ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%

ລາຍຮັບຈາກຂະແໜງການບໍລິການໄຕມາດ 3 ຂອງມາເລເຊຍ ເພີ່ມຂຶ້ນ 11%
ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກົມສະຖິຕິມາເລເຊຍເປີດເຜີຍວ່າ, ລາຍຮັບຈາກຂະແໜງ ການບໍລິການຂອງມາເລເຊຍໃນເດືອນກໍລະກົດ-ກັນຍາ ປີ 2026 ບັນລຸ 732.5 ຕື້ຣິງກິດ, ເພີ່ມຂຶ້ນ 11% ເມື່ອທຽບກັບປີກ່ອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງກິດຈະກຳທາງເສດຖະກິດໃນທຸກຂະແໜງການບໍລິການ.

 

ກົມດັ່ງກ່າວລະບຸວ່າ: ຂະແໜງການຄ້າຂາຍສົ່ງ ແລະ ຂາຍຍ່ອຍ, ການບໍລິການອາຫານ, ເຄື່ອງດື່ມ ແລະ ທີ່ພັກອາໄສ ມີການເຕີບໂຕສູງສຸດໃນບັນດາ 4 ຂະແໜງການ, ໂດຍມີລາຍຮັບເພີ່ມຂຶ້ນ 11.6%, ຂັບເຄື່ອນໂດຍການໃຊ້ຈ່າຍຂອງຄົວເຮືອນ ແລະ ກິດຈະກຳທີ່ກ່ຽວຂ້ອງກັບການທ່ອງທ່ຽວ.

ໃນຂະນະດຽວກັນ, ລາຍຮັບຈາກຂະແໜງຂໍ້ມູນຂ່າວສານ ແລະ ການສື່ສານ, ລວມທັງການຂົນສົ່ງ ແລະ ສາງສິນຄ້າ, ເພີ່ມຂຶ້ນ 9.7%, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຂະຫຍາຍຕົວຂອງສູນຂໍ້ມູນ ແລະ ການບໍລິການຄລາວ, ການບໍລິການດ້ານສຸຂະພາບ ແລະ ການສຶກສາເອກະຊົນ, ສິລະປະ, ການບັນເທີງ ແລະ ການພັກຜ່ອນຢ່ອນໃຈ, ພ້ອມທັງການບໍລິການສ່ວນບຸກຄົນ ແລະ ການບໍລິການອື່ນໆ, ມີລາຍຮັບເພີ່ມຂຶ້ນ 8.9%.

ໂດຍລວມແລ້ວ, ລາຍຮັບຈາກຂະແໜງການບໍລິການເພີ່ມຂຶ້ນ 2.5% ເມື່ອທຽບກັບໄຕມາດທີ່ຜ່ານມາ. ໃນຂະນະທີ່ລາຍຮັບຈາກການຄ້າທາງເອເລັກໂຕຣນິກເພີ່ມຂຶ້ນ 2.6% ເມື່ອທຽບກັບປີກ່ອນ ເປັນ 335.8 ຕື້ຣິງກິດ, ເຖິງແມ່ນວ່າຈະຫຼຸດລົງ 0.6% ເມື່ອທຽບກັບໄຕມາດທີ່ຜ່ານມາ.

ຄໍາເຫັນ

ຂ່າວຕ່າງປະເທດ

7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

7 ເດືອນມຽນມາສົ່ງອອກເຂົ້າປະມານ 1.11 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດຜ່ານມາວ່າ: ສະຫະພັນເຂົ້າມຽນມາລາຍງານວ່າ, ການສົ່ງອອກເຂົ້າ ແລະ ເຂົ້າຫັກໃນໄລຍະ 7 ເດືອນທຳອິດຂອງປີງົບປະມານ 2026-2027 ຊຶ່ງເລີ່ມຕົ້ນໃນເດືອນເມສາ ມີປະມານ 1.11 ລ້ານໂຕນ. ໂດຍລາຍຮັບຈາກການສົ່ງອອກເຫຼົ່ານີ້ມີປະມານ 388 ລ້ານໂດລາ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ເປີດໂຕສັນຍາລັກໃໝ່ ຕ້ອນຮັບສະມາຊິກ 11 ປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 15 ພະຈິກ ຜ່ານມາວ່າ: ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ເປີດຂຶ້ນທີ່ນະຄອນຫຼວງມະນີລາ ປະເທດຟີລິບປິນ, ໂດຍບັນດາຜູ້ນຳອາຊຽນໄດ້ປຶກສາຫາລືກ່ຽວກັບບັນຫາສຳຄັນຕ່າງໆເຊັ່ນ: ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານອາຫານ ແລະ ການຮ່ວມມືດ້ານເສດຖະກິດ. ໃນລະຫວ່າງພິທີເປີດກອງປະຊຸມ, ສັນຍາລັກອາຊຽນທີ່ໄດ້ຮັບການປັບປຸງໃໝ່ໄດ້ຖືກເປີດເຜີຍ ຊຶ່ງສະທ້ອນໃຫ້ເຫັນເຖິງການເປັນສະມາຊິກຂອງຕີມໍແລັດສະເຕ.
ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ເສດຖະກິດຍີ່ປຸ່ນ ຫົດຕົວ 0.1% ເປັນຄັ້ງທຳອິດໃນຮອບໜຶ່ງປີ

ຂ່າວຕ່າງປະເທດລາຍງານໃນວັນທີ 16 ພະຈິກນີ້ວ່າ: ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຍີ່ປຸ່ນຫົດຕົວລົງ 0.1% ໃນໄຕມາດທີ 3 ຂອງປີ 2026 ຊຶ່ງເປັນການຫົດຕົວຄັ້ງທໍາອິດໃນຮອບ 4 ໄຕມາດ ແລະ ກົງກັນຂ້າມກັບຄວາມຄາດຫວັງຂອງນັກເສດຖະສາດທີ່ຄາດວ່າຈະມີການຂະຫຍາຍຕົວ 0.2%. ຍ້ອນສະພາບອາກາດທີ່ບໍ່ດີ ແລະ ຄ່າຄອງຊີບທີ່ເພີ່ມຂຶ້ນສົ່ງຜົນກະທົບຕໍ່ການບໍລິໂພກຂອງພາກເອກະຊົນ, ເຖິງວ່າຈະມີການເຕີບໂຕທີ່ເຂັ້ມແຂງຢ່າງຕໍ່ເນື່ອງໃນການລົງທຶນທາງທຸລະກິດທີ່ກ່ຽວຂ້ອງກັບ AI.
ເຮືອບິນການຄ້າໄຟຟ້າທີ່ມີຄົນຂັບຂອງຈີນ ປະສົບຜົນສຳເລັດໃນການບິນຄັ້ງທຳອິດ

ເຮືອບິນການຄ້າໄຟຟ້າທີ່ມີຄົນຂັບຂອງຈີນ ປະສົບຜົນສຳເລັດໃນການບິນຄັ້ງທຳອິດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດເຮືອບິນການຄ້າຈີນຈຳກັດ ຫຼື COMAC ແຈ້ງໃຫ້​ຮູ້ວ່າ, ເຮືອບິນການຄ້າໄຟຟ້າ​ຂະ​ໜາດ 10 ໂຕນທີ່ຈີນຄົ້ນຄວ້າຜະລິດເອງ ໄດ້ປະສົບຜົນສໍາເລັດ ໃນການບິນອັດສະລິຍະແບບມີຄົນຂັບຄັ້ງທຳອິດ ທີ່​ນະ​ຄອນບີ່ນໂຈ່ວ ແຂວງຊ່ານຕົ່ງ ຈີນ.
ເລຂາທິການໃຫຍ່ UN ສະເໜີ 4 ເສົາຄໍ້າໃຫ້ແກ່ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ

ເລຂາທິການໃຫຍ່ UN ສະເໜີ 4 ເສົາຄໍ້າໃຫ້ແກ່ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ໃນກອງປະຊຸມຄັ້ງທີ 31 ຂອງບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ຂອບຂອງ​ສະ​ຫະປະຊາຊາດ​ (UN) ກ່ຽວ​ກັບການປ່ຽນແປງ​ຂອງ​ດິນ​ຟ້າອາກາດ (COP31) ທີ່​ໄດ້ຈັດຂຶ້ນ​ຢູ່ນະຄອນອັນຕາລຢາ ​ປະເທດຕວັກ​ກີ, ​ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ UN ໄດ້ຮຽກ​ຮ້ອງ​ໃຫ້ບັນດາປະເທດເພີ່ມ​ທະ​ວີການຮ່ວມມື, ​ຍູ້​ແຮງ​ການ​ກະ​ທຳ​ເພື່ອ​ຮັບ​ມື​ກັບການປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ແລະ ຊຸກ​ຍູ້ການສ້າງສົນທິສັນຍາຄວາມຍຸຕິທຳດ້ານ​ດິນ​ຟ້າອາ​ກາດທົ່ວໂລກ.
ການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງ​ານ​ໃໝ່​ຢູ່​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງ​ານ​ໃໝ່​ຢູ່​ຈີນ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 12 ພະຈິກ ຜ່ານມາວ່າ: ​ອີງ​ຕາມ​ຂໍ້​ມູນ​ຫຼ້າ​ສຸດທີ່​ສະ​ມາ​ຄົມອຸດ​ສາ​ຫະ​ກຳ​ລົດ​ຍົນ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 11 ພະ​ຈິກ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ, ເດືອນ​ຕຸ​ລາ​ ຜ່ານມາ ຈຳ​ນວນ​ການ​​ຜະ​ລິດ ແລະ ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງານ​ໃໝ່​ຂອງ​ຈີນແມ່ນ 2,017,000 ຄັນ ແລະ 1,940,000 ຄັນຕາມ​ລຳ​ດັບ, ເພີ່ມ​ຂຶ້ນ 13.8% ແລະ 13.1% ຕາມລໍາດັບ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ຍອດຈຳ​ໜ່າຍ​ລົດ​ຍົນ​ພະ​ລັງ​ງານ​ໃໝ່​ກວມ​ເອົາ 64.3% ຂອງຍອດ​ຈຳ​ໜ່າຍ​ລົດ​ຍົນ​ທັງ​ໝົດ ແລະ ອັດ​ຕາການ​ຈຳ​ໜ່າຍ​ລົດ​​ຍົນພະ​ລັງ​ງານ​ໃໝ່​ຍັງ​ສືບ​ຕໍ່ເພີ່ມ​ຂຶ້​ນ​ຢ່າງ​ຕໍ່​ເນື່ອງ.
ນັກວິທະຍາສາດອົສຕຣາລີ ພັດທະນາເຕັກໂນໂລຊີຟື້ນຟູນ້ຳເສຍ

ນັກວິທະຍາສາດອົສຕຣາລີ ພັດທະນາເຕັກໂນໂລຊີຟື້ນຟູນ້ຳເສຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລແຫ່ງຊາດອົສຕຣາລີໄດ້ເປີດເຜີຍວ່າ, ທີມງານນັກວິທະຍາສາດໃນອົສຕຣາລີກຳລັງພັດທະນາເຕັກໂນໂລຊີທີ່ໄດ້ຮັບແຮງບັນດານໃຈຈາກພືດ ເພື່ອບຳບັດຟື້ນຟູນ້ຳເສຍຈາກພາກອຸດສາຫະກຳໃຫ້ກາຍເປັນຊັບພະຍາກອນທີ່ມີຄຸນຄ່າເຊັ່ນ: ສານອາຫານ, ໂລຫະ ແລະ ນ້ຳສະອາດ.
ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ເພີ່ມເຕີມ