![]() |
ທ່ານ ສຸລິພອນ ຟອງສະໝຸດ ຫົວໜ້າສ່ວຍສາອາກອນປະຈຳແຂວງ ໄດ້ລາຍງານ ຜົນການຈັດຕັ້ງປະຕິ ບັດແຜນກຳນົດພະນັກງານໄລຍະ 2021-2025 ຜ່ານມາວ່າ: ສ່ວຍສາອາກອນແຂວງ ໄດ້ເອົາໃຈໃສ່ນຳພາວຽກງານຈັດວາງ ແລະ ພັດທະນາພະນັກງານຢ່າງຕໍ່ເນື່ອງ, ຜ່ານການຍົກຍ້າຍ, ສັບປ່ຽນໜ້າທີ່, ແຕ່ງຕັ້ງເລື່ອນຕຳ ແໜ່ງ ແລະ ສົ່ງພະນັກງານໄປສຶກສາບຳລຸງດ້ານວິຊາສະເພາະ ແລະ ທິດສະດີການເມືອງ ເພື່ອຍົກສູງຄວາມຮູ້ ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ.
ສຳລັບຜົນງານດ້ານການບຳລຸງສ້າງ ມີພະນັກງານໄດ້ຮັບການສຶກສາຕໍ່ດ້ານວິຊາສະເພາະ 3 ທ່ານ ຍິງ 1 ທ່ານ, ໃນນັ້ນລະດັບປະລິນຍາຕີ 1 ທ່ານ, ປະລິນຍາໂທ 2 ທ່ານ, ທິດສະດີການເມືອງ 5 ທ່ານ ຍິງ 1 ທ່ານ, ນອກນັ້ນຍັງມີການຝຶກອົບຮົມວິຊາການຫຼາຍຫຼັກສູດ ເຊັ່ນ: ກົດໝາຍ, ການບໍລິຫານຄຸ້ມຄອງລັດ, ວຽກງານຈັດຕັ້ງ-ກໍ່ສ້າງພັກ ແລະ ວຽກງານຄູຝຶກອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້. ພ້ອມນີ້, ໄດ້ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕາມສາຍວິຊາສະເພາະ 11 ທ່ານ ຍິງ 1 ທ່ານ.
ດ້ານການຈັດວາງພະນັກງານ ໄດ້ມີການແຕ່ງຕັ້ງ ແລະ ເລື່ອນຕຳແໜ່ງໃນຫຼາຍລະດັບ ປະກອບມີຫົວໜ້າສ່ວຍສາອາກອນປະຈຳແຂວງ 1 ທ່ານ, ຮອງຫົວໜ້າ 2 ທ່ານ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງການຕ່າງໆ ຕາມຕຳແໜ່ງທີ່ກຳນົດ ເພື່ອຮັບປະກັນການນຳພາ-ຄຸ້ມຄອງວຽກງານໃຫ້ມີຄວາມຕໍ່ເນື່ອງ. ສຳລັບການສ້າງແຜນກຳນົດພະນັກງານໄລຍະ 2021-2025 ໄດ້ດຳເນີນຕາມຂັ້ນຕອນ ແລະ ລະບຽບການ ສາມາດສະເໜີຂໍມະຕິຮັບຮອງຈາກຄະນະປະຈຳພັກແຂວງ ຕາມມະຕິເລກທີ 108/ຄປພຂ, ລົງວັນທີ 26 ມີນາ 2022 ແລະ ເລກທີ 346/ຄປພຂ, ລົງວັນທີ 28 ກັນຍາ 2022.
![]() |
ໂອກາດນີ້, ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຍົກສູງສະຕິຄວາມຮັບຜິດຊອບ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ຖືເອົາ 4 ຈຸດສຸມສຳຄັນໃນການຄັດເລືອກພະນັກງານເຂົ້າໃນແຜນກຳນົດ ຄື: ຮັບປະກັນມາດຕະຖານລວມ ແລະ ມາດຕະຖານສະເພາະ, ຄັດເລືອກຢ່າງໂປ່ງໃສ ແລະ ພາວະວິໄສ ໂດຍຄຳນຶງເຖິງໂຄງປະກອບເພດ, ເຜົ່າ ແລະ ອາຍຸ, ພິຈາລະນາພະນັກງານທີ່ມີປະສົບການ ແລະ ເຄີຍປະຕິບັດໜ້າທີ່ໃນຂະແໜງການນັ້ນຢ່າງໜ້ອຍ 5 ປີ, ພ້ອມທັງໃຫ້ການທາບທາມ ແລະ ລົງຄະແນນສຽງເປັນໄປຕາມລະບຽບການ. ກອງປະຊຸມໄດ້ດຳເນີນການທາບທາມບຸກຄະລາກອນ ໂດຍການປ່ອນບັດຜ່ານ 3 ຮອບ ຄື: ຮອບທີ I, II ແລະ III ດ້ວຍຄວາມໂປ່ງໃສ ຖືກຕ້ອງຕາມລະບຽບການ ເພື່ອເປັນພື້ນຖານໃນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 2026-2030 ໃຫ້ມີຄຸນນະພາບ ແລະ ສາມາດຕອບສະໜອງຕໍ່ວຽກງານນຳພາ-ຄຸ້ມຄອງໃນຕໍ່ໜ້າ. ຂ່າວ: ວັດທະນາ


ຄໍາເຫັນ