ໃນໂອກາດນີ້, ຕາງໜ້າຄະນະພັກຊາວໜຸ່ມ ເມືອງໄຊເສດຖາ ໄດ້ເຊີນຊວນພໍ່ແມ່ປະຊາຊົນ ຕະຫຼອດຮອດຊາວໜຸ່ມ-ໄວໜຸ່ມ ເຂົ້າຮ່ວມທ່ຽວຊົມງານບຸນພະທາດຫຼວງ ປະຈໍາປີ 2026 ຊຶ່ງເຕັມໄປດ້ວຍ ຫຼາຍກິດຈະກໍາທີ່ສໍາຄັນ ຊຶ່ງສະທ້ອນໃຫ້ເຫັນຮີດຄອງປະເພນີ ອັນດີງາມຂອງຊາດ. ພ້ອມກັນນີ້, ໄດ້ຮຽກຮ້ອງໃຫ້ຊາວໜຸ່ມ-ໄວໜຸ່ມ ຮ່ວມກັນຮັກສາຮີດຄອງປະເພນີອັນດີງາມ ແລະ ເອົາໃຈໃສ່ ວຽກງານປ້ອງກັນຄວາມສະຫງົບ ໃຫ້ບັນລຸໄດ້ 100% ເພື່ອເຮັດໃຫ້ງານບຸນປີນີ້ ດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ແລະ ເຕັມໄປດ້ວຍບັນຍາກາດ ທີ່ເບີກບານມ່ວນຊື່ນ.
ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ
ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ຄໍາເຫັນ