ທ່ານ ຊົ້ງຈຸ່ຍ ຮອງປະທານບໍລິສັດເຄື່ອງເທດ ຟູດາຢູ່ລິນຮຸ່ນສ່ວນຈໍາກັດ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ ສື່ມວນຊົນລາວ ແລະ ສື່ມວນຊົນສະມາຊິກອາຊຽນທ່ຽວຊົມທ່່າເຮືອດັ່ງກ່າວ ວ່າ: ທ່າເຮືອໂລຈິສຕິກເຄື່ອງເທດສາກົນຟູດາຢູ່ລິນ ທີ່ລົງທຶນກໍ່ສ້າງໂດຍກຸ່ມຟູດາ, ເປັນໂຄງການສຳຄັນລະດັບເຂດປົກ ຄອງຕົນເອງກວາງຊີຈວ້າງ, ເປັນເວທີສຳຄັນຂອງຕະຫຼາດສະຖານທີ່ເຄື່ອງເທດຢູ່ລິນທີ່ສ້າງຮ່ວມລະຫວ່າງຂັ້ນແຂວງ ກັບ ກະຊວງ ແລະ ເປັນໂຄງການສຳຄັນຂອງຢູ່ລິນໃນການສ້າງລະບົບຕ່ອງໂສ້ອຸດສາຫະກຳເຄື່ອງເທດຄົບວົງຈອນ ແລະ ໂຄງການມີແຜນການໃຊ້ທີ່ດິນທັງໝົດປະມານ 900 ເມົ່າ (ປະມານ 60 ເຮັກຕາ), ພື້ນທີ່ກໍ່ສ້າງທັງໝົດປະມານ 700,000 ຕາແມັດ ແລະ ເງິນລົງທຶນທັງໝົດປະມານ 3 ຕື້ຢວນ.
ໂຄງການໄດ້ລວບລວມເຄື່ອງເທດທົ່ວໄປ 160 ກວ່າຊະນິດຈາກທົ່ວໂລກ ເຊັ່ນ: ໝາກຈັນ, ໄມ້ແຄ (ຊິນນະມອນ), ດອກການພລູ, ຄູມິນ, ພິກໄທ ແລະ ອື່ນໆ, ມີຜູ້ຄ້າ 700 ກວ່າຮ້ານດຳເນີນທຸລະກິດເຄື່ອງເທດ ແລະ ມີເຄື່ອງເທດຫຼາຍກວ່າ 80% ຂອງທົ່ວປະເທດ ແລະ ຫຼາຍກວ່າ 2 ໃນ 3 ຂອງໂລກ ແລະ ໃນປີ 2023 ຫາ 2025 ໄດ້ຈັດງານວາງສະແດງເຄື່ອງເທດໃນງານມະຫະກຳຈີນ-ອາຊຽນ, ງານມະຫະກຳອຸດສາຫະກຳເຄື່ອງເທດຈີນ (ຢູ່ລິນ) ຄັ້ງທີ 1, ພ້ອມທັງງານມະຫະກຳອຸດສາຫະກຳເຄື່ອງເທດຢູ່ລິນ ຄັ້ງທີ 2 ແລະ ຄັ້ງທີ 3.
 |
| |
ຕະຫຼາດຊື້-ຂາຍໄມ້ກະລະບູສາກົນຟູດາຢູ່ລິນ ຕັ້ງຢູ່ທາງທິດເໜືອຂອງທ່າເຮືອໂລຈິສຕິກເຄື່ອງເທດສາກົນຟູດາຢູ່ລິນ. ໂຄງການອີງໃສ່ພື້ນຖານອຸດສາຫະກຳເຄື່ອງເທດຂອງຢູ່ລິນ ເພື່ອສ້າງເປັນເວທີບໍລິ ການລວມຂອງອຸດສາຫະກຳເຄື່ອງເທດທີ່ທັນສະໄໝ, ສາກົນ ແລະ ດີຈີຕອນ-ອັດສະລິຍະ ຊຶ່ງລວມມີການຊື້-ຂາຍເຄື່ອງເທດ, ການວາງສະແດງແບຣນ (ຍີ່ຫໍ້), ງານວາງສະແດງອຸດສາຫະກຳ, ການຖ່າຍທອດສົດຜ່ານອີຄອມເມີຊ ແລະ ການບໍລິການການຄ້າ. ໂຄງການໄດ້ແບ່ງການກໍ່ສ້າງເປັນ 3 ໄລຍະ; ໄລຍະທີໜຶ່ງພື້ນທີ່ກໍ່ສ້າງ 30,000 ຕາແມັດ, ວາງແຜນເປີດດຳເນີນການໃນທ້າຍປີ 2026, ສາມາດຮອງຮັບຜູ້ຄ້າໄມ້ກະລະບູ 158 ຮ້ານໃຫ້ດຳເນີນທຸລະກິດ. ໂຄງການມຸ່ງເນັ້ນສ້າງງານວາງສະແດງ ແລະ ຈຳໜ່າຍໄມ້ກະລະບູນລະດັບສູງນາໆຊາດ ຊຶ່ງເນັ້ນການວາງສະແດງຜະລິດຕະພັນໄມ້ກະລະບູນຊັ້ນດີ, ການປະເມີນຄຸນນະພາບແບບມືອາຊີບ, ການຊື້-ຂາຍລະດັບສູງ ແລະ ການເຊື່ອມຕໍ່ການຄ້າສາກົນ, ເພື່ອສ້າງເປັນປ່ອງຢ້ຽມຫຼັກໃຫ້ໄມ້ກະລະບູນຢູ່ລິນສູ່ທົ່ວປະເທດ ແລະ ກ້າວສູ່ສາກົນ, ພ້ອມທັງຍົກສູງຊື່ສຽງສາກົນ ແລະ ອິດທິພົນໃນຕະຫຼາດ.
ໂດຍ: ບຸນອູ້ມ
ຄໍາເຫັນ