ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສພຂ) ອັດຕະປື ຊຸດທີ V ໄດ້ເປີດຂຶ້ນ, ໃນວັນທີ 24 ພະຈິກຜ່ານມາ ທີ່ ສພຂ ອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V, ໃນວັນທີ 24 ພະຈິກຜ່ານມາ, ທ່ານ ກົງໃຈ ສິດາວົງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາປະຊາຊົນແຂວງ ກ່ຽວກັບການຄຸ້ມຄອງທີ່ດິນເຊົ່າ-ສຳປະທານທີ່ດິນຂອງລັດ, ການແກ້ໄຂບັນຫາບຸກລຸກປ່າໄມ້ ລວມທັງການຄຸ້ມຄອງການຂຸດຄົ້ນ ແລະ ທ້ອນໂຮມໄມ້ໃນເຂດໂຄງ ການຟື້ນຟູປ່າໄມ້ ແລະ ແລວສາຍສົ່ງໄຟຟ້າແຮງສູງ.
ພິທີ ມອບ-ຮັບ ອຸປະກອນໄອທີຈາກຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ຄະນະກຳມະການປົກຄອງ 44 ຕາແສງ ຂອງແຂວງຄຳມ່ວນລວມມູນຄ່າກວ່າ 44 ລ້ານກີບ,ໄດ້ຈັດຂຶ້ນໃນວັນທີ 24 ພະຈິກນີ້ ທີ່ ຫ້ອງວ່າການແຂວງ, ໃຫ້ກຽດມອບໂດຍ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງ ພ້ອມຄະນະ ແລະ ປະທານຕາແສງພາຍໃນແຂວງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສພຂ) ອຸດົມໄຊ ຊຸດທີ V ໄດ້ເປີດຂຶ້ນໃນວັນທີ 24 ພະຈິກນີ້ ທີ່ ແຂວງອຸດົມໄຊ, ພາຍໃຕ້ການເປັນປະທານ ທ່ານ ບຸນຄົງ ຫຼ້າຈຽມພອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງອຸດົມໄຊ, ມີການນຳແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4, ສະມາຊິກສະພາປະຊາຊົນແຂວງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 24 ພະຈິກ 2026 ສະຫາຍ ພົນເອກວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກໍຄືຜົນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ XI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ປະຈໍາປີ 2026 ຂອງແຂວງຄໍາມ່ວນ.
ວັນທີ 20 ພະຈິກຜ່ານມາ, ໜ່ວຍສິລະປະສະໝັກຫຼິ້ນ ກອງພົນທີ 4 ໄດ້ເລີ່ມຕົ້ນຝຶກຊ້ອມການສະແດງ ເພື່ອກຽມສະແດງຮັບໃຊ້ໃນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 78 ປີ ທີ່ຈະມາເຖິງນີ້, ໂດຍການຊີ້ນໍາຂອງສະຫາຍ ພັນໂທ ສຸລິກອນ ໄກຍະສອນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີເປີດນຳໃຊ້ເສັ້ນທາງເບຕົງເສີມເຫຼັກຕົວແບບຊາວໜຸ່ມ ຢູ່ເຂດຊາຍແດນລະຫວ່າງ ບ້ານໂພສີ ແລະ ບ້ານມີໄຊ ຕາແສງໄຊຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ໄລຍະທີ 1 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ), ມີທ່ານ ຄຳແຫວນ ປັນຍານຸວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ, ຂັ້ນເມືອງ, ປະຊາຊົນພາຍໃນ 2 ບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະ 2021-2025 ແລະ ທິດທາງແຜນການປີ 2026-2030 ຈັດຂຶ້ນໃນວັນທີ 23 ພະຈິກຜ່ານມາ, ທີ່ ພະແນກການເງິນແຂວງ, ໂດຍມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີຄະນະພັກ, ຄະນະນຳ, ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ.
ຄໍາເຫັນ