາເຊວ ປະຕິບັດໄດ້ 84.86% (ຈາກແຜນ 70%), ຕິດຕັ້ງໝໍ້ແປງ MV 3.3 MVA (46 ຈຸດ) ແລະ ກໍ່ສ້າງຖານ Battery (22 ຈຸດ) ສຳເລັດ 100%. ກໍ່ສ້າງທາງພາຍໃນໂຄງການ (14 ກມ) ປະຕິບັດໄດ້ 90%.
ນອກຈາກວຽກເຕັກນິກ ແລະ ການກໍ່ສ້າງ, ໂຄງການຍັງໄດ້ຊົດເຊີຍຜົນກະທົບດ້ານທີ່ດິນທຳການຜະລິດໃຫ້ປະຊາຊົນຜູ້ຖືກຜົນກະທົບ 45 ຄອບຄົວ (35 ຕອນດິນ) ລວມເປັນເງິນ 591,271,500 ກີບ. ພ້ອມກັນນີ້, ໄດ້ເອົາໃຈໃສ່ດ້ານຄວາມປອດໄພ ແລະ ສຸຂະພາບຂອງແຮງງານທັງໝົດ 624 ຄົນ ໂດຍບໍ່ມີລາຍງານອຸບັດເຫດເກີດຂຶ້ນໃນເດືອນຜ່ານມາ. ທັງນີ້, ໂຄງການມີແຜນສຳເລັດການກໍ່ສ້າງ ແລະ ກ້າວສູ່ການເປີດດຳເນີນງານໃນໄລຍະທ້າຍປີ 2026.
ຂ່າວ-ພາບ: ເມືອງໂຂງ


ຄໍາເຫັນ