![]() |
ນອກຈາກນີ້ ກຸ່ມບໍລິສັດຄອງຜິງລູ້ ຍັງໄດ້ສ້າງສູນນັກທ່ອງທ່ຽວທາງນໍ້າ ຊິນຟູ ແລະ ຊິນໂຈວທີ່ປະກອບມີຈຸດໃຫ້ຄຳປຶກສາ, ພື້ນທີ່ວາງສະແດງສິນຄ້າວັດທະນະທຳສ້າງສັນ, ຮ້ານອາຫານ ແລະ ຮ້ານຂາຍຍ່ອຍ, ຕູ້ຝາກສຳພາລະອັດສະລິຍະ ພ້ອມຈຸດສາກໄຟໂທລະສັບ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການລໍຖ້າເຮືອ, ຊື້ເຄື່ອງ ແລະ ພັກຜ່ອນ; ເຂດບໍລິການແຫ່ງນີ້ ສາມາດຮອງຮັບເຮືອຂະໜາດ 5,000 ໂຕນ ໄດ້ 23 ລຳ ແລະ ເຮືອບໍລິການອີກ 7 ລຳ; ສຳລັບການທ່ອງທ່ຽວທາງນ້ຳ ປັດຈຸບັນມີ 4 ເສັ້ນທາງຂົນສົ່ງຜູ້ໂດຍສານເພື່ອທ່ຽວຊົມຕາມຄອງຜິງລູ້ ຊຶ່ງເປີດໃຫ້ບໍລິການຕາມຕາຕະລາງຢ່າງເຕັມຮູບແບບ. ນັກທ່ອງທ່ຽວສາມາດລ່ອງເຮືອຊົມທິວທັດທຳມະຊາດ, ພູຜາ ແລະ ສຳຜັດວັດທະນະທຳຕາມແນວຄອງພ້ອມທັງຊົມຄວາມຍິ່ງໃຫຍ່ຂອງໂຄງການ, ຄອງຜິງລູ້ຍັງເປັນຈຸດເຊື່ອມຕໍ່ລະຫວ່າງການຂົນສົ່ງທາງນໍ້າ ກັບ ແຜ່ນດິນ ແລະ ການທ່ອງທ່ຽວຊາຍຝັ່ງທະເລ, ທັງເປັນໜ້າຕ່າງສໍາຄັນໃຫ້ນັກທ່ອງທ່ຽວໄດ້ສໍາຜັດກັບທີວທັດແມ່ນໍ້າ ແລະ ທະເລ, ລູກເຮືອທີ່ໄປມາພ້ອມກັບນັກທ່ອງທ່ຽວຈໍານວນຫຼວງຫຼາຍສາມາດຖ່າຍຮູບເຊັກອິນຢູ່ສູນບໍລິການ, ບັນທຶກພາບທີວທັດລຽບຝັ່ງນໍ້າຂອງຄອງຜິງລູ້ ແລະ ຍັງສາມາດຍ່າງຊົມສູນບໍລິການ, ເລືອກຊື້ສິນຄ້າວັດທະນະທໍາສ້າງສັນທີ່ມີເອກະລັກ ແລະ ສິນຄ້າດີທ້ອງຖິ່ນ ແລະ ສໍາຜັດກັບບັນຍາກາດພິເສດລຽບຄອງຜິງລູ້ໄດ້.
![]() |
ທ່ານ ຈາງ ໄຄ ກ່າວຕື່ມວ່າ: ສູນບໍລິການລວມທາງນໍ້າຊິນໂຈວເປັນສູນບໍລິການທາງນໍ້າທີ່ມີຂະ ໜາດໃຫຍ່ທີ່ສຸດ ແລະ ມີໜ້າທີ່ຄົບຖ້ວນທີ່ສຸດຂອງກວາງຊີ ແລະ ເປັນຈຸດສໍາຄັນຂອງຄອງຜິງລູ້ ທີ່ຮັບປະກັນການເດີນເຮືອ ແລະ ໃຫ້ບໍລິການແບບຄົບວົງຈອນເຊັ່ນ: ເຕີມນໍ້າມັນ ແລະ ເຕີມອາຍແກ໊ສເຮືອ, ສະໜອງສິ່ງຈໍາເປັນ, ການຈັດການເດີນເຮືອ, ຮັບເກັບນໍ້າເສຍ ແລະ ຂີ້ເຫຍື້ອ, ການພັກຜ່ອນຂອງລູກເຮືອ ແລະ ການຊື້ເຄື່ອງ, ພ້ອມທັງຮອງຮັບເຮືອຂົນສົ່ງສິນຄ້າຂະໜາດໃຫຍ່ທີ່ມີຄວາມຕ້ອງການຈອດພັກ ແລະ ທ່ອງທ່ຽວຊົມທີວທັດທໍາມະຊາດ.


ຄໍາເຫັນ