8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ
ໃນວັນທີ 25 ພະຈິກຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025), ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ, ປະທານ-ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
8 ຫວໜວຍອງການປກຄອງຂນແຂວງ ບນລການສາງແຂວງເປນຫວໜວຍຍດທະສາດ - image 1
 

 

ທ່ານ ວິໄລວັນ ບຸດດາຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງໄລຍະ 5 ປີ 2021-2025 ກໍຄືໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ການຈັດຕັ້ງຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ສະບັບເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ແລະ ມະຕິວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ເພື່ອສ້າງຄວາມເຂັ້ມແຂງຂອງລະບົບບໍລິຫານລັດໃນໄລຍະໃໝ່ ສະບັບເລກທີ 076/ກມສພ, ລົງວັນທີ 19 ສິງຫາ 2019 ຊຶ່ງອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ສຸມໃສ່ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ 7 ດ້ານ 66 ຕົວຊີ້ບອກ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ 5 ດ້ານ 47 ຕົວຊີ້ບອກ, ການສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ 30 ຕົວຊີ້ບອກ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 5 ປີດັ່ງກ່າວ ສາມາດສະຫຼຸບສັງລວມ ແລະ ປະເມີນຜົນໄດ້ຄື: ມີ 8 ຫົວໜ່ວຍການປົກຄອງຂັ້ນແຂວງບັນລຸເງື່ອນໄຂແຂວງເປັນຫົວໜ່ວຍຍຸດທະສາດ ຊຶ່ງປະກອບມີ ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ວຽງຈັນ, ບໍລິຄຳໄຊ, ເຊກອງ ແລະ ຈຳປາສັກ; ມີ 55 ຫົວໜ່ວຍການປົກຄອງຂັ້ນເມືອງບັນລຸເງື່ອນໄຂເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ 5,200 ບ້ານ ບັນລຸເງື່ອນໄຂເປັນຫົວໜ່ວຍພັດທະນາ. ຫຼັງຈາກນັ້ນ, ຜູ້ຕາງໜ້າການນຳ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ໄດ້ຜ່ານລາຍງານ ແລະ ຢັ້ງຢືນຜົນການຈັດຕັ້ງປະຕິບັດການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດຂອງຕົນ ຕື່ມອີກ.

ໃນໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກຕື່ມບາງດ້ານເປັນຕົ້ນໃຫ້ຄະນະພັກ, ຄະນະນຳນະຄອນຫຼວງວຽງຈັນ ແລະ ບັນດາແຂວງເອົາໃຈໃສ່ນຳພາ-ຊີ້ນຳ ແລະ ກວດກາທົບທວນຄືນຜົນການປະເມີນວຽກງານ 3 ສ້າງຂອງທ້ອງຖິ່ນຕົນໂດຍຕ້ອງມີການນຳພາ ແລະ ຕິດຕາມກວດກາຢ່າງໃກ້ຊິດ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຊັດເຈນ ຂອງຂໍ້ມູນ; ກວດກາຄືນທັງ 7 ດ້ານ (ການກໍ່ສ້າງພັກ-ພະນັກງານ; ການປົກຄອງ ແລະ ບໍລິຫານລັດ; ການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ; ການເງິນ; ການຄຸ້ມຄອງ-ຂຸດຄົ້ນ-ນຳໃຊ້ຊັບພະຍາກອນທຳມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງ ແລະ ການປົກປັກຮັກສາສິ່ງແວດລ້ອມ; ການຄຸ້ມຄອງວັດທະນະທຳ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ) ໂດຍຖືສໍາຄັນເກນມາດຕະການ, ຂໍ້ມູນຕົວຈິງ ແລະ ຫຼັກຖານ ທີ່ສາມາດກວດສອບຢືນຢັນໄດ້; ການປະເມີນຕ້ອງຊີ້ໃຫ້ເຫັນຜົນງານ ແລະ ຜົນປະໂຫຍດຕົວຈິງທີ່ປະຊາຊົນໄດ້ຮັບ ເປັນຕົ້ນການຈັດສັນນຳໃຊ້ຊັບພະຍາກອນຂອງທ້ອງຖິ່ນ, ຄວາມຄືບໜ້າໃນການພັດທະນາ-ການຜະລິດ, ການສ້າງລາຍຮັບ, ການກຸ້ມຕົນເອງ, ຜົນການແກ້ໄຂຄວາມທຸກຍາກ, ການພັດທະນາໂຄງລ່າງພື້ນຖານຮັບໃຊ້ການຜະລິດ; ຫຼີກລ່ຽງການຢັ້ງຢືນເພື່ອເອົາຜົນງານກໍຄືໂຕເລກຜ່ານເກນ, ແຕ່ໃຫ້ຖືເອົາຄຸນນະພາບ ແລະ ມາດຕະຖານຕ່າງໆ ຕາມທີ່ກຳນົດໄວ້ ເປັນຕົວຊີ້ວັດຕັດສິນ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍເດັກ (ວັນເດັກໂລກ) 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ເມືອງດາກຈຶງ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານ ຄະນະກໍາມະການປົກຄອງແຂວງ, ປະ ທານຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ກະຊວງການເງິນ ກວດພົບແຮ່ກົ່ວກຽມສົ່ງອອກໄປ​ຈີນສູງກວ່າແຈ້ງພາສີ 10.04%

ເຈົ້າຫນ້າທີ່ເລັ່ງສອບສວນ ເຖິງຄວາມບໍ່ຖຶກຕ້ອງທາງດ້ານເອກະສານຈາກບໍລິສັດບໍ່ແຮ່ແຫ່ງໜຶ່ງ ທີ່ຢື່ນແຈ້ງເສຍພາສີຕໍ່ເຈົ້າຫນ້າທີ່ປະຈໍາດ່ານສາກົນທ່າບົກ-ທ່ານາແລ້ງ, ສະຖານີວຽງຈັນໃຕ້, ນະຄອນຫຼວຽງຈັນ ເພື່ອສົ່ງອອກແຮ່ກົ່ວໄປຍັງຕ່າງປະເທດ.
ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ສະພາປະຊາຊົນແຂວງວຽງຈັນ ພິຈາລະນາ ຫຼາຍບັນຫາສຳຄັນຂອງແຂວງ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ V ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 25 ພະ​ຈິກ​ນີ້ ທີ່ ແຂວງວຽງ​ຈັນ, ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງວຽງຈັນ, ມີທ່ານ ພູວົງ ບຸນຊູປະທານຄະນະກຳມະການປົກຄອງແຂວງ, ມີສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10, ສະມາຊິກສະພາປະຊາຊົນແຂວງວຽງ​ຈັນແລະພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ຄຳມ່ວນ ສະຫຼຸບ ວຽກງານກໍ່ສ້າງຮາກຖານການເມືອງ

ແຂວງຄຳມ່ວນ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະ 2021-2025, ພ້ອມວາງທິດທາງແຜນການ 5 ປີ 2026-2030, ໃນວັນທີ 25 ພະຈິກນີ້ ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງ, ມີປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ການນຳແຂວງ, ພະແນກການແລະພາກ​ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ເພີ່ມເຕີມ