ຂໍ້ມູນດັ່ງກ່າວສະແດງໃຫ້ເຫັນວ່າ: ຍອດການສົ່ງອອກລົດຍົນຂອງຈີນເກີນ 1,000,000 ຄັນເປັນເວລາ 5 ເດືອນລຽນຕິດ ແລະ ອັດຕາສົ່ງອອກລົດຍົນພະລັງງານໃໝ່ເກີນ 50% ເປັນເວລາ 5 ເດືອນລຽນຕິດ. ໃນເດືອນຕຸລາ ຜ່ານມາ, ຍອດການສົ່ງອອກລົດຍົນພະລັງງານໃໝ່ມີເຖິງ 606,000 ຄັນ, ເພີ່ມຂຶ້ນ 1.4 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ເລຂາທິການໃຫຍ່ UN ສະເໜີ 4 ເສົາຄໍ້າໃຫ້ແກ່ສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ໃນກອງປະຊຸມຄັ້ງທີ 31 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອບຂອງສະຫະປະຊາຊາດ (UN) ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP31) ທີ່ໄດ້ຈັດຂຶ້ນຢູ່ນະຄອນອັນຕາລຢາ ປະເທດຕວັກກີ, ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ UN ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີການຮ່ວມມື, ຍູ້ແຮງການກະທຳເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການສ້າງສົນທິສັນຍາຄວາມຍຸຕິທຳດ້ານດິນຟ້າອາກາດທົ່ວໂລກ.
ຄໍາເຫັນ