ໂຄງການພະລັງງານແສງຕາເວັນ ໄດ້ຖືກພັດທະນາຜ່ານການຮ່ວມມືຍຸດທະສາດລະຫວ່າງ ບໍລິສັດ Gading Kencana Sdn Bhd ຜູ້ປະກອບການພະລັງງານໝູນວຽນໃນທ້ອງຖິ່ນ ແລະ Intel ບໍລິສັດຜະລິດເຊມິຄອນດັກເຕີລະດັບໂລກ.
ທ່ານ ຟາດີລາ ກ່າວວ່າ: ໂຮງໄຟຟ້າພະລັງງານແສງຕາເວັນແຫ່ງນີ້ມີກຳລັງການຜະລິດສູງສຸດ 43 ເມກາວັດ ແລະ ສະທ້ອນໃຫ້ເຫັນເຖິງການຫັນປ່ຽນດ້ານພະລັງງານທີ່ແທ້ຈິງໃນປະເທດມາເລເຊຍ. ໂຄງການດັ່ງກ່າວຍັງສະແດງໃຫ້ເຫັນເຖິງທ່າແຮງຂອງບໍລິສັດທ້ອງຖິ່ນໃນການສ້າງຄວາມໝັ້ນໃຈໃຫ້ບັນດານັກລົງທຶນຕ່າງປະເທດຜ່ານການເຊື່ອມໂຍງການລົງທຶນ, ນະວັດຕະກຳ ແລະ ຄວາມຊ່ຽວຊານ.
ຄໍາເຫັນ