![]() |
ທ່ານ ພັທ ຄຳໝັ້ນ ສີສົມບັດ ຄູຝຶກກິລາເປຕັງ ກະຊວງ ປກສ ທັງເປັນຄະນະຮັບຜິດຊອບຈັດການແຂ່ງ ຂັນ ໃຫ້ຮູ້ວ່າ: ການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ ໃນຄັ້ງນີ້, ເພື່ອຂໍ່ານັບຮັບຕ້ອນວັນ ຊາດທີ 2 ທັນວາ ຄົບຮອບ 51 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 106 ປີ; ທີມທີ່ເຂົ້າຮ່ວມແຂ່ງຂັນກິລາໃນຄັ້ງນີ້ ຕ້ອງແມ່ນທີມທີ່ມາຈາກບັນດາກອງອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ນັກກິລາຕ້ອງແມ່ນພະນັກງານຕຳຫຼວດເທົ່ານັ້ນ ໃນກໍລະນີທີມເອົາຄົນນອກມາແຂ່ງຂັນ ຖ້າກວດພົບແມ່ນຈະຖືກຕັດຟາວທັນທີ; ການແຂ່ງຂັນ ຈະໄດ້ແຂ່ງຂັນເສຍແລ້ວຄັດອອກ (ແບບນ໋ອກເອົ້າ) ຈົນເຖິງຮອບຊິງຊະນະເລີດ, ຊິງອັນດັບທີ 1 ແລະ ທີ 3; ການກໍານົດທີມເຂົ້າຮ່ວມການແຂ່ງຂັນມີ 3 ລາຍການ ຄື: ຄູ່ການນໍາ, ຄູ່ຊາຍ ແລະ ຄູ່ຍິງທົ່ວໄປ (ສໍາຮອງຄູ່ລະ 1 ຄົນ) ນັກກິລາທີ່ໄດ້ລົງທະບຽນການແຂ່ງຂັນແລ້ວ ບໍ່ສາມາດຍ້າຍຄູ່ແຂ່ງຂັນໃຫ້ທີມອື່ນໄດ້; ຄູຝຶກ ແລະ ນັກກິລາ ທີ່ເຂົ້າຮ່ວມການແຂ່ງຂັນ ຕ້ອງກະກຽມອຸປະກອນແຂ່ງຂັນຄົບຊຸດ (ກຸ້ມຕົນເອງ) ຕ້ອງນຸ່ງເຄື່ອງເປັນລະບຽບນຸ່ງເສື້ອສີດຽວກັນ, ນຸ່ງສົ່ງຂາຍາວ ຫຼື ຂາສາມສ່ວນ ແລະ ໃສ່ເກີບຜ້າໃບ(ຫ້າມໃສ່ເກີບແຕະ ແລະ ສົ່ງຂາສັ້ນເດັດຂາດ).
ການແຂ່ງຂັນກໍານົດເອົາວັນທີ 27 ພະຈິກ 2026 ເລີ່ມເວລາ 7:30 ນາທີ - 17:00 ໂມງ ສະຖານທີ່ແຂ່ງຂັນເດີ່ນສະຫະພັນກິລາເປຕັງແຫ່ງຊາດ (ດົງໂດກ); ສ່ວນລະບຽບຂອງການແຂ່ງຂັນ, ຕະຫຼອດການແຂ່ງຂັນຄູຝຶກ ແລະ ນັກກິລາຕ້ອງຮັກສາກົດລະບຽບ ທີ່ຝ່າຍຈັດການແຂ່ງຂັນວາງອອກ, ຖ້າຫາກວ່າ ຄູຝຶກ ແລະ ນັກກິລາ ບໍ່ປະຕິບັດຕາມທາງຝ່າຍກຳມະການລະບຽບວິໄນ ຈະພິຈາລະນາໂທດຕາມລະບຽບການ.
ຂ່າວ: ສັນຕິສຸກ

ຄໍາເຫັນ