ບົດຄວາມລະບຸຕື່ມວ່າ: ອະນຸສັນຍາຍົກລະດັບເຂດການຄ້າເສລີຈີນ-ອາຊຽນຫຼືACFTAສະບັບ3.0 ແລະ ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນຫຼື RCEPໄດ້ສະໜອງພື້ນຖານດ້ານກົດໝາຍໃຫ້ແກ່ການລົງເລິກ ເຊື່ອມໂຍງເຊື່ອມຈອດກັນດ້ານດີຈີຕອນ, ສັນຍາຂອບເສດຖະກິດດີຈີຕອນອາຊຽນຫຼືDEFA ຈະປັບປຸງຂອບລະບຽບການໃຫ້ສົມບູນຕື່ມອີກ. ການຮ່ວມມືດ້ານດີຈີຕອນຈະສະໜອງໂອກາດການຫັນປ່ຽນໃຫ້ແກ່ວິສາຫະກິດຫຼາຍລ້ານແຫ່ງແລະຜູ້ບໍລິໂພກຂອງສອງຝ່າຍ, ພ້ອມດຽວກັນນັ້ນ ຕ້ອງເອົາໃຈໃສ່ການປົກປ້ອງຜູ້ອອກແຮງງານຂອງແພລດຟອມຕ່າງໆແລະການຍົກສູງທັກສະດີຈີຕອນ, ເຮັດໃຫ້ຊາວໜຸ່ມຮຸ່ນຕໍ່ໄປສາມາດມີສ່ວນຮ່ວມໃນຕ່ອງໂສ້ການສະໜອງທົ່ວໂລກໂດຍບໍ່ຕ້ອງອອກຈາກບ້ານເກີດເມືອງນອນ.
ຄໍາເຫັນ