ໜຶ່ງ, ຈີນ, ຣັດເຊຍ ແລະ ສະຫະລັດ ອາເມຣິກາໃນຖານະເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ມີຄວາມມຸ່ງໝັ້ນທີ່ຈະຊຸກຍູ້ການປະຕິຮູບອົງການສະຫະປະຊາຊາດ ເພື່ອເຮັດໃຫ້ອົງການດັ່ງກ່າວສາມາດຮັບມືກັບສິ່ງທ້າທາຍລະດັບໂລກໄດ້ຢ່າງມີປະສິດທິຜົນຍິ່ງຂຶ້ນ ແລະ ປະຕິບັດພາລະກຳພື້ນຖານຂອງຕົນໃນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ສອງ, 3 ປະເທດວາງແຜນທີ່ຈະເພີ່ມການຜະລິດ ແລະ ການສະໜອງຜະລິດຕະພັນນ້ຳມັນເຊື້ອໄຟກັ່ນ ເພື່ອສ້າງຜົນປະໂຫຍດໃຫ້ແກ່ບັນດາປະເທດໃນໂລກ. 3 ປະເທດຢືນຢັນຄືນເຖິງຄວາມສຳຄັນຂອງການຈໍລະຈອນທີ່ໝັ້ນຄົງຂອງພະລັງງານ.
ສາມ, ປະມຸກລັດທັງ 3 ປະເທດໄດ້ຮັບຮອງວ່າ ຫຼັກການຄວາມເຫັນດີຂອງລັດ ແລະ ການເຄົາລົບເອກະສິດຂອງເຈົ້າໜ້າທີ່ລັດ ແມ່ນມີຄວາມສຳຄັນສູງສຸດ ແລະ ເຫັນພ້ອມກັນວ່າ ສານອາຍາສາກົນ ແລະ ອົງການອື່ນໆທີ່ມີລັກສະນະຄ້າຍຄືກັນ ຈະຕ້ອງບໍ່ນຳໃຊ້ອຳນາດພິຈາລະນາຄະດີຂອງຕົນໃນທາງທີ່ບໍ່ຖືກຕ້ອງ.
ສີ່, ປະມຸກລັດທັງ 3 ປະເທດໄດ້ຢໍ້າຄືນວ່າ: ສົງຄາມນິວເຄລຍເປັນສົງຄາມທີ່ບໍ່ມີຝ່າຍໃດສາມາດເອົາຊະນະໄດ້ ແລະ ຕ້ອງບໍ່ໃຫ້ເກີດຂຶ້ນຢ່າງເດັດຂາດ. ທັງ 3 ປະເທດຈະດຳເນີນການສົນທະນາຫາລືກ່ຽວກັບການຫຼຸດຜ່ອນຄວາມສ່ຽງດ້ານນິວເຄລຍ ແລະ ການປ້ອງກັນການແຜ່ຜາຍອາວຸດນິວເຄລຍ.
ຄໍາເຫັນ