ສຳນັກງານອຸດສາຫະກຳ ແລະ ຄວາມໝັ້ນຄົງພາຍໃຕ້ກະຊວງການຄ້າ ຂອງສະຫະລັດ ອາເມຣິກາ ໄດ້ປະກາດກົດລະບຽບສະບັບຊົ່ວຄາວທີ່ມີຜົນບັງຄັບໃຊ້ໃນທັນທີ ໂດຍກຳນົດໃຫ້ການສົ່ງອອກ, ການສົ່ງອອກຕໍ່ ຫຼື ການໂອນຍ້າຍພາຍໃນປະເທດສຳລັບເຊມິຄອນດັກເຕີຂັ້ນສູງໄປຍັງປະເທດອິນໂດເນເຊຍ, ມາເລເຊຍ, ສິງກະໂປ, ໄທ ແລະ ບຣາຊິນຈຳເປັນຕ້ອງໄດ້ຮັບໃບອະນຸຍາດກ່ອນການດຳເນີນການ.
ຖະແຫຼງການລະບຸວ່າ: ຂໍ້ກຳນົດການອອກໃບອະນຸຍາດດັ່ງກ່າວຈະບໍ່ກວມເອົາເຊມິຄອນດັກເຕີທີ່ສົ່ງໄປຍັງບໍລິສັດທີ່ມີສຳນັກງານໃຫຍ່ ຢູ່ສະຫະລັດ ອາເມຣິກາ ຫຼື ມີບໍລິສັດແມ່ລະດັບສູງສຸດຕັ້ງຢູ່ໃນສະຫະລັດ ອາເມຣິກາ, ໂດຍມີເງື່ອນໄຂວ່າຕ້ອງປະຕິບັດຕາມຂໍ້ກຳນົດດ້ານການລາຍງານຂໍ້ມູນ.
ຄໍາເຫັນ