![]() |
ທ່ານ ອິນທະນົງສັກ ຈັນທະພິມ ໄດ້ກ່າວວ່າ: ທົ່ວເມືອງໂຂງ ມີ 2 ກຸ່ມ ແລະ 3 ສະຫະກອນການຜະລິດ (ເພີ່ມຂຶ້ນ 1 ກຸ່ມ ແລະ 1 ສະຫະກອນ ທຽບໃສ່ 5 ປີຜ່ານມາ). ໃນນັ້ນ ມີ 1 ກຸ່ມ ແລະ 3 ສະຫະກອນ ໄດ້ຮັບເຄື່ອງໝາຍການຄ້າໂອດອບ, ມີແຮງງານທັງໝົດ 624 ຄົນ (ຍິງ 454 ຄົນ). ໃນໄລຍະ 10 ເດືອນຜ່ານມາ ສາມາດຊຸກຍູ້ການຜະລິດ-ຈຳໜ່າຍໄດ້ມູນຄ່າທັງໝົດ 84 ຕື້ກີບ. ສະເພາະສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ມີສະມາຊິກ 28 ຄອບຄົວ, ແຮງງານ 109 ຄົນ (ຍິງ 83 ຄົນ) ແລະ ສາມາດຜະລິດ-ຈຳໜ່າຍໄດ້ສະເລ່ຍເດືອນລະ 3,22 ຕື້ກີບ.
ທ່ານ ອະພິວັດ ສົມບູນຂັນ ກ່າວວ່າ: ຜະລິດຕະພັນທ້ອງຖິ່ນ ແລະ ສິນຄ້າໂອດອບຂອງແຂວງຈຳປາສັກ ມີຄຸນນະພາບດີ ແລະ ມີເອກະລັກ, ແຕ່ສິ່ງທ້າທາຍທີ່ຍັງຕ້ອງປັບປຸງແມ່ນການຫຸ້ມຫໍ່ ຫຼື ບັນຈຸພັນ ທີ່ສ່ວນໃຫຍ່ຍັງຂາດຄວາມຄົງທົນ, ບໍ່ທັນໄດ້ມາດຕະຖານ ແລະ ບໍ່ທັນສາມາດຍືດອາຍຸການເກັບຮັກສາໄດ້ດີເທົ່າທີ່ຄວນ. ການຈັດຝຶກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍມີ 3 ເປົ້າໝາຍຫຼັກຄື: ການສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນ, ການຮັກສາຄຸນນະພາບ ແລະ ຄວາມປອດໄພຕາມຫຼັກອະນາໄມ-ຍືດອາຍຸສິນຄ້າ ແລະ ການສື່ສານດ້ານການຕະຫຼາດຜ່ານຂໍ້ມູນທີ່ຊັດເຈນ, ເຄື່ອງໝາຍການຄ້າໂອດອບ ແລະ ແຫຼ່ງຜະລິດ.
![]() |
ສຳລັບການຝຶກອົບຮົມ ແມ່ນດຳເນີນແຕ່ວັນທີ 23–27 ພະຈິກ 2026, ໂດຍນັກສຳມະນາກອນຈະໄດ້ຮຽນຮູ້ທັງທິດສະດີ ແລະ ລົງມືປະຕິບັດຕົວຈິງ ໃນຫົວຂໍ້ເຕັກໂນໂລຊີການຫຸ້ມຫໍ່, ຄວາມປອດໄພຜະລິດຕະພັນ, ວັດຖຸເຈືອປົນ, ການໃຊ້ AI ອອກແບບສະຫຼາກ ແລະ ໂລໂກ້ (Canva/ແພັກໂດຣາ), ວຽກງານປົກປ້ອງເຄື່ອງໝາຍການຄ້າ, ການພັດທະນາສີມືແຮງງານ, ພ້ອມທັງຈະມີການຮັບຮອງເອົາໂລໂກ້ເສັ້ນເຝີຂອງກຸ່ມສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນບ້ານດອນຂະເໝົາອີກດ້ວຍ.
ຂ່າວ-ພາບ: ເມືອງໂຂງ


ຄໍາເຫັນ