ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ

ຝ່າຍປະຊາຊົນເອົາຊະນະຝ່າຍພະນັກງານ 9-8 ແຂ່ງຂັນກິລາຕີຄີ ໃນງານບຸນພະທາດຫຼວງ
ການແຂ່ງຂັນກິລາຕີຄີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກນີ້, ທີ່ບໍລິເວນເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງຝ່າຍປະຊາຊົນ ແລະ ຝ່າຍພະນັກງານ-ລັດຖະກອນ ໂດຍມີທ່ານ ໂພຄໍາ ໄຊຍະສອນ ຮອງປະທານຄະນະກໍາມະການປົກຄອງ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ, ພ້ອມດ້ວຍການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ປະຊາຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ຝາຍປະຊາຊນເອາຊະນະຝາຍພະນກງານ 9-8 ແຂງຂນກລາຕຄ ໃນງານບນພະທາດຫວງ - image 1
 

ກ່ອນການແຂ່ງຂັນມີພິທີນຳເອົາລູກຄີ ແຫ່ອ້ອມລານພະທາດຫຼວງ 3 ຮອບ. ກວານຈໍ້າປະຈຳບ້ານທາດຫຼວງໄດ້ພາຄະນະຝ່າຍພະນັກງານ ແລະ ຝ່າຍປະຊາຊົນຂຶ້ນໄປຄາຣະວະກາບໄຫວ້ບອກກ່າວ. ຈາກນັ້ນ, ແຫ່ຂະບວນເພື່ອນຳໄປທີ່ລານເດີ່ນພະທາດຫຼວງ ຊຶ່ງແບ່ງອອກເປັນ 2 ຝ່າຍຄື: ຝ່າຍຂອງປະຊາຊົນ ແລະ ຝ່າຍຂອງພະນັກງານ-ລັດຖະກອນ ໂດຍໃຊ້ເວລາການແຂ່ງຂັນອອກເປັນ 2 ເວລາຄື: ເວລາທຳອິດ 25 ນາທີ ແລະ ເວລາຫຼັງ 25 ນາທີ ສ່ວນຈຳນວນຂອງແຕ່ລະຝ່າຍປະມານ 20-25 ຄົນ.

ຝາຍປະຊາຊນເອາຊະນະຝາຍພະນກງານ 9-8 ແຂງຂນກລາຕຄ ໃນງານບນພະທາດຫວງ - image 2
 

ຜ່ານການແຂ່ງຂັນຜົນປາກົດວ່າ: ຝ່າຍຂອງປະຊາຊົນ ສາມາດເອົາຊະນະຝ່າຍຂອງເຈົ້າໜ້າທີ່ທາງການ 9 ຕໍ່ 8 ປະຕູ ຊຶ່ງບົ່ງບອກເຖິງຄວາມສັກສິດ, ຕາມການເຊື່ອຖືກັນມາຕັ້ງແຕ່ບູຮານນະການ ຊຶ່ງຜູ້ຊົງຄຸນນະວຸດບູຮານລາວເພິ່ນກ່າວວ່າ: ຖ້າປີໃດ ການແຂ່ງຂັນຕີຄີ ຝ່າຍປະຊາຊົນເອົາຊະນະ ຝ່າຍພະນັກງານ-ລັດຖະກອນ ໄດ້ ບ້ານເມືອງຈະຢູ່ເຢັນເປັນສຸກ ໝາຍເຖິງການແຂ່ງຂັນຕີຄີ ຝ່າຍປະຊາຊົນຍັງເຂັ້ມແຂງ ສາມາດເອົາຊະນະຝ່າຍພະນັກງານ ເປັນການບົ່ງບອກເຖິງການສ່ຽງທວາຍຂອງຄົນບູຮານ ບ້ານເມືອງຈະບໍ່ອຶດເຂົ້າ ບໍ່ອຶດປາ ມີເຂົ້າເຕັມນາ ປາເຕັມໜອງ ບ້ານເມືອງມີຄວາມສະຫງົບປອດໄພ, ການທຳມາຫາກິນ ມີແຕ່ທ່ວງທ່າທີ່ດີຂຶ້ນ, ບ້ານເມືອງຈະສະຫງົບສຸກ ຮົ່ມເຢັນ ເຂົ້າປາອາຫານອຸດົມສົມບູນພູນສຸກ, ຜົນຜະລິດຈຶ່ງອຸດົມດັ່ງນີ້ແລ.

ຝາຍປະຊາຊນເອາຊະນະຝາຍພະນກງານ 9-8 ແຂງຂນກລາຕຄ ໃນງານບນພະທາດຫວງ - image 3
 

ເມື່ອການແຂ່ງຂັນຕີຄີສຳເລັດແລ້ວ ກໍໄດ້ແຫ່ລູກຄີກັບຄືນ ແລະ ອັນເຊີນລູກຄີໄວ້ບ່ອນເກົ່າ ຊຶ່ງເມື່ອກ່ອນ ຕອນທີ່ປະເທດລາວເຮົາຍັງເປັນຣາຊະອານາຈັກລາວນັ້ນ ບຸນນະມັດສະການພະທາດຫຼວງແຫ່ງນີ້ ເພິ່ນຍັງຈັດໃຫ້ມີການແຂ່ງມ້າ, ແຂ່ງຊ້າງ, ຍັງມີກິລາຕີໝໍ້, ຫຼິ້ນໝາກເດິ, ຫຼິ້ນໝາກຜີຕາແຕກ ເຊືອກດຶງແອວ, ເສັງກອງ, ລຳເລື່ອງ, ຂັບລຳ ແລະ ອື່ນໆ ເພື່ອຄົບງັນ. ສ່ວນອາຫານການກິນ ກໍຈະມີເຂົ້າຫຼາມ, ປີ້ງໄກ່, ເຂົ້າປຸ້ນ, ເຂົ້າປາດ, ເຂົ້າຕົ້ມ, ເຂົ້າໃໝ່, ບັນດາປະເພນີທີ່ມີການເສັງ (ແຂ່ງຂັນ) ດັ່ງກ່າວທີ່ເວົ້າມານີ້. ມາຮອດປັດຈຸບັນ ຍັງເຫຼືອແຕ່ເສັງຕີຄີ (ປັດຈຸບັນເອີ້ນວ່າການແຂ່ງຂັນກິລາຕີຄີ) ຊຶ່ງລູກຄີ ແມ່ນເຮັດດ້ວຍເຫງົ້າໄມ້ໄຜ່ຕັນ, ທາສີຄຳ ແລະ ໄມ້ຄີນັ້ນ ແມ່ນເຮັດດ້ວຍໄມ້ໄຜ່ທີ່ທາສີ ແບ່ງອອກເປັນ 2 ຝັ່ງຄື: ທາສີຄຳ ແລະ ທາສີເງິນ.

ຝາຍປະຊາຊນເອາຊະນະຝາຍພະນກງານ 9-8 ແຂງຂນກລາຕຄ ໃນງານບນພະທາດຫວງ - image 4
 

(ແຫຼ່ງຂ່າວ: ວຽງຈັນໃໝ່)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ສມປຊ ຈັດສຳມະນາວິທະຍາສາດປັບປຸງວາລະສານທິດສະດີການເມືອງການປົກຄອງສູ່ຄຸນນະພາບໃໝ່

ໃນໂອກາດຄົບຮອບ 30 ປີ (21/11/1996-21/11/2026) ຂອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຈຶ່ງໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ "ປັບປຸງວາລະສານທິດສະດີການເມືອງການປົກຄອງ ສູ່ຄຸນນະພາບໃໝ່" ເພື່ອລວມລວມສະຕິປັນຍາ, ປຶກສາຫາລື ແລກປ່ຽນບົດຮຽນ ແລະ ກຳນົດທິດທາງການພັດທະນາວາລະສານໃຫ້ມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຕໍ່ພາລະກິດທາງການເມືອງ, ວິຊາການ ແລະ ການພັດທະນາປະເທດຊາດໃນໄລຍະໃໝ່; ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 24 ພະຈິກ ນີ້ ທີ່ ສມປຊ, ໂດຍການເປັນປະທານຂອງ ທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະນຳສະຖາບັນ, ຜູ້ຕາງໜ້າຈາກພາກສ່ວນຕ່າງໆ, ນັກຄົ້ນຄວ້າ, ນັກຂຽນ ແລະ ບຸກຄະລາກອນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ກອງພັນໃຫຍ່ 11 ເປີດຂະບວນແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ

ວັນທີ 20 ພະຈິກຜ່ານມາ, ກອງພັນໃຫຍ່ 11 ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ແລະ ສິລະປະ-ວັນນະຄະດີ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານ ກອງພັນໃຫຍ່ 11, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ, ກອງ ຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ວັນທີ 23 ພະຈິກນີ້ ທີ່ສໍານັກງານອົງການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງຜົ້ງສາລີ, ມີ ທ່ານ ບົວໄລ ພານຸວົງ ກຳມະການພັກ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ພອນປະດິດ ທິບມະນີວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີບັນດາທີມງານກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ບັນດາສໍາມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 55 ທ່ານ ຍິງ 15 ທ່ານ.
ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ທ່າມກາງບັນຍາກາດອັນຄຶກຄື້ນຂອງງານບຸນມະໂຫລານພະທາດຫຼວງວຽງຈັນ ທີ່ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນຈາກທົ່ວທຸກສາລະທິດເຂົ້າມາທ່ຽວຊົມ ຜະລິດຕະພັນຫັດຖະກຳແກະສະຫຼັກໄມ້ຈາກ "ໂຮງຊ່າງ ຄວັດແກະສະຫຼັກໄມ້ສີມືຄົນລາວ" ໄດ້ກາຍເປັນອີກໜຶ່ງຈຸດສົນໃຈທີ່ສະທ້ອນໃຫ້ເຫັນທັງຄວາມງາມທາງສິລະປະ ປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມລາວຜ່ານລວດລາຍໄມ້.
ເພີ່ມເຕີມ