![]() |
ທ່ານ ນາງ ມະໂນລາ ສຸດທິຈັກ ປະທານສະຫະພັນແມ່ຍິງແຂວງ, ຮອງປະທານ (ຜູ້ປະຈໍາການ) ຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ ໄດ້ກ່າວວ່າ: ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນວັນສໍາຄັນທີ່ປະຊາຄົມໂລກໄດ້ກຳນົດຂຶ້ນ ເພື່ອສ້າງຄວາມຮັບຮູ້, ປຸກລະດົມທຸກພາກ ສ່ວນໃນສັງຄົມ ໃຫ້ຮ່ວມກັນປ້ອງກັນ, ຕ້ານ ແລະ ລຶບລ້າງຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງ ເພື່ອໃຫ້ທຸກຄົນສາມາດດຳລົງຊີວິດຢ່າງມີກຽດສັກສີ, ປອດໄພ ແລະ ສະເໝີພາບ. ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນບັນຫາສັງຄົມທີ່ສົ່ງຜົນກະທົບຕໍ່ສິດທິ, ສຸຂະພາບ, ຈິດໃຈ, ຄວາມເປັນຢູ່ ແລະ ໂອກາດໃນການພັດທະນາຂອງແມ່ຍິງ. ຄວາມຮຸນແຮງດັ່ງກ່າວ ອາດເກີດຂຶ້ນໃນຄອບຄົວ, ສະຖານທີ່ເຮັດວຽກ, ຊຸມຊົນ ແລະ ຜ່ານສື່ອອນລາຍ ຊຶ່ງມີທັງການທຳຮ້າຍຮ່າງກາຍ, ຈິດໃຈ, ການລ່ວງລະເມີດທາງເພດ, ການຈຳແນກກີດກັ້ນ ແລະ ການລະເມີດສິດທິຮູບແບບຕ່າງໆ.
![]() |
ສຳລັບ ສປປ ລາວ ການປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກຍິງ ແມ່ນໜຶ່ງໃນວຽກງານສຳຄັນທີ່ພັກ, ລັດ ແລະ ອົງການຈັດຕັ້ງຕ່າງໆ ໃຫ້ຄວາມສົນໃຈ ໂດຍຜ່ານການເຜີຍແຜ່ນະໂຍບາຍ, ກົດໝາຍ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງກົນໄກປົກປ້ອງ ຊ່ວຍເຫຼືອຜູ້ທີ່ປະສົບບັນຫາຄວາມຮຸນແຮງ. ພ້ອມນັ້ນ, ຍັງສົ່ງເສີມໃຫ້ແມ່ຍິງມີໂອກາດເຂົ້າເຖິງການສຶກສາ, ອາຊີບ, ການຈ້າງງານ ແລະ ມີສ່ວນຮ່ວມໃນການຕັດສິນບັນຫາຂອງຄອບຄົວ ແລະ ສັງຄົມ.
![]() |
ທ່ານ ນາງ ມະໂນລາ ສຸດທິຈັກ ກ່າວຕື່ມວ່າ: ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ບໍ່ແມ່ນພຽງພາລະຂອງຝ່າຍໃດຝ່າຍໜຶ່ງ ແຕ່ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທຸກຄົນ. ສະນັ້ນ, ຈຶ່ງຂໍເຊີນຊວນທຸກພາກສ່ວນ ທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງມະຫາຊົນ, ຄອບຄົວ ແລະ ປະຊາຊົນ ຈົ່ງຮ່ວມກັນປຸກລະດົມ, ເຜີຍແຜ່ຄວາມຮູ້, ປັບປ່ຽນທັດສະນະຄະຕິ ແລະ ສ້າງວັດທະນະທຳການເຄົາລົບສິດທິຂອງກັນ ແລະ ກັນ ເພື່ອຮ່ວມກັນສ້າງສັງຄົມທີ່ປາສະຈາກຄວາມຮຸນແຮງ, ມີຄວາມສະເໝີພາບ ແລະ ຍືນຍົງ.
ຂ່າວ: ສັນຍາ



ຄໍາເຫັນ