ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ

ຕຳຫຼວດຈະລາຈອນ ນວ ວາງກຳລັງ 535 ຄົນ ປ້ອງກັນງານບຸນທາດຫຼວງ ພ້ອມແນະນຳໃຊ້ລົດເມບໍ່ເສຍຄ່າ 7 ຈຸດ
ເພື່ອຮັບປະກັນໃຫ້ການສັນຈອນໄປມາຕາມເສັ້ນທາງຕ່າງໆ ມີຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໃນໄລຍະຈັດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ນວ ປະຈຳປີ 2026 ນີ້, ເຈົ້າໜ້າທີ່ຕຳຫຼວດຈະລາຈອນໄດ້ວາງແຜນຈັດກຳລັງປະຈຳການຕາມຈຸດສຳຄັນຕ່າງໆ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ ຮ່ວມມືປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.
ຕຳຫວດຈະລາຈອນ ນວ ວາງກຳລງ 535 ຄນ ປອງກນງານບນທາດຫວງ ພອມແນະນຳໃຊລດເມບເສຍຄາ 7 ຈດ - image 1
 

 

ທ່ານ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດ ຈາລະຈອນ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ສໍາພາດ ວ່າ: ພະແນກຕຳຫຼວດຈະລາຈອນ ໄດ້ສົມທົບກັບກອງຕຳຫຼວດຈະລາຈອນບັນດາເມືອງ ຮ່ວມກັນວາງແຜນຈັດກຳລັງຕຳຫຼວດຈະລາຈອນ ຈຳນວນ 535 ສະຫາຍ ລົງໄປປະຈຳການຢູ່ຕາມຈຸດ, ຕາມປ້ອມ ແລະ ຕາມສາຍທາງຕ່າງໆ ທັງໝົດ 135 ຈຸດ. ເປົ້າ ໝາຍຫຼັກແມ່ນເພື່ອເຮັດໜ້າທີ່ບໍລິການ ແລະ ອຳນວຍຄວາມສະດວກ ໃຫ້ທັງຜູ້ທີ່ມີຈຸດປະສົງມາທ່ຽວງານບຸນ ແລະ ຜູ້ທີ່ບໍ່ໄດ້ມາງານບຸນ ແຕ່ຕ້ອງສັນຈອນຜ່ານເສັ້ນທາງດັ່ງກ່າວ ໃຫ້ໄປມາໄດ້ຢ່າງສະດວກ, ສະພາບການສັນຈອນຢູ່ຕາມເສັ້ນທາງສາຍຕ່າງໆ ທັງໃນເຂດວົງນອກ ແລະ ເຂດອ້ອມຮອບທີ່ເຈົ້າໜ້າທີ່ລົງຄວບຄຸມລະບາຍການສັນຈອນ ແມ່ນຍັງມີຄວາມສະດວກ ແລະ ເປັນລະບຽບຮຽບຮ້ອຍດີ ຄາດວ່າຈະມີປະຊາຊົນ ແລະ ນັກທ່ອງທ່ຽວເດີນທາງມາຫຼາຍຂຶ້ນ. ສະນັ້ນ, ຕຳຫຼວດຈະລາຈອນຈະເພີ່ມທະວີການເຮັດວຽກງານ ຄວບຄຸມ ແລະ ລະບາຍການສັນຈອນ ໃຫ້ເຂັ້ມຂຸ້ນຂຶ້ນຕື່ມ ເພື່ອອຳນວຍຄວາມສະດວກໃຫ້ບັນດາທ່ານ.

ຕຳຫວດຈະລາຈອນ ນວ ວາງກຳລງ 535 ຄນ ປອງກນງານບນທາດຫວງ ພອມແນະນຳໃຊລດເມບເສຍຄາ 7 ຈດ - image 2
 

ໃນໄລຍະງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ທີ່ສູນການຄ້າ ລາວ-ໄອເຕັກ ນີ້, ອົງການປົກຄອງ ນະຄອນຫຼວງວຽງຈັນ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບລັດວິສາຫະກິດລົດເມ ນະຄອນຫຼວງ ໄດ້ຈັດໃຫ້ມີການແລ່ນລົດເມບໍລິການ ໂດຍບໍ່ເສຍຄ່າ ທັງໝົດ 7 ຈຸດ, ປະກອບມີ: 1. ສວນອະນຸສາວະລີເຈົ້າຟ້າງຸ່ມ, 2. ຕະຫຼາດເຊົ້າ, 3. ປະຕູໄຊ, 4. ກ໊ອກໆ, 5. ວິວມໍ (View Mall), 6. ຕະຫຼາດຫົວຂົວ, 7. ສູນການຄ້າ ລາວ-ໄອເຕັກ, ຜູ້ໃຊ້ລົດສາມາດນຳລົດໄປຈອດໄວ້ທີ່ຈຸດໃດຈຸດໜຶ່ງໃນ 7 ຈຸດນີ້ ແລ້ວຂຶ້ນລົດເມຟຣີເຂົ້າມາໃນງານ. ຫຼັງຈາກທ່ຽວງານສຳເລັດແລ້ວ ກໍສາມາດຂຶ້ນລົດເມກັບໄປຫາຈຸດທີ່ຈອດລົດໄວ້ໄດ້ຢ່າງສະດວກ ແລະ ປະຢັດຄ່າໃຊ້ຈ່າຍ.

ຕຳຫວດຈະລາຈອນ ນວ ວາງກຳລງ 535 ຄນ ປອງກນງານບນທາດຫວງ ພອມແນະນຳໃຊລດເມບເສຍຄາ 7 ຈດ - image 3
 

ທ່ານ ພັທ ສັງຄົມ ພົມມະລາດ ກ່າວຕື່ມວ່າ: ໃນນາມຕຳຫຼວດຈະລາຈອນ ຂໍຮຽກຮ້ອງໃຫ້ບັນດາທ່ານ ຖ້າບໍ່ຈຳເປັນ ບໍ່ຄວນນຳລົດເຂົ້າມາແລ່ນໃນເຂດວົງໃນ ເພາະຈະເຮັດໃຫ້ການສັນຈອນແອອັດອັ່ງອໍ, ເສຍເວລາ ແລະ ເປືອງນ້ຳມັນ. ຄວນນຳລົດໄປຈອດຕາມຈຸດທີ່ກຳນົດ ແລ້ວໃຊ້ບໍລິການລົດບໍ່ເສຍຄ່າເຂົ້າມາໃນເດີ່ນທາດຫຼວງ ຊຶ່ງຈະສະດວກສະບາຍກວ່າ. ໂອກາດດັ່ງກ່າວ ໄດ້ຝາກມາຍັງບັນດາທ່ານ ຊ່ວຍເອົາໃຈໃສ່ປະຕິບັດຕາມແຈ້ງການຂອງອົງການປົກຄອງ ນວ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ຢ່າງເຂັ້ມງວດ. ທີ່ສຳຄັນທີ່ສຸດ ແມ່ນຂໍໃຫ້ເຄົາລົບ ແລະ ປະຕິບັດຕາມກົດລະບຽບການສັນຈອນຢ່າງເຄັ່ງຄັດ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຫຼີກລ່ຽງອຸບັດເຫດ ໂດຍສະເພາະ: ທີໜຶ່ງ: ຫ້າມດື່ມເຫຼົ້າ ຫຼື ສິ່ງມຶນເມົາ ແລ້ວຂັບຂີ່ລົດຢ່າງເດັດຂາດ, ທີສອງ: ຫ້າມຂັບຂີ່ລົດດ້ວຍຄວາມໄວເກີນກຳນົດ, ທີສາມ: ກ່ອນປ່ຽນທິດທາງການສັນຈອນ ຫຼື ລ້ຽວຊ້າຍ-ລ້ຽວຂວາ ຕ້ອງເປີດໄຟສັນຍານເຕືອນລ່ວງໜ້າ ເພື່ອຄວາມປອດໄພຂອງຕົນເອງ ແລະ ຜູ້ຮ່ວມທາງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ລະຄອນເພັງ ເກັບກ່ຽວເຂົ້ານາປີ ໃກ້​ຈະ​ສຳເລັດແລະກຽມສຸມໃສ່ປູກພືດລະດູແລ້ງ

ທ່ານ ຄຳກອນ ວິໄລສັກ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງລະຄອນເພັງແຂວງ​ສາ​ລະ​ວັນເປີດ​ເຜີຍໃນວັນທີ 20 ພະຈິກຜ່ານ​ມາວ່າ: ປັດຈຸບັນຊາວກະສິກອນ ເມືອງລະຄອນເພັງ ຂຸ້ນຂ້ຽວສຸມໃສ່ເກັບ​ກ່ຽວເຂົ້ານາປີ ສຳເລັດແລ້ວ 95%, ໃນເນື້ອທີ່ທັງໝົດປະມານ 11,835 ເຮັກຕາ, ຜົນຜະລິດໄດ້ 53 ພັນກວ່າໂຕນ; ສະເລ່ຍສະມັດຕະພາບ 3.7 ໂຕນຕໍ່ເຮັກຕາ. ສົກປີ 2025-2026 ທົ່ວເມືອງລະຄອນເພັງ ໄດ້ວາງແຜນການປູກເຂົ້ານາປີ 15,460 ເຮັກຕາ, ສາມາດປັກດຳໄດ້ຕົວຈິງ 15,212 ເຮັກຕາ ເທົ່າກັບ 98.4% ຂອງແຜນການ; ໃນນັ້ນ ນາດຳປະຕິບັດໄດ້ 8,712 ເຮັກຕາ ເທົ່າກັບ 93.07%, ນາຢອດ 3,000 ເຮັກຕາ ເທົ່າກັບ 103.4% (ລື່ນແຜນ 3.4%) ແລະ ນາຫວ່ານ 3,500 ເຮັກຕາ, ລື່ນແຜນການ 9.3%. ນອກຈາກນີ້, ການເກັບກູ້ພືດລະດູຝົນຂອງເມືອງ ປັດຈຸບັນສຳເລັດແລ້ວ 315 ເຮັກຕາ ເທົ່າກັບ 100% ໄດ້ຜົນຜະລິດ 2,715 ໂຕນ.
ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ຝຶກອົບຮົມປັບປຸງການຫຸ້ມຫໍ່ ຫວັງຍົກລະດັບເສັ້ນເຝີດອນຂະເໝົາ ສູ່ຕະຫຼາດກວ້າງ​ຂຶ້ນ

ພິທີເປີດຝຶກອົບຮົມການປັບປຸງການຫຸ້ມຫໍ່ຜະລິດຕະພັນສິນຄ້າໂອດອບ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ” ຂອງສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ແລະ ກຸ່ມຜະລິດເຫຼົ້າ ແລະ ແປ້ງເຫຼົ້າຂາວ ເມືອງສຸຂຸມາ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 23 ພະ​ຈິກ​ນີ້ ທີ່ ເມືອງ​ໂຂງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອິນທະນົງສັກ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໂຂງ, ທ່ານ ອະພິວັດ ສົມບູນຂັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງ ແລະ​ ສຳ​ມະ​ນາ​ກອນ​ເຂົ້າ​ຮ່ວມ.
ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ມຸນລະປາໂມກ ມອບເຄື່ອງກິລາໃຫ້ນັກຮຽນ ກຽມເຂົ້າຮ່ວມແຂ່ງຂັນບານເຕະ ປີ 2026

ວັນທີ 19 ພະຈິກຜ່ານມາ, ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີມອບ-ຮັບເຄື່ອງກິລາໃຫ້ນັກຮຽນ ເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາບານເຕະ ນັກຮຽນມັດທະຍົມຕອນປາຍ LDB ຈຳປາສັກ ປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ໃຫ້ກຽດເປັນປະທານໂດຍທ່ານ ວັນລະເດດ ແກ້ວຈັນທາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກ ຄອງເມືອງ, ມີທ່ານ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ທ່ານ ອິນປອນ ໄຊຍະລາດ ຄະນະສະຫະພັນບານເຕະເມືອງ ພ້ອມດ້ວຍຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ແຂວງຜົ້ງສາລີ ເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ ຊຸດທີ I

ວັນທີ 23 ພະຈິກນີ້ ທີ່ສໍານັກງານອົງການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາຊຸດທີ I ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ທ່ານ ບຸນທະວີ ສໍສຸກັນ ກຳມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງຜົ້ງສາລີ, ມີ ທ່ານ ບົວໄລ ພານຸວົງ ກຳມະການພັກ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ພອນປະດິດ ທິບມະນີວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ມີບັນດາທີມງານກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ບັນດາສໍາມະນາກອນ ທີ່ເປັນພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ ທັງໝົດ 55 ທ່ານ ຍິງ 15 ທ່ານ.
ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ເລົ່າເລື່ອງ ຜ່ານໄມ້ແກະສະຫຼັກຈາກຮີດຄອງບູຮານສູ່ຍຸກທັນສະໄໝໃນງານບຸນທາດຫຼວງ

ທ່າມກາງບັນຍາກາດອັນຄຶກຄື້ນຂອງງານບຸນມະໂຫລານພະທາດຫຼວງວຽງຈັນ ທີ່ດຶງດູດນັກທ່ອງທ່ຽວ ແລະ ປະຊາຊົນຈາກທົ່ວທຸກສາລະທິດເຂົ້າມາທ່ຽວຊົມ ຜະລິດຕະພັນຫັດຖະກຳແກະສະຫຼັກໄມ້ຈາກ "ໂຮງຊ່າງ ຄວັດແກະສະຫຼັກໄມ້ສີມືຄົນລາວ" ໄດ້ກາຍເປັນອີກໜຶ່ງຈຸດສົນໃຈທີ່ສະທ້ອນໃຫ້ເຫັນທັງຄວາມງາມທາງສິລະປະ ປະຫວັດສາດ ແລະ ການປ່ຽນແປງຂອງສັງຄົມລາວຜ່ານລວດລາຍໄມ້.
ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ກະເປົາລາວຍຸກໃໝ່ ປະສົມຄວາມທັນສະໄໝ ຄືຄວາມເປັນລາວ ພ້ອມໂປຣໂມຊັນພິເສດໃນງານບຸນພະທາດຫຼວງ

ໃນບັນຍາກາດງານບຸນພະທາດຫຼວງທີ່ເຕັມໄປດ້ວຍສີສັນ ແລະ ຄວາມຄຶກຄື້ນ ຜະລິດຕະພັນຫັດຖະກຳລາວຍັງຄົງເປັນອີກໜຶ່ງຈຸດເດັ່ນທີ່ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ໂດຍສະເພາະຜະລິດຕະພັນກະເປົາສານດ້ວຍຫວາຍ ແລະ ກະເປົາລາວຫັດຖະກຳດ້ວຍຝ້າຍ ທີ່ຖືກອອກແບບໃຫ້ຕອບໂຈດການນຳໃຊ້ໃນຊີວິດປະຈຳວັນ ແລະ ທັນສະໄໝຫຼາຍຂຶ້ນ ຍັງຄົງເປັນສິນຄ້າທີ່ໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກ ໂດຍສະເພາະໃນໄລຍະງານບຸນພະທາດຫຼວງ ທີ່ມີການນຳສະເໜີທັງຮູບແບບດັ້ງເດີມ ແລະ ຮູບແບບປະຍຸກໃຫ້ເຂົ້າກັບຍຸກສະໄໝ.
ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ໃນງານບຸນພະທາດຫຼວງວຽງຈັນ

ວັນທີ 23 ພະຈິກນີ້, ຊາວພຸດທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນແຫ່ຜາສາດເຜິ້ງໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026 ໂດຍໄດ້ເຕົ້າໂຮມທີ່ວັດໜອງບອນ ແລ້ວແຫ່ອ້ອມກົມມະລຽນພະທາດຫຼວງ 3 ຮອບ ເພື່ອເປັນການບູຊາຄຸນພະພຸດ, ພະທໍາ ແລະ ພະສົງ ໂດຍມີຂະ ບວນແຫ່ຂອງພະສົງອອກໜ້າ ແລະ ຂະບວນແຫ່ຂອງການນໍາພັກ-ລັດ ຊຶ່ງນຳໂດຍທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນຳພັກ-ລັດ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.
ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ປີ 2026 ສານປະຊາຊົນແຂວງເຊກອງ ແກ້ໄຂຄະດີໄດ້ 102 ເລື່ອງ

ທ່ານ ນາງ ສີວິໄລ ຜາວິໄລ ປະທານສານປະຊາຊົນແຂວງເຊກອງ ລາຍງານໃຫ້ຮູ້ວ່າ: ໃນປີ 2026 ມີຄະດີເຂົ້າມາສານປະຊາຊົນແຂວງ, ສານປະຊາຊົນເຂດ I ແລະ ສານປະຊາຊົນເຂດ II ລວມທັງໝົດ 126 ເລື່ອງ ຄ້າງມາແຕ່ປີ 2025 ຈໍານວນ 30 ເລື່ອງ, ເຂົ້າໃໝ່ 96 ເລື່ອງ, ແກ້ໄຂແລ້ວ 102 ເລື່ອງ ເທົ່າກັບ 80,95%, ພວມດໍາເນີນການແກ້ໄຂຢູ່ 24 ເລື່ອງ.
ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ນັກທຸລະກິດໜຸ່ມເມືອງໄຊເສດຖາ ສົ່ງເສີມຊາວໜຸ່ມສ້າງອາຊີບຜ່ານໂຄງການຝຸ່ນຊີວະພາບກະສິກຳປອດສານພິດ

ສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເປີດຮ້ານວາງສະແດງ ແລະ ຈຳໜ່າຍຜະລິດຕະພັນຂອງສະມາຊິກພາຍໃນງານບຸນນະມັດສະການພະທາດຫຼວງພ້ອມທັງເນັ້ນຍ້ຳພາລະບົດບາດໃນການສ້າງຄວາມສາມັກຄີພາຍໃນ ແລະ ການສົ່ງເສີມຊາວໜຸ່ມທີ່ຍັງບໍ່ມີວຽກເຮັດງານທຳໃຫ້ມີລາຍໄດ້ຜ່ານໂຄງການຜະລິດຝຸ່ນຊີວະພາບ ແລະ ການປູກພືດປອດສານພິດ.
ເພີ່ມເຕີມ