ພິທີມອບ-ຮັບໄດ້ດຳເນີນພາຍໃຕ້ການເປັນສັກຂີພິຍານຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ APECພາຍຫຼັງກອງປະຊຸມສິ້ນສຸດບັນດາເນື້ອໃນປຶກສາຫາລື ແລະ ຮັບຮອງເອົາເອກະສານສຳຄັນຂອງ APEC2026.
ກ່າວຄຳເຫັນໃນພິທີມອບ-ຮັບ, ທ່ານໂຕເລິມ ໄດ້ແນະນຳຫົວຂໍ້ຂອງ APEC2027 ແມ່ນ: “ພ້ອມກັນສ້າງສັງກາດໃໝ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນະວັດຕະກຳ ແລະ ຄວາມວັດທະນາຖາວອນລວມ”.
ທ່ານ ໂຕເລິມ ຢືນຢັນວ່າ: ການຮັບບົດບາດປະທານ APEC ແມ່ນຂີດໝາຍແຫ່ງບາດກ້າວສຳຄັນ ໃນວິວັດການເຊື່ອມໂຍງ ແລະ ພັດທະນາຂອງ ຫວຽດນາມ.
ທ່ານ ໂຕເລິມ ເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເປັນປະເທດເຈົ້າພາບທີ່ມີຄວາມສຸດຈິດສຸດໃຈ, ຮັບຟັງເພື່ອປັບປຸງຄວາມເຫັນດີເຫັນພ້ອມ, ເຊື່ອມຕໍ່ເພື່ອເປີດກວ້າງການຮ່ວມມື, ພ້ອມກັບບັນດາປະເທດສະມາຊິກ ສ້າງໝາກຜົນທີ່ມີຄຸນຄ່າອັນຍາວນານ. ວິວັດການ APEC 2027 ຈະກວມເອົາຫຼາຍພື້ນທີ່ທົ່ວປະເທດຫວຽດນາມ, ດ້ວຍການເຂົ້າຮ່ວມຂອງບັນດາທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະ ແລະ ເຕົ້າໂຮມກັນຢູ່ເກາະຝູກວັກແຂວງອານຢາງ ຊຶ່ງເປັນສະຖານທີ່ຈັດກອງປະຊຸມສຸດຍອດຜູ້ນຳ APEC 2027.
ຄໍາເຫັນ