ກອງປະຊຸມສຸດຍອດຄັ້ງນີ້ມີຜູ້ນຳອາຊຽນ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ສະຫະປະຊາຊາດ ແລະ ທ່ານ ກາວກິມຮຸນ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມດ້ວຍ, ໂດຍໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ -UN (2026-2030) ຊຶ່ງມີຈຸດປະສົງເພື່ອເສີມສ້າງການຮ່ວມມື ແລະ ສະໜັບສະໜູນວິໄສທັດອາຊຽນ 2045: ອະນາຄົດຮ່ວມກັນຂອງພວກເຮົາ.
ທ່ານ ກູເຕີເຣັສ ໄດ້ເນັ້ນໜັກເຖິງການຮ່ວມມືທີ່ເພີ່ມຂຶ້ນລະຫວ່າງ UN ແລະ ອາຊຽນ ໃນຫຼາຍຂົງເຂດ, ລວມທັງການຝຶກອົບຮົມການຮັກສາສັນຕິພາບ, ການສ້າງຄວາມສາມາດໃນການຕ້ານທານກັບການປ່ຽນແປງຂອງດິນຟ້າອາກາດ, ແລະ ເຕັກໂນໂລຊີ. ໂດຍແຜນປະຕິບັດງານ 5 ປີສະບັບໃໝ່ ແລະ ແຜນຍຸດທະສາດຮ່ວມກ່ຽວກັບການຄຸ້ມຄອງໄພພິບັດທີ່ສະທ້ອນໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນຍິ່ງຂຶ້ນຢ່າງຕໍ່ເນື່ອງ.
ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີຟີລິບປິນ ຊຶ່ງດຳລົງຕຳແໜ່ງປະທານອາຊຽນໃນປີ 2026, ໄດ້ຮຽກຮ້ອງໃຫ້ມີການຮ່ວມມືທີ່ແຂງແຮງລະຫວ່າງອາຊຽນ ແລະ UN ເພື່ອເລັ່ງຄວາມຄືບໜ້າສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງພາຍໃນປີ 2030.
ຄໍາເຫັນ