ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ
ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ສະມລບ ໃຊພະນກງານ 280 ຄນ ອະນາໄມໃນງານບນພະທາດຫວງ ຕະຫອດ 24 ຊວໂມງ - image 1
 

ທ່ານ ນາງ ດີ່ນ້າ ສົມສະໝຸດ ວິຊາການພະແນກໂຄສະນາປະຊາສໍາພັນ ແລະ ການຕະຫຼາດ ບໍລິສັດ ສະມໍລບີ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 19 ພະຈິກຜ່ານມາທີ່ເດີ່ນພະທາດຫຼວງວ່າ: ງານບຸນນະມັດສະການພະທາດຫຼວງວຽງຈັນໃນປີນີ້ ບໍລິສັດ ສະມໍລບີ ໄດ້ກະກຽມແຜນວຽກລ່ວງໜ້າຢ່າງລະອຽດ ທັງດ້ານອຸປະກອນອະນາໄມ, ຖັງຂີ້ເຫຍື້ອ, ເຫຼັກຄີບ, ຖົງຢາງດໍາ, ພາຫະນະ ແລະ ບຸກຄະລາກອນ ໂດຍໄດ້ວາງຖັງຂີ້ເຫຍື້ອຈໍານວນ 300 ຖັງ ໃນ 3 ເຂດຮັບຜິດຊອບຄື: ເຂດວັດທາດຫຼວງ ແລະ ພະທາດຫຼວງ; ເຂດສະໜາມຫຼວງ ແລະ ສວນ; ເຂດຮອບນອກ ແລະ ບໍລິເວນຮອບເດີ່ນພະທາດຫຼວງ. ສ່ວນການຈັດວາງຖັງຈະເນັ້ນໜັກໃສ່ບໍລິເວນກົມມະລຽນ ແລະ ສະໜາມຫຼວງ ເພື່ອໃຫ້ປະຊາຊົນສາມາດນໍາໃຊ້ໄດ້ສະດວກ.

ສະມລບ ໃຊພະນກງານ 280 ຄນ ອະນາໄມໃນງານບນພະທາດຫວງ ຕະຫອດ 24 ຊວໂມງ - image 2
 

ສໍາລັບກໍາລັງພະນັກງານ 280 ຄົນ ໄດ້ແບ່ງເປັນໄລຍະພາກເຊົ້າ, ບ່າຍ, ແລງ ແລະ ພາກເດິກ ເພື່ອປະຈໍາຢູ່ຕາມຈຸດຕ່າງໆ ໃນການອະນາໄມ ແລະ ເກັບມ້ຽນຂີ້ເຫຍື້ອຢ່າງຕໍ່ເນື່ອງ. ເມື່ອຈຸດຖັງຂີ້ເຫຍື້ອເຕັມ ຈະມີການຂົນຍ້າຍໄປຍັງຈຸດລວມ ເພື່ອລໍຖ້າລົດມາຂົນສົ່ງໄປກໍາຈັດ. ຕາມແຜນການຈະມີລົດເກັບຂີ້ເຫຍື້ອປະມານ 34 ຖ້ຽວຕະຫຼອດໄລຍະງານບຸນ ແຕ່ຈໍານວນຖ້ຽວອາດປັບເພີ່ມຕາມປະລິມານຂີ້ເຫຍື້ອຕົວຈິງ ເນື່ອງຈາກຂີ້ເຫຍື້ອປະເພດໂຟມ ແລະ ເສດອາຫານ ມີປະລິມານຫຼາຍ ເຮັດໃຫ້ພາຫະນະເຕັມໄວ.

ທ່ານ ນາງ ດີ່ນ້າ ສົມສະໝຸດ ກ່າວຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານອະນາໄມ ແມ່ເລີມແຕ່ວັນທີ 19-28 ພະຈິກ 2026 ລວມໄລຍະເວລາ 10 ວັນ. ນອກຈາກການອະນາໄມແລ້ວ ບໍລິສັດ ຍັງຈະຈັດຮ້ານກິດຈະກໍາປະຊາສໍາພັນເປັນເວລາ 5 ວັນ ເພື່ອເຜີຍແຜ່ ແລະ ແນະນໍາວິທີຖິ້ມຂີ້ເຫຍື້ອໃຫ້ຖືກວິທີ ແລະ ຖືກຖັງ ໂດຍຈະມີການສາທິດວິທີຖິ້ມຂີ້ເຫຍື້ອ ພ້ອມຮ່ວມມືກັບນັກຮຽນ ແລະ ກຸ່ມອາສາສະໝັກໃນການປະຊາສໍາພັນສ້າງຈິດສໍານຶກ. ສ່ວນພາຫະນະຮັບໃຊ້ ນອກຈາກລົດເກັບຂີ້ເຫຍື້ອແລ້ວ ຍັງມີລົດຄ່ຽນຖ່າຍຂີ້ເຫຍື້ອຂະໜາດນ້ອຍ 2 ຄັນ, ພ້ອມທັງເພີ່ມລົດດູດຝຸ່ນ ແລະ ລົດລ້າງທາງ ເພື່ອກະກຽມຮັບໃຊ້ໃນມື້ສໍາຄັນ ຄືວັນທີ 23 ພະຈິກ ມື້ແຫ່ຜາສາດເຜິ້ງ ແລະ ວັນທີ 24 ພະຈິກ ຊຶ່ງເປັນມື້ທີ່ມີປະຊາຊົນເຂົ້າຮ່ວມຫຼາຍ ແລະ ມີເວລາຈໍາກັດໃນການກະກຽມພື້ນທີ່ໃຫ້ພ້ອມຮອງຮັບກິດຈະກໍາໃສ່ບາດໃນຕອນເຊົ້າ. ທັງນີ້, ບັນຫາທີ່ພົບໃນການຈັດຕັ້ງປະຕິບັດຜ່ານມາແມ່ນຈໍານວນຮ້ານຄ້າ ແລະ ຮ້ານຈໍາໜ່າຍສິນຄ້າຕົວຈິງອາດບໍ່ກົງກັບແຜນທີ່ກໍານົດໄວ້ ເນື່ອງຈາກມີຮ້ານຄ້າຕ່າງໆເພີ່ມຂຶ້ນ ສົ່ງຜົນໃຫ້ປະລິມານຂີ້ເຫຍື້ອເພີ່ມຂຶ້ນ ແລະ ຍາກຕໍ່ການຄາດຄະເນ. ນອກນັ້ນ, ຍັງມີບາງຮ້ານຄ້າບໍ່ປິດຕາມເວລາທີ່ຄະນະກໍາມະການກໍານົດ ເຮັດໃຫ້ພາຍຫຼັງອະນາໄມແລ້ວຍັງມີຂີ້ເຫຍື້ອເກີດຂຶ້ນອີກ. ດັ່ງນັ້ນ, ບໍລິສັດຈຶ່ງເນັ້ນການຕິດຕາມ, ກວດກາ ແລະ ເພີ່ມກໍາລັງພະນັກງານອະນາໄມໃນຈຸດທີ່ມີຂີ້ເຫຍື້ອຫຼາຍ.ສໍາລັບການຄັດແຍກຂີ້ເຫຍື້ອໃນງານບຸນປີນີ້ ຍັງຈະເປັນການເກັບລວມ ເນື່ອງຈາກການຄັດແຍກຂີ້ເຫຍື້ອໃນງານທີ່ມີປະຊາຊົນເຂົ້າຮ່ວມຈໍານວນຫຼາຍຍັງເປັນສິ່ງທ້າທາຍ. ບໍລິສັດ ສະມໍລບີ ໄດ້ຈັດຕັ້ງປະຕິບັດວຽກງານອະນາໄມງານບຸນດັ່ງກ່າວ ເລີ່ມແຕ່ປີ 2022 ເປັນຕົ້ນມາ.

ທ່ານ ນາງ ດີ່ນ້າ ສົມສະໝຸດ ຍັງໄດ້ຝາກເຖິງປະຊາຊົນ ແລະ ນັກທ່ອງທ່ຽວທີ່ມາທ່ຽວ ແລະ ມາຮ່ວມງານບຸນໃຫ້ຊ່ວຍກັນຮັກສາຄວາມສະອາດ, ຖິ້ມຂີ້ເຫຍື້ອລົງຖັງທີ່ຈັດກຽມໄວ້ ໂດຍສະເພາະໄມ້ສຽບລູກຊີ້ນບໍ່ຄວນຖິ້ມຊະຊາຍ ເພາະອາດກໍ່ໃຫ້ເກີດອັນຕະລາຍຕໍ່ຜູ້ອື່ນ. ພ້ອມກັນນັ້ນ, ຂໍໃຫ້ບັນດາຮ້ານຄ້າປະຕິບັດຕາມເວລາເປີດ-ປິດຮ້ານຂອງຕົນເອງຕາມທີ່ເພິ່ນກໍານົດໄວ້ ເພື່ອອໍານວຍຄວາມສະດວກໃຫ້ແກ່ການອະນາໄມ ແລະ ຂົນສົ່ງຂີ້ເຫຍື້ອ ໃຫ້ງານບຸນພະທາດຫຼວງມີຄວາມສະອາດງາມຕາ, ເປັນລະບຽບຮບຮ້ອຍ ແລະ ປອດໄພສໍາລັບທຸກຄົນ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ຊຽງຂວາງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ແຂວງ​ຊຽງ​ຂວາງໄດ້​ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ3ສ້າງ 5ປີ(2021-2025) ແລະ ທິດທາງແຜນການ5ປີ(2026-2030), ໃນວັນທີ18ພະຈິກນີ້,ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ຄໍາມ່ວນເກັບກ່ຽວເຂົ້ານາປີສຳ​ເລັດແລ້ວ 86.5%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການຜະ​ລິດເຂົ້ານາປີ 2026, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສນ​ຊ ມອບເຂົ້າແລະ ເງິນຊ່ວຍ​ເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫຼວງ​ນ້ຳ​ທາ

ສູນ​ກາງ​ແນວ​ລາວ​ສ້າງ​ຊາດ (ສນ​ຊ) ໄດ້​ນຳ​ເອົາ​ເຂົ້າສານຈຳນວນ 160 ໂຕນ (ມູນຄ່າ 2,640,000,000 ກີບ) ແລະ ເງິນສົດ 100 ລ້ານກີບໄປ​ມອບ​ໃຫ້​ແຂວງຫຼວງ​ນ້ຳ​ທາ ເພື່ອ​ນຳ​ໄປ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ຄວາມ​ເດືອດ​ຮ້ອນ​ຂອງ​ປະ​ຊາ​ຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຟ​ພ​ພິ​ບັດ​ນ້ຳ​ຖ້ວມ.
ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄອສພ ເຊື່ອມຊຶມວຽກປ້ອງກັນພາຍໃນ ແລະ ເຊັນບົດບັນທຶກປະສານງານກັບ ກົມ 200

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານວຽກງານປ້ອງກັນພາຍໃນ ແລະ ພິທີເຊັນບົດບັນທຶກການປະສານງານ ຮ່ວມກັບ ກົມປ້ອງກັນພາຍໃນ (ກົມ 200) ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ເພື່ອຍົກລະດັບການຮ່ວມມືດ້ານວິຊາສະເພາະ ແລະ ປົກປັກຮັກສາຄວາມລັບຂອງຊາດໃນສະພາບການໃໝ່ ໃນວັນທີ 19 ພະຈິກນີ້ ທີ່ສະໂມສອນ ຂອງ ຄອສພ; ໂດຍການເປັນປະທານກ່າວເປີດ ແລະ ສະຫຼຸບ ຂອງສະຫາຍ ສາຄອນ ພົມມະລາດ ຄະນະປະຈຳພັກ ປະທານກວດກາພັກ ຮອງຫົວໜ້າ ຄອສພ ແລະ ຮອງປະທານຄະນະ ປກຊ-ປກສ ພາຍໃນ ຄອສພ ພ້ອມດ້ວຍຄະນະພັກ, ຄະນະປ້ອງກັນພາຍໃນ ຄອສພ ແລະ ຄະນະ-ນັກວິທະຍາກອນ ຈາກ ກົມ 200 ກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.
ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ໂຄງການຢູ່ລິນໃນລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ

ທ່ານ ຊົ້ງຈຸ່ຍ ຮອງປະທານບໍລິສັດເຄື່ອງເທດ ຟູດາຢູ່ລິນຮຸ່ນສ່ວນຈໍາກັດ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ ສື່ມວນຊົນລາວ ແລະ ສື່ມວນຊົນສະມາຊິກອາຊຽນທ່ຽວຊົມທ່່າເຮືອດັ່ງກ່າວ ວ່າ: ທ່າເຮືອໂລຈິສຕິກເຄື່ອງເທດສາກົນຟູດາຢູ່ລິນ ທີ່ລົງທຶນກໍ່ສ້າງໂດຍກຸ່ມຟູດາ, ເປັນໂຄງການສຳຄັນລະດັບເຂດປົກ ຄອງຕົນເອງກວາງຊີຈວ້າງ, ເປັນເວທີສຳຄັນຂອງຕະຫຼາດສະຖານທີ່ເຄື່ອງເທດຢູ່ລິນທີ່ສ້າງຮ່ວມລະຫວ່າງຂັ້ນແຂວງ ກັບ ກະຊວງ ແລະ ເປັນໂຄງການສຳຄັນຂອງຢູ່ລິນໃນການສ້າງລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ ແລະ ໂຄງການມີແຜນການໃຊ້ທີ່ດິນທັງໝົດປະມານ 900 ເມົ່າ (ປະມານ 60 ເຮັກຕາ), ພື້ນທີ່ກໍ່ສ້າງທັງໝົດປະມານ 700,000 ຕາແມັດ ແລະ ເງິນລົງທຶນທັງໝົດປະມານ 3 ຕື້ຢວນ.
ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ສ້າງຄວາມເຂັ້ມແຂງ ການລຶບລ້າງການຈຳແນກ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ

ກົມປົກປ້ອງແຮງງານ ສູນກາງສະຫະພັນກໍາມະບານລາວ (ສກລ) ຮ່ວມກັບອົງການແຮງງານສາກົນ ປະຈຳ ສປປ ລາວ (ILO) ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງກ່ຽວກັບການລຶບລ້າງການຈໍາແນກ ແລະ ການລ່ວງລະເມີດ ຢູ່ສະຖານທີ່ເຮັດວຽກ ໃຫ້ພະນັກງານກໍາມະບານ ແລະ ສະຫະພັນແມ່ຍິງ ແລະ ກໍາມະບານຮາກຖານຢູ່ຫົວໝ່ວຍແຮງງານ ຂຶ້ນໃນລະຫວ່າງວັນທີ 19-20 ພະຈິກນີ້ ທີ່ສະຖາບັນພັດທະນາກໍາມະບານລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອະທິລັດ ອຸດົມເດດ ຮອງກົມປົກປ້ອງແຮງງານ ສກລ ແລະ ທ່ານ ບຸນທະວີ ບຸນມີ ຜູ້ປະສານງານໂຄງການລຶບລ້າງການຈໍາແນກຢູ່ສະຖານທີ່ເຮັດວຽກ, ການລ່ວງລະເມີດ ແລະ ການນໍາໃຊ້ແຮງງານເດັກຢູ່ ສປປ ລາວ ເພື່ອສະໜັບສະໜູນການຄ້າ ແລະ ການປະຕິບັດລະບຽບການອົງການແຮງງານສາກົນໄອໂລ, ມີສໍາມະນາກອນ, ວິທະຍາກອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 40 ທ່ານ ຍິງ 26 ທ່ານ.
ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ໃນ ນວ ຢ່າງເປັນທາງການ

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ໄດ້ຈັດພິທີເປີດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ຢູ່ 2 ເມືອງ ຄື: ເມືອງນາຊາຍທອງ ແລະ ເມືອງໄຊທານີ ນວ ແຕ່ທາງຫຼວງແຫ່ງຊາດ 13 ເໜືອ ບ້ານດົງຫຼວງ ຫາ ບ້ານດົງຊຽງດີ ເມືອງນາຊາຍທອງ, ບ້ານໜອງພະຍາ (ເສັ້ນທາງຕານມີໄຊ ຫາ ສີເກີດ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ລວງຍາວ 9.48 ກິໂລແມັດ, ທາງໜ້າກວ້າງ 12 ແມັດ ມູນຄ່າ 280,852,547,980 ກີບ ແລະ ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ບ້ານດົງຫຼວງ ຫາ ບ້ານນາຊາຍເໜືອ ແລະ ບ້ານດົງຊຽງດີ ເມືອງນາຊາຍທອງ ນວ ລວງຍາວ 4.84 ກິໂລແມັດ, ໜ້າທາງ ກວ້າງ 7-12 ແມັດ ມູນຄ່າ 119,913,428,880 ກີບ ລວມມູນຄ່າ 400,765,976,860 ກີບ ຂຶ້ນຢ່າງເປັນທາງການ ໃນວັນທີ 18 ພະຈິກນີ້, ທີ່ຫ້ອງການບ້ານໂພນແກ້ວ ເມືອງນາຊາຍທອງ ນວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສຸລິວັນ ພົມມະຫາໄຊ ກຳມະການພັກ ນວ ເລຂາພັກເມືອງນາຊາຍທອງ, ມີທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ, ມີຮອງຫົວໜ້າພະແນກ ຍທຂ ນວ, ຮອງເລຂາພັກເມືອງ, ຕາແສງສີເກີດ, ນາຍບ້ານແຕ່ລະບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.
ເພີ່ມເຕີມ