![]() |
ທ່ານນາງ ມາລີນາ ພະໄຊຍະວົງ ປະທານສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາໄດ້ໃຫ້ສຳພາດທີ່ງານບຸນນະມັດສະການພະທາດຫຼວງວຽງຈັນວ່າ: ການຈັດຫ້ອງວາງສະແດງຄັ້ງນີ້ຈຸດປະສົງເພື່ອເຊີນຊວນປະຊາຊົນ ແລະ ຜູ້ເຂົ້າຮ່ວມງານໄດ້ເຂົ້າມາຊົມ ແລະ ອຸດໜູນຜະລິດຕະພັນຂອງຄົນລາວໂດຍສະເພາະຝຸ່ນຊີວະພາບ ແລະ ນ້ຳ ຊຶ່ງເປັນຜະລິດຕະພັນທີ່ຜະລິດຂຶ້ນໂດຍສີມືຄົນລາວເອງ. ສຳລັບພາລະບົດບາດຫຼັກຂອງສະມາຄົມແມ່ນສຸມໃສ່ການສ້າງຄວາມສາມັກຄີ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນລະຫວ່າງສະມາຊິກຜ່ານການຮ່ວມມືກັນທາງດ້ານທຸລະກິດ ແລະ ກິດຈະກຳຕ່າງໆ ເພື່ອໃຫ້ທຸກພາກສ່ວນໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ.
ທ່ານນາງ ມາລີນາ ພະໄຊຍະວົງ ຍັງໄດ້ກ່າວເຖິງການສົ່ງເສີມໄວໜຸ່ມ-ຊາວໜຸ່ມວ່າ: ໂຄງການດັ່ງກ່າວໄດ້ໃຫ້ຄວາມສຳຄັນກັບຊາວໜຸ່ມໂດຍສະເພາະກຸ່ມຜູ້ທີ່ຍັງບໍ່ມີວຽກເຮັດງານທຳເພື່ອສ້າງໂອກາດແລະ ຊ່ອງທາງໃນການປະກອບອາຊີບໃຫ້ຊາວໜຸ່ມໂດຍກົງ. ໂຄງການນີ້ໄດ້ດຳເນີນງານມາເປັນເວລາເກືອບ 2 ປີແລ້ວ ແລະ ມີບ້ານຕົວແບບຕັ້ງຢູ່ທີ່ບ້ານໂນນຄໍ້ໃຕ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຜະລິດຕະພັນຝຸ່ນຊີວະພາບຂອງໂຄງການສາມາດນຳໄປໃຊ້ໄດ້ກັບການປູກດອກໄມ້ ແລະ ພືດຊະນິດຕ່າງໆ ຊຶ່ງເປັນຜະລິດຕະພັນອໍແກນິກ 100% ແລະ ປອດສານພິດ 100% ຄຽງຄູ່ກັບການປູກຜັກປອດສານພິດທີ່ຄຳນຶງເຖິງຄວາມປອດໄພ ແລະ ສຸຂະພາບຂອງຜູ້ບໍລິໂພກເປັນສຳຄັນ.
ຕອນທ້າຍ, ປະທານສະມາຄົມນັກທຸລະກິດໜຸ່ມເມືອງໄຊເສດຖາ ໄດ້ເຊີນຊວນປະຊາຊົນລາວລວມທັງນັກທຸລະກິດທີ່ມີຄວາມສົນໃຈດ້ານກະສິກຳໃຫ້ເຂົ້າມາມີສ່ວນຮ່ວມໃນໂຄງການເພື່ອຮ່ວມກັນສ້າງປະໂຫຍດໃຫ້ແກ່ສັງຄົມທັງການຊ່ວຍເຫຼືອຊາວໜຸ່ມ ແລະ ການປົກປ້ອງສຸຂະພາບຂອງຜູ້ບໍລິໂພກຈາກສານເຄມີຕົກຄ້າງ.

ຄໍາເຫັນ