ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI
ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ເປດກອງປະຊມວຽກງານການທະຫານທອງຖນ ທວປະເທດ ຄງທ VI - image 1
 

 

ໃນພິທີ, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ວຽກງານການທະຫານທ້ອງຖິ່ນທົ່ວປະເທດໃນໄລຍະ 5 ປີຜ່ານ ມາ (2022-2026) ທັງເປັນການຕີລາຄາຄືນ ການສືບຕໍ່ຜັນຂະຫຍາຍວຽກງານ 3 ສ້າງ ຕິດພັນກັບການສ້າງຄ້າຍທະຫານ, ສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະ ປຶກສາຫາລືຮັບຮອງເອົາທິດທາງ, ໜ້າທີ່, ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ພ້ອມທັງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນ ເພື່ອໃຫ້ກອງປະ ຊຸມມີເນື້ອໃນເລິກເຊິ່ງ, ອຸດົມສົມບູນ ແລະ ມີຜົນສຳເລັດຕາມຄາດໝາຍ.

ເປດກອງປະຊມວຽກງານການທະຫານທອງຖນ ທວປະເທດ ຄງທ VI - image 2
 

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ການທະຫານທ້ອງຖິ່ນ ໄລຍະ 5 ປີ (2022-2026) ແລະ ທິດທາງແຜນການ 5 ປີ (2027-2031) ຈາກສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ. ພ້ອມທັງປະກອບຄຳເຫັນຢ່າງກວ້າງຂວາງ ເພື່ອຍົກສູງຄວາມເຂັ້ມແຂງຂອງກຳລັງທະຫານທ້ອງຖິ່ນ ແລະ ປະກອບສ່ວນຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ຂ່າວ: ຄຳອ້າຍ ທອງວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ອັດຕະປື ເລັ່ງກວດກາໂຄງການສຳປະທານທີ່ດິນ ແກ້ໄຂບັນຫາບຸກລຸກປ່າໄມ້

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 24 ພະ​ຈິກ​ຜ່ານ​ມາ, ທ່ານ ກົງໃຈ ສິດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດ​ຕະ​ປື ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາປະ​ຊາ​ຊົນ​ແຂວງ ກ່ຽວກັບການຄຸ້ມຄອງທີ່ດິນເຊົ່າ-ສຳປະທານທີ່​ດິນຂອງລັດ, ການແກ້ໄຂບັນຫາບຸກລຸກປ່າໄມ້ ລວມທັງການຄຸ້ມຄອງການຂຸດຄົ້ນ ແລະ ທ້ອນໂຮມໄມ້ໃນເຂດໂຄງ ການຟື້ນຟູປ່າໄມ້ ແລະ ແລວສາຍສົ່ງໄຟຟ້າແຮງສູງ.
ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ມອບອຸປະກອນໄອທີ ໃຫ້ 44 ຕາ​ແສງຂອງ​ແຂວງ​ຄຳ​ມ່ວນ

ພິທີ ມອບ-ຮັບ ອຸປະກອນໄອທີຈາກຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ຄະນະກຳມະການປົກຄອງ 44 ຕາແສງ ຂອງ​ແຂວງ​ຄຳ​ມ່ວນລວມມູນຄ່າກວ່າ 44 ລ້ານກີບ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ແຂວງ, ໃຫ້ກຽດມອບໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະ ແລະ ປະທານຕາແສງພາຍໃນແຂວງເຂົ້າຮ່ວມ.
ເພີ່ມເຕີມ